ຂ່າວດີທີ່ຂຽນໂດຍມັດທາຍ 28:1-20

  • ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ (1-10)

  • ພວກ​ທະຫານ​ຖືກ​ຊື້​ຈ້າງ​ໃຫ້​ຕົວະ (11-15)

  • ມອບໝາຍ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກສິດ (16-20)

28  ຫຼັງ​ຈາກ​ວັນ​ຊະບາໂຕ ໃນ​ຕອນ​ເຊົ້າ​ໆ​ຂອງ​ມື້​ທຳອິດ​ຂອງ​ອາທິດ ມາຣິອາ​ຄົນ​ມັກດາເລນ​ກັບ​ມາຣິອາ​ອີກ​ຄົນ​ໜຶ່ງ​ໄດ້​ກັບ​ໄປ​ເບິ່ງ​ບ່ອນ​ຝັງ​ສົບ​ຂອງ​ພະ​ເຢຊູ​ອີກ.+  ກ່ອນ​ໜ້າ​ນັ້ນ​ມີ​ແຜ່ນດິນ​ໄຫວ​ໃຫຍ່ ຍ້ອນ​ທູດ​ຂອງ​ພະ​ເຢໂຫວາ*​ລົງ​ມາ​ຈາກ​ສະຫວັນ​ແລະ​ກິ້ງ​ຫີນ​ທີ່​ອັດ​ທາງ​ເຂົ້າ​ບ່ອນ​ຝັງ​ສົບ​ອອກ ແລ້ວ​ນັ່ງ​ຢູ່​ຫີນ​ກ້ອນ​ນັ້ນ.+  ຕົນ​ໂຕ​ຂອງ​ລາວ​ເຫຼື້ອມ​ຄື​ກັບ​ຟ້າແມບ ແລະ​ເຄື່ອງ​ນຸ່ງ​ຂອງ​ລາວ​ຂາວ​ຄື​ກັບ​ຫິມະ.+  ເມື່ອ​ຄົນ​ຍາມ​ທີ່​ເຝົ້າ​ຢູ່​ເຫັນ​ແບບ​ນັ້ນ​ກໍ​ຢ້ານ​ຈົນ​ໂຕ​ສັ່ນ​ແລະ​ແຂງ​ຄື​ກັບ​ຄົນ​ຕາຍ.  ແຕ່​ທູດສະຫວັນ​ເວົ້າ​ກັບ​ຜູ້ຍິງ 2 ຄົນ​ນັ້ນ​ວ່າ: “ບໍ່​ຕ້ອງ​ຢ້ານ ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ກຳລັງ​ຊອກ​ຫາ​ພະ​ເຢຊູ​ທີ່​ຖືກ​ປະຫານ​ຢູ່​ເທິງ​ເສົາ.+  ເພິ່ນ​ບໍ່​ໄດ້​ຢູ່​ນີ້​ແລ້ວ. ເພິ່ນ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຕາມ​ທີ່​ເພິ່ນ​ບອກ​ໄວ້.+ ມາ​ເບິ່ງ​ບ່ອນ​ທີ່​ວາງ​ສົບ​ເພິ່ນ​ໄວ້​ແມ້.  ແລ້ວ​ໃຫ້​ຟ້າວ​ໄປ​ບອກ​ພວກ​ລູກສິດ​ວ່າ ‘ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ເພິ່ນ​ຈະ​ໄປ​ຖ້າ​ພວກ​ເຈົ້າ​ຢູ່​ແຂວງ​ຄາລີເລ.+ ພວກ​ເຈົ້າ​ຈະ​ເຫັນ​ເພິ່ນ​ຢູ່​ຫັ້ນ.’ ໃຫ້​ຈື່​ສິ່ງ​ທີ່​ຂ້ອຍ​ບອກ​ເດີ້.”+  ຜູ້​ຍິງ 2 ຄົນ​ນັ້ນ​ທັງ​ຢ້ານ​ທັງ​ດີໃຈ​ຫຼາຍ ເຂົາເຈົ້າ​ຈຶ່ງ​ຟ້າວ​ແລ່ນ​ຈາກ​ບ່ອນ​ຝັງ​ສົບ​ເພື່ອ​ໄປ​ບອກ​ພວກ​ລູກສິດ.+  ທັນໃດ​ນັ້ນ ພະ​ເຢຊູ​ກໍ​ມາ​ຫາ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ສະບາຍ​ດີ!” ທັງ​ສອງ​ຄົນ​ຈຶ່ງ​ເຂົ້າ​ໄປ​ຫາ​ເພິ່ນ ເຂົາເຈົ້າ​ຈັບ​ຕີນ​ເພິ່ນ​ແລ້ວ​ໝູບ​ລົງ​ສະ​ແດງ​ຄວາມ​ນັບຖື​ເພິ່ນ. 10  ພະ​ເຢຊູ​ບອກ 2 ຄົນ​ນີ້​ວ່າ: “ບໍ່​ຕ້ອງ​ຢ້ານ. ໄປ​ເລົ່າ​ເລື່ອງ​ນີ້​ໃຫ້​ພີ່​ນ້ອງ*​ຂອງ​ຂ້ອຍ​ຟັງ ແລະ​ບອກ​ເຂົາເຈົ້າ​ໃຫ້​ໄປ​ແຂວງ​ຄາລີເລ ແລ້ວ​ຈະ​ເຫັນ​ຂ້ອຍ​ຢູ່​ຫັ້ນ.” 11  ຕອນ​ທີ່​ທັງ​ສອງ​ຄົນ​ໄປ​ຫາ​ລູກສິດ​ຂອງ​ພະ​ເຢຊູ ທະຫານ​ຍາມ​ບາງຄົນ+​ກໍ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເກີດ​ຂຶ້ນ​ໃຫ້​ພວກ​ຫົວໜ້າ​ປະໂລຫິດ​ຟັງ. 12  ພວກ​ຫົວໜ້າ​ປະໂລຫິດ​ຈຶ່ງ​ປະຊຸມ​ປຶກສາ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ ແລ້ວ​ເອົາ​ເງິນ​ບັກ​ຫຼາຍ​ໆ​ໃຫ້​ພວກ​ທະຫານ​ຍາມ 13  ແລະ​ສັ່ງ​ວ່າ: “ພວກ​ເຈົ້າ​ຕ້ອງ​ເວົ້າ​ວ່າ ‘ຕອນ​ທີ່​ພວກ​ເຮົາ​ນອນ​ຫຼັບ​ຢູ່ ລູກສິດ​ຂອງ​ລາວ​ມາ​ລັກ​ເອົາ​ສົບ​ໄປ​ຕອນ​ກາງຄືນ.’+ 14  ຖ້າ​ປີລາດ​ຮູ້​ເລື່ອງ​ນີ້ ພວກ​ເຮົາ​ຈະ​ເວົ້າ​ກັບ​ລາວ​ໃຫ້ ບໍ່​ຕ້ອງ​ຫ່ວງ.” 15  ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ເງິນ​ແລະ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ສັ່ງ. ເລື່ອງ​ນີ້​ຈຶ່ງ​ຊ່າລື​ກັນ​ໃນ​ພວກ​ຄົນ​ຢິວ​ຈົນ​ຮອດ​ທຸກ​ມື້​ນີ້. 16  ລູກ​ສິດ 11 ຄົນ​ກໍ​ໄປ​ພູ​ຢູ່​ແຂວງ​ຄາລີເລ+​ຕາມ​ທີ່​ພະ​ເຢຊູ​ນັດ​ໄວ້.+ 17  ເມື່ອ​ເຫັນ​ພະ​ເຢຊູ ເຂົາເຈົ້າ​ກໍ​ໝູບ​ລົງ​ສະ​ແດງ​ຄວາມ​ນັບຖື​ເພິ່ນ ແຕ່​ບາງ​ຄົນ​ຍັງ​ສົງໄສ​ຢູ່. 18  ພະ​ເຢຊູ​ເຂົ້າ​ມາ​ໃກ້​ເຂົາເຈົ້າ​ແລ້ວ​ບອກ​ວ່າ: “ພະເຈົ້າ​ມອບ​ອຳນາດ​ໃຫ້​ຂ້ອຍ​ປົກ​ຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ແລ້ວ.+ 19  ດັ່ງນັ້ນ ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ+ ໃຫ້​ເຂົາເຈົ້າ​ຮັບ​ບັບເຕມາ+​ໃນ​ນາມ*​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ເພິ່ນ ແລະ​ໃນ​ນາມ​ພະລັງ​ບໍລິສຸດ 20  ແລະ​ສອນ​ເຂົາເຈົ້າ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໄວ້.+ ໃຫ້​ຈື່​ໄວ້​ວ່າ ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.”*+

ຂໍຄວາມໄຂເງື່ອນ

ຫຼື “ລູກສິດ”
ຫຼື “ຍອມຮັບ​ອຳນາດ​ຂອງ”
ຫຼື “ໄລຍະ​ສຸດທ້າຍ​ຂອງ​ຍຸກ.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.