ສຸພາສິດ 16:1-33
16 ມະນຸດຄິດກ່ຽວກັບສິ່ງທີ່ລາວຈະເວົ້າ*ແຕ່ຄຳຕອບທີ່ລາວເວົ້າອອກມາ*ມາຈາກພະເຢໂຫວາ.+
2 ທຸກສິ່ງທີ່ຄົນໜຶ່ງເຮັດເບິ່ງຄືວ່າຖືກຕ້ອງ*ໃນສາຍຕາຂອງລາວ+ແຕ່ພະເຢໂຫວາກວດເບິ່ງເຈຕະນາແທ້ໆຂອງລາວ.+
3 ບໍ່ວ່າເຈົ້າຈະເຮັດຫຍັງກໍໃຫ້ໄວ້ໃຈພະເຢໂຫວາ*+ແລ້ວແຜນການຂອງເຈົ້າຈະສຳເລັດ.
4 ພະເຢໂຫວາເຮັດທຸກສິ່ງເພື່ອໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້.ແມ່ນແຕ່ຄົນຊົ່ວເພິ່ນກໍຈະໃຊ້ເພື່ອເຂົາເຈົ້າເອງຈະຖືກທຳລາຍ.+
5 ພະເຢໂຫວາຊັງຄົນຍິ່ງທຸກຄົນ.+
ຄົນແບບນັ້ນຈະຖືກລົງໂທດແນ່ນອນ.
6 ຄົນທີ່ເຮັດຜິດໄດ້ຮັບການຍົກໂທດຍ້ອນຄວາມຮັກທີ່ໝັ້ນຄົງແລະຄວາມສັດຊື່+ແລະຄົນໜຶ່ງກໍເຊົາເຮັດຊົ່ວຍ້ອນລາວຢ້ານຢຳພະເຢໂຫວາ.+
7 ເມື່ອພະເຢໂຫວາຍອມຮັບວິທີໃຊ້ຊີວິດຂອງຄົນໜຶ່ງເພິ່ນກໍເຮັດໃຫ້ສັດຕູຂອງລາວມາຄືນດີກັບລາວ.+
8 ການເປັນຄົນທຸກຍາກແຕ່ເຮັດສິ່ງທີ່ຖືກຕ້ອງ+ກໍດີກວ່າການເປັນຄົນມີເງິນຫຼາຍໆແຕ່ເຮັດຜິດ.*+
9 ມະນຸດຄິດວາງແຜນກ່ຽວກັບການໃຊ້ຊີວິດແຕ່ແທ້ໆແລ້ວພະເຢໂຫວາເປັນຜູ້ຊີ້ນຳລາວ.+
10 ທຸກການຕັດສິນໃຈຂອງກະສັດຄວນເປັນການຊີ້ນຳຈາກພະເຈົ້າ.+ລາວບໍ່ຄວນຕັດສິນແບບບໍ່ຍຸຕິທຳ.+
11 ຕາຊິງແລະຕຸ້ມນ້ຳໜັກທີ່ທ່ຽງເປັນຂອງພະເຢໂຫວາ.ຫີນທັງໝົດທີ່ໃຊ້ຊັ່ງນ້ຳໜັກໃນຖົງກໍເປັນຜົນງານຂອງເພິ່ນ.+
12 ກະສັດທີ່ດີຄວນຊັງການເຮັດຊົ່ວ.+ບັນລັງຂອງເຂົາເຈົ້າຈະໝັ້ນຄົງ ຖ້າເຂົາເຈົ້າປົກຄອງດ້ວຍຄວາມຍຸຕິທຳ.+
13 ກະສັດພໍໃຈຄົນທີ່ເວົ້າສິ່ງທີ່ຖືກຕ້ອງ.
ເຂົາເຈົ້າຮັກຄົນທີ່ເວົ້າຈາກໃຈຈິງ.+
14 ຖ້າກະສັດໃຈຮ້າຍກໍອາດຈະເຮັດໃຫ້ມີຄົນຕາຍ+ແຕ່ຄົນສະຫຼາດຈະຮູ້ວິທີທີ່ຈະເຮັດໃຫ້ກະສັດເຊົາໃຈຮ້າຍ.*+
15 ຖ້າກະສັດພໍໃຈຜູ້ໃດ ຜູ້ນັ້ນກໍຈະມີຊີວິດທີ່ດີ.ຄວາມພໍໃຈຂອງກະສັດເປັນຄືກັບຂີ້ເຝື້ອທີ່ເຮັດໃຫ້ຝົນຕົກກົງເວລາ.*+
16 ການໄດ້ສະຕິປັນຍາກໍດີກວ່າການໄດ້ຄຳ+
ແລະການໄດ້ຄວາມເຂົ້າໃຈກໍດີກວ່າການໄດ້ເງິນ.+
17 ຄົນສັດຊື່ບໍ່ເຮັດສິ່ງຊົ່ວ.
ຄົນທີ່ລະວັງການກະທຳຂອງໂຕເອງຈະຮັກສາຊີວິດຂອງໂຕເອງໄວ້ໄດ້.+
18 ຄວາມຍິ່ງເຮັດໃຫ້ຖືກທຳລາຍແລະຄວາມຈອງຫອງເຮັດໃຫ້ລົ້ມລົງ.+
19 ເປັນຄົນຖ່ອມຢູ່ໃນກຸ່ມຄົນຖ່ອມ+ກໍດີກວ່າໄປແບ່ງຊັບສົມບັດທີ່ປຸ້ນມາກັບຄົນຍິ່ງ.
20 ຄົນທີ່ສະແດງຄວາມເຂົ້າໃຈໃນເລື່ອງຕ່າງໆຈະປະສົບຄວາມສຳເລັດ*ແລະຄົນທີ່ໄວ້ໃຈພະເຢໂຫວາກໍຈະມີຄວາມສຸກ.
21 ຄົນສະຫຼາດຈະເປັນທີ່ຮູ້ຈັກວ່າເປັນຄົນທີ່ມີຄວາມເຂົ້າໃຈ+ແລະຄົນທີ່ເວົ້າດີໆມ່ວນໆ*ຈະໂນ້ມນ້າວໃຈຄົນອື່ນໄດ້.+
22 ຄວາມເຂົ້າໃຈເປັນຄືກັບນ້ຳພຸແຫ່ງຊີວິດສຳລັບຄົນທີ່ມີສິ່ງນັ້ນ.ແຕ່ຄົນໂງ່ຖືກສັ່ງສອນດ້ວຍຄວາມໂງ່ຂອງໂຕເອງ.
23 ຄົນສະຫຼາດເລືອກໃຊ້ຄຳເວົ້າຢ່າງລະມັດລະວັງ+ແລະຄຳເວົ້າຂອງລາວກໍໜ້າເຊື່ອຖື.
24 ຄຳເວົ້າດີໆເປັນຄືກັບນ້ຳເຜີ້ງແທ້ທີ່ມີລົດຊາດຫວານແລະປິ່ນປົວກະດູກໄດ້.+
25 ມີທາງໜຶ່ງທີ່ເບິ່ງຄືວ່າເປັນທາງທີ່ຖືກຕ້ອງແຕ່ປາຍທາງນັ້ນພາໄປສູ່ຄວາມຕາຍ.+
26 ຄວາມຢາກອາຫານເຮັດໃຫ້ກຳມະກອນເຮັດວຽກໜັກ.ຄວາມຫິວກະຕຸ້ນລາວໃຫ້ເຮັດວຽກຕໍ່ໄປ.+
27 ຄົນທີ່ບໍ່ໄດ້ເລື່ອງຂຸດເອົາເລື່ອງທີ່ບໍ່ດີຂອງຄົນອື່ນມາເວົ້າ.+ຄຳເວົ້າຂອງລາວເປັນຄືກັບໄຟທີ່ເຜົາໄໝ້.+
28 ຄົນທີ່ມັກສ້າງບັນຫາ*ເຮັດໃຫ້ເກີດການຜິດຖຽງກັນ+ແລະຄົນທີ່ມັກໃສ່ຮ້າຍເຮັດໃຫ້ໝູ່ສະໜິດແຕກແຍກກັນ.+
29 ຄົນຮຸນແຮງຊັກຊວນເພື່ອນບ້ານໄປເຮັດຊົ່ວແລະພາເພື່ອນບ້ານໄປໃນທາງທີ່ບໍ່ດີ.
30 ລາວຍິກຕາຕອນທີ່ວາງແຜນທຳຮ້າຍຄົນອື່ນ.
ລາວເມັ້ມປາກຕອນທີ່ກຳລັງເຮັດຕາມແຜນການຂອງລາວ.
31 ຜົມຫງອກເປັນມົງກຸດທີ່ງາມໆ*+ເມື່ອຢູ່ເທິງຫົວຂອງຄົນທີ່ຍ່າງຢູ່ໃນທາງທີ່ຖືກຕ້ອງ.+
32 ຄົນທີ່ບໍ່ໃຈຮ້າຍງ່າຍ+ກໍດີກວ່າຄົນທີ່ມີແຮງຫຼາຍແລະຄົນທີ່ຄວບຄຸມອາລົມໄດ້ກໍດີກວ່າຄົນທີ່ຍຶດເມືອງໄດ້.+
33 ເຖິງວ່າມະນຸດຈະເປັນຜູ້ໂຍນສະຫຼາກ*+ແຕ່ພະເຢໂຫວາເປັນຜູ້ກຳນົດຜົນທີ່ອອກມາ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຄຳຕອບທີ່ຖືກຕ້ອງ”
^ ຫຼື “ລຽນຄວາມຄິດໃນຫົວໃຈຂອງລາວ”
^ ແປຕາມໂຕວ່າ “ບໍລິສຸດ”
^ ແປຕາມໂຕວ່າ “ກິ້ງວຽກໄປໃຫ້ພະເຢໂຫວາ”
^ ຫຼື “ແຕ່ບໍ່ຍຸຕິທຳ”
^ ຫຼື “ຮູ້ວິທີຫຼີກລ່ຽງກະສັດທີ່ໃຈຮ້າຍ”
^ ໝາຍເຖິງຝົນໃນຊ່ວງເດືອນເມສາທີ່ຈຳເປັນສຳລັບການປູກເຂົ້າ. ເບິ່ງພາກຜະໜວກ ຂ15.
^ ແປຕາມໂຕວ່າ “ໄດ້ສິ່ງດີ”
^ ຫຼື “ຄຳເວົ້າທີ່ໜ້າດຶງດູດໃຈ”
^ ຫຼື “ຄົນທີ່ມັກວາງແຜນຮ້າຍ”
^ ຫຼື “ມົງກຸດທີ່ມີກຽດ”
^ ແປຕາມໂຕວ່າ “ໂຍນສະຫຼາກໃສ່ເທິງຕັກ”