ອົບພະຍົບ 1:1-22

  • ພວກ​ອິດສະຣາເອນ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ໃນ​ເອຢິບ (1-7)

  • ຟາໂຣ​ກົດ​ຂີ່​ພວກ​ອິດສະຣາເອນ (8-14)

  • ພວກ​ໝໍ​ຊ່ວຍ​ຄົນ​ເກີດ​ລູກ​ທີ່​ນັບ​ຖື​ພະເຈົ້າ​ຈົ່ງ​ແອ​ນ້ອຍ​ໄວ້ (15-22)

1  ຕໍ່​ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ພວກ​ລູກ​ຊາຍ​ອິດສະຣາເອນ.* ເຂົາ​ເຈົ້າ​ກັບ​ຄອບຄົວ​ມາ​ຢູ່​ເອຢິບ​ພ້ອມ​ກັບ​ຢາໂຄບ. ເຂົາເຈົ້າ​ມີ​ລາຍຊື່​ດັ່ງ​ນີ້:+  ຣູເບັນ ຊີເມໂອນ ເລວີ ຢູດາ+  ອິດຊາຄາ ເຊບູລູນ ເບັນຢາມິນ  ດານ ນັບທາລີ ຄາດ ແລະ​ອາເຊ.+  ລູກ​ຫຼານທັງ​ໝົດ​ຂອງ​ຢາໂຄບ​ມີ 70 ຄົນ ແຕ່​ໂຢເຊັບ​ຢູ່​ໃນ​ເອຢິບ​ກ່ອນ​ແລ້ວ.+  ໃນ​ທີ່​ສຸດ ໂຢເຊັບ​ກໍ​ຕາຍ.+ ພວກ​ອ້າຍນ້ອງ​ຂອງ​ລາວ​ແລະ​ຄົນ​ລຸ້ນ​ດຽວ​ກັນ​ກໍ​ຕາຍ​ໝົດ.  ພວກ​ອິດສະຣາເອນ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໄວ​ຫຼາຍ. ເຂົາ​ເຈົ້າ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ແລະ​ຄົນ​ເອຢິບ​ກໍເລີ່ມ​ຢ້ານເຂົາ​ເຈົ້າ. ບໍ່​ດົນ​ພວກ​ອິດສະຣາເອນ​ກໍ​ເຕັມ​ແຜ່ນດິນ​ເອຢິບ.+  ໃນ​ທີ່​ສຸດ ກະສັດ​ເອຢິບ*ອົງ​ໃໝ່​ກໍ​ຂຶ້ນ​ມາ​ປົກຄອງ ລາວ​ບໍ່​ເຄີຍ​ຮູ້ຈັກ​ໂຢເຊັບ​ເລີຍ.  ກະສັດ​ເວົ້າ​ກັບ​ຄົນ​ຂອງ​ລາວ​ວ່າ: “ພວກ​ອິດສະຣາເອນ​ນີ້ ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ກວ່າ​ພວກ​ເຮົາ ແລະ​ມີ​ກຳລັງ​ຫຼາຍ​ກວ່າ​ພວກ​ເຮົາ​ແລ້ວ.+ 10  ພວກ​ເຮົາ​ຕ້ອງເຮັດ​ຫຍັງ​ຈັກ​ຢ່າງ ເພື່ອ​ບໍ່​ໃຫ້​ພວກ​ມັນ​ມີ​ຈຳນວນ​ຫຼາຍ​ຂຶ້ນ. ຄັນ​ມີ​ສົງຄາມ​ເກີດ​ຂຶ້ນ ພວກ​ມັນ​ຊິ​ໄປ​ເຂົ້າຮ່ວມ​ກັບ​ສັດຕູ​ຕໍ່ສູ້​ພວກ​ເຮົາ ແລ້ວ​ໜີ​ໄປ.” 11  ພວກ​ເຂົາ​ເລີຍ​ແຕ່ງຕັ້ງ​ຫົວ​ໜ້າ​ຄົນ​ງານ​ໃຫ້​ບັງ​ຄັບ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ວຽກ​ໜັກ.+ ພວກ​ເຂົາ​ສ້າງ​ເມືອງ​ປີ​ໂທມ​ແລະ​ເມືອງ​ຣາເມເສດ+ ເພື່ອ​ເປັນ​ບ່ອນ​ມ້ຽນ​ເຄື່ອງ​ຂອງ​ຟາໂຣ.* 12  ແຮ່ງ​ພວກ​ເຂົາ​ກົດ​ຂີ່​ພວກ​ອິດສະຣາເອນ​ຫຼາຍ​ເທົ່າ​ໃດ ພວກ​ອິດສະຣາເອນ​ແຮ່ງ​ມີ​ຈຳນວນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ຍ້ອນ​ແນວ​ນີ້​ພວກ​ເອຢິບ​ຈຶ່ງ​ຮູ້ສຶກ​ຢ້ານ​ພວກ​ອິດສະຣາເອນ.+ 13  ພວກ​ເອຢິບ​ເລີຍ​ບັງຄັບ​ພວກ​ອິດສະຣາເອນ​ໃຫ້​ເປັນ​ທາດ​ແລະ​ເຮັດ​ວຽກ​ໜັກ.+ 14  ພວກ​ເອຢິບ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ອິດສະຣາເອນ​ທຸກ​ຍາກ​ລຳບາກ. ເຂົາ​ເຈົ້າ​ຕ້ອງ​ອອກ​ແຮງ​ງານ​ໜັກ ຕ້ອງ​ເຮັດ​ດິນ​ຈີ່​ກັບດິນດາກ​ທີ່​ເປັນ​ຄື​ກັບ​ປູນ ແລະ​ເຮັດ​ວຽກ​ທຸກ​ຢ່າງ​ຢູ່ກາງ​ທົ່ງ. ພວກ​ເອຢິບ​ໃຫ້​ພວກ​ອິດສະຣາເອນ​ເປັນ​ທາດ​ແລະ​ເຮັດ​ວຽກ​ທຸກ​ຢ່າງ​ໃນ​ສະພາບ​ທີ່​ຍາກ​ລຳບາກ​ຫຼາຍ.+ 15  ຕໍ່ມາ ກະສັດ​ເອຢິບ​ໄດ້​ເວົ້າ​ກັບ​ພວກ​ໝໍຊ່ວຍ​ຄົນ​ເກີດ​ລູກທີ່​ເປັນ​ຄົນ​ເຮັບເຣີ. ເຂົາ​ເຈົ້າ​ຊື່​ຊິຟຣາ​ກັບ​ປູອາ. 16  ກະສັດ​ບອກ​ເຂົາ​ເຈົ້າ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ຊ່ວຍ​ຜູ້​ຍິງ​ຄົນ​ເຮັບເຣີ​ເກີດ​ລູກ+ ໃຫ້​ເບິ່ງ​ເດີ້​ວ່າ​ແອ​ນ້ອຍ​ທີ່​ເກີດ​ມາ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ. ຖ້າເປັນ​ຜູ້​ຊາຍ​ໃຫ້​ຂ້າ​ຖິ້ມ ແຕ່​ຖ້າ​ເປັນ​ຜູ້​ຍິງ​ໃຫ້​ຈົ່ງ​ໄວ້.” 17  ແຕ່​ພວກ​ໝໍ​ຊ່ວຍ​ຄົນ​ເກີດ​ລູກ​ນັບ​ຖື​ພະເຈົ້າ​ທ່ຽງແທ້​ຫຼາຍ ເຂົາ​ເຈົ້າ​ກໍ​ເລີຍ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ​ເອຢິບ​ແລະ​ບໍ່​ໄດ້​ຂ້າ​ແອ​ນ້ອຍ​ຜູ້​ຊາຍ.+ 18  ແລ້ວ​ກະສັດ​ເອຢິບ​ກໍ​ເອີ້ນ​ພວກ​ໝໍ​ຊ່ວຍ​ຄົນ​ເກີດ​ລູກ​ມາ​ແລະ​ຖາມ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ປ່ອຍ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ຍັງ​ມີ​ຊີວິດ​ຢູ່?” 19  ເຂົາ​ເຈົ້າ​ຕອບ​ຟາໂຣ​ວ່າ: “ຜູ້​ຍິງ​ຄົນ​ເຮັບເຣີ​ບໍ່​ຄື​ກັບ​ຜູ້​ຍິງ​ຄົນ​ເອຢິບ. ເຂົາ​ເຈົ້າ​ແຂງແຮງ​ຫຼາຍ​ເລີຍ​ເກີດ​ລູກກ່ອນ​ທີ່​ພວກ​ເຮົາ​ຊິ​ໄປ​ຮອດ​ຊ້ຳ.” 20  ພະເຈົ້າ​ເລີຍອວຍພອນ​ໝໍ​ຊ່ວຍ​ຄົນ​ເກີດລູກ 2 ຄົນ​ນັ້ນ. ສ່ວນ​ພວກ​ອິດສະຣາເອນ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເລື້ອຍ​ໆ​ແລະ​ມີ​ກຳລັງ​ຫຼາຍ. 21  ຍ້ອນ​ພວກ​ໝໍ​ຊ່ວຍ​ຄົນ​ເກີດ​ລູກ​ນັບ​ຖື​ພະເຈົ້າ​ທ່ຽງແທ້​ຫຼາຍ ເພິ່ນ​ກໍ​ເລີຍ​ໃຫ້​ເຂົາ​ເຈົ້າ​ມີ​ຄອບຄົວ. 22  ໃນ​ທີ່​ສຸດ ຟາໂຣ​ສັ່ງ​ຄົນ​ຂອງ​ລາວ​ທຸກ​ຄົນ​ວ່າ: “ໃຫ້​ພວກ​ເຈົ້າ​ເອົາ​ແອ​ນ້ອຍ​ຜູ້​ຊາຍ​ທີ່​ເປັນ​ລູກ​ຂອງ​ຄົນ​ເຮັບເຣີ​ທີ່​ຫາ​ກໍ​ເກີດ​ມາ​ນັ້ນ​ໄປ​ຖິ້ມ​ຢູ່​ແມ່​ນ້ຳ​ນິນ ສ່ວນ​ແອ​ນ້ອຍ​ຜູ້​ຍິງ​ໃຫ້​ຈົ່ງ​ໄວ້.”+

ຂໍຄວາມໄຂເງື່ອນ

ແມ່ນ​ຊື່​ທີ່​ພະເຈົ້າ​ຕັ້ງ​ໃຫ້​ຢາໂຄບ
ແປ​ຕາມ​ໂຕ​ວ່າ “ຟາໂຣ”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ