ອົບພະຍົບ 16:1-36

  • ພວກ​ອິດສະຣາເອນ​ຈົ່ມ​ເລື່ອງ​ອາຫານ​ການ​ກິນ (1-3)

  • ພະເຢໂຫວາ​ໄດ້​ຍິນ​ຄຳ​ຈົ່ມ​ຂອງ​ເຂົາ​ເຈົ້າ (4-12)

  • ໃຫ້​ມີ​ນົກ​ກະທາ​ແລະ​ມານາ (13-21)

  • ບໍ່​ມີ​ມານາ​ໃນ​ວັນ​ຊະບາໂຕ (22-30)

  • ເກັບ​ມານາ​ໄວ້​ເປັນ​ສິ່ງ​ເຕືອນ​ໃຈ (31-36)

16  ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ໄດ້​ອອກ​ຈາກ​ເອລີມ. ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ມາ​ຮອດ​ບ່ອນ​ກັນດານ​ຊິນ+ໃນ​ວັນ​ທີ 15 ຂອງ​ເດືອນ​ທີ 2. ຕອນ​ນັ້ນ ເຂົາ​ເຈົ້າ​ອອກຈາກ​ເອຢິບມາ​ໄດ້ 1 ເດືອນ. ບ່ອນ​ກັນດານ​ຊິນ​ຢູ່​ລະຫວ່າງ​ເອລີມ​ກັບ​ຊີນາຍ.  ແລ້ວ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ຈົ່ມ​ໃຫ້​ໂມເຊ​ກັບ​ອາໂຣນ​ຢູ່​ບ່ອນ​ກັນດານ​ນັ້ນ.+  ພວກ​ອິດສະຣາເອນ​ຈົ່ມ​ໃຫ້ 2 ຄົນ​ນັ້ນ​ວ່າ: “ໃຫ້​ພະ​ເຢໂຫວາ​ຂ້າ​ພວກ​ເຮົາ​ຕາຍ​ໃນ​ເອຢິບ ຕອນ​ທີ່​ພວກ​ເຮົາ​ມີ​ຊີ້ນ+ມີແນວກິນ​ຈົນ​ອີ່ມ ກໍ​ຍັງ​ຊິ​ດີ​ກວ່າ​ໃຫ້​ພວກ​ເຈົ້າ​ພາ​ພວກ​ເຮົາ​ໝົດປະເທດມາ​ອຶດ​ຕາຍ​ຢູ່ບ່ອນ​ກັນດານ​ນີ້.”+  ພະ​ເຢໂຫວາ​ຈຶ່ງ​ບອກ​ໂມເຊ​ວ່າ: “ເຮົາ​ຈະ​ໃຫ້​ມີແນວ​ກິນຕົກ​ລົງ​ມາ​ຈາກ​ຟ້າ.+ ໃນ​ແຕ່​ລະ​ມື້​ທຸກ​ຄົນ​ຈະ​ຕ້ອງ​ໄປ​ເກັບ​ເອງ+ ເພາະ​ເຮົາ​ຊິ​ລອງ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຊິ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ຫຼື​ບໍ່?+  ແຕ່​ໃນ​ມື້​ທີ 6+ ໃຫ້​ເຂົາ​ເຈົ້າ​ເກັບ​ຕື່ມ​ເປັນ 2 ເທົ່າ.”+  ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ທຸກ​ຄົນ​ວ່າ: “ມື້​ແລງ​ນີ້ ພວກ​ເຈົ້າ​ຊິ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ນີ້​ແຫຼະ​ເປັນ​ຜູ້​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+  ເປັນ​ຫຍັງ​ພວກ​ເຈົ້າມາ​ຈົ່ມ​ໃຫ້​ພວກ​ເຮົາ? ພວກ​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ. ແທ້​ໆ​ແລ້ວ ພວກ​ເຈົ້າ​ຈົ່ມ​ໃຫ້​ພະ​ເຢໂຫວາ​ຢູ່. ຍ້ອນ​ເພິ່ນ​ໄດ້​ຍິນ​ຄຳ​ຈົ່ມ​ຂອງ​ພວກ​ເຈົ້າ ມື້​ອື່ນ​ເຊົ້າ​ພວກ​ເຈົ້າ​ຊິ​ໄດ້​ເຫັນ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະ​ເຢໂຫວາ.”  ໂມເຊ​ເວົ້າ​ຕື່ມ​ອີກ​ວ່າ: “ຕອນ​ທີ່​ພະ​ເຢໂຫວາ​ເອົາ​ຊີ້ນ​ໃຫ້​ພວກ​ເຈົ້າ​ກິນ​ໃນ​ຕອນ​ແລງ ແລ້ວ​ເອົາ​ຂອງກິນ​ໃຫ້​ພວກ​ເຈົ້າ​ກິນ​ໃນ​ຕອນ​ເຊົ້າ​ຈົນ​ອີ່ມ ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ທີ່​ພວກ​ເຈົ້າ​ຈົ່ມ​ໃຫ້​ເພິ່ນ. ພວກ​ເຮົາບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ​ເລີຍ. ພວກ​ເຈົ້າ​ບໍ່​ໄດ້​ຈົ່ມ​ໃຫ້​ພວກ​ເຮົາ​ເດີ້. ແທ້​ໆ​ແລ້ວ ພວກ​ເຈົ້າກຳລັງ​ຈົ່ມ​ໃຫ້​ພະ​ເຢໂຫວາ.”+  ແລ້ວ​ໂມເຊ​ກໍ​ບອກ​ອາໂຣນ​ວ່າ: “ໃຫ້​ບອກ​ພວກ​ອິດສະຣາເອນ​ທຸກ​ຄົນ​ວ່າ ‘ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ທີ່​ພວກ​ເຈົ້າ​ຈົ່ມ​ແລ້ວ. ເພິ່ນ​ຢາກ​ໃຫ້​ພວກ​ເຈົ້າ​ມາ​ປະຊຸມ​ກັນ​ຢູ່​ນີ້.’”+ 10  ເມື່ອ​ອາໂຣນ​ເວົ້າ​ກັບ​ພວກ​ອິດສະຣາເອນ​ຈົບ ເຂົາ​ເຈົ້າ​ກໍ​ປິ່ນ​ໜ້າ​ໄປ​ທາງ​ບ່ອນ​ກັນດານ ແລະ​ເຫັນ​ເສົາ​ຂີ້ເຝື້ອ​ມີ​ແສງ​ອອກ​ມາ ຍ້ອນ​ລິດ​ເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະ​ເຢໂຫວາ.+ 11  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 12  “ເຮົາ​ໄດ້​ຍິນ​ຄຳ​ຈົ່ມ​ຂອງ​ພວກ​ອິດສະຣາເອນ​ແລ້ວ.+ ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ຕອນ​ໃກ້​ຊິ​ຄ່ຳ* ພວກ​ເຈົ້າ​ຈະ​ໄດ້​ກິນ​ຊີ້ນ ແລະ​ໃນ​ຕອນ​ເຊົ້າ ພວກ​ເຈົ້າ​ຊິ​ໄດ້​ກິນຂອງກິນອີກ​ຢ່າງ​ໜຶ່ງຈົນ​ອີ່ມ.+ ແລ້ວ​ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.’”+ 13  ເມື່ອ​ຮອດ​ຕອນ​ແລງ ນົກ​ກະທາ​ກໍ​ບິນ​ລົງ​ມາເຕັມ​ຄ້າຍພັກ+ ແລະ​ໃນ​ຕອນ​ເຊົ້າ​ກໍ​ມີ​ນ້ຳ​ຄ້າງ​ປົກ​ຄຸມ​ທົ່ວ​ບໍລິເວນ​ຄ້າຍ​ພັກ. 14  ເມື່ອ​ນ້ຳ​ຄ້າງ​ເຫີຍ​ໝົດ​ແລ້ວ ກໍ​ມີເມັດ​ນ້ອຍ​ໆ​ປົກ​ຄຸມ​ທົ່ວ​ໜ້າ​ດິນ​ໃນ​ບ່ອນ​ກັນດານ.+ 15  ເມື່ອ​ພວກ​ອິດສະຣາເອນ​ເຫັນ ເຂົາ​ເຈົ້າພາກັນ​ເວົ້າ​ວ່າ: “ອັນ​ນີ້​ແມ່ນ​ຫຍັງ​ນິ?” ເພາະ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ແມ່ນ​ຫຍັງ. ໂມເຊ​ກໍ​ເລີຍ​ບອກ​ເຂົາ​ເຈົ້າ​ວ່າ​: “ອັນ​ນີ້​ແມ່ນ​ຂອງກິນ​ອີກ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ເຈົ້າ.+ 16  ພະ​ເຢໂຫວາ​ສັ່ງ​ວ່າ ‘ໃຫ້​ແຕ່​ລະ​ຄົນ​ໄປ​ເກັບ​ເອົາ​ສ່ຳ​ທີ່​ໂຕເອງ​ກິນ. ໃຫ້​ເກັບ​ຕາມ​ຈຳນວນ​ຄົນ​ທີ່​ຢູ່​ໃນ​ເຕັ້ນ​ດຽວ​ກັນ 1 ໂອເມີ*+ຕໍ່ 1 ຄົນ.’” 17  ພວກ​ອິດສະຣາເອນ​ກໍ​ເຮັດ​ຕາມ​ນັ້ນ. ເຂົາ​ເຈົ້າ​ອອກ​ໄປ​ເກັບ​ເອົາ​ແນວ​ກິນ​ນັ້ນ. ບາງຄົນ​ກໍ​ເກັບ​ເອົາ​ຫຼາຍ ບາງຄົນ​ກໍ​ເກັບ​ເອົາ​ໜ້ອຍ. 18  ເຖິງ​ວ່າ​ເຂົາ​ເຈົ້າ​ຊິ​ເກັບ​ເອົາ​ຫຼາຍ​ຫຼື​ໜ້ອຍ ແຕ່​ລະ​ຄົນ​ກໍ​ໄດ້ 1 ໂອເມີ*ພໍ​ດີ.+ ທຸກຄົນ​ເກັບ​ໄດ້​ສ່ຳ​ພໍ​ດີກິນ. 19  ແລ້ວ​ໂມເຊ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ບໍ່​ໃຫ້​ຜູ້​ໃດ​ຈົ່ງ​ແນວກິນ​ນີ້​ໄວ້​ຈົນ​ຮອດ​ເຊົ້າ​ມື້ຕໍ່​ໄປ.”+ 20  ແຕ່​ເຂົາ​ເຈົ້າ​ບໍ່​ຟັງ​ໂມເຊ. ບາງຄົນ​ໄດ້​ຈົ່ງ​ແນວ​ກິນ​ໄວ້ ແລະ​ເມື່ອ​ຮອດ​ຕອນ​ເຊົ້າ​ມື້​ຕໍ່​ໄປ ແນວ​ກິນ​ນັ້ນ​ກໍ​ມີ​ໜອນ​ຈຶ​ແລະ​ເນົ່າ​ເໝັນ. ເມື່ອ​ເຫັນ​ແນວ​ນັ້ນ ໂມເຊ​ກໍ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ. 21  ເຂົາ​ເຈົ້າ​ຕ້ອງ​ໄປ​ເກັບ​ທຸກ​ໆ​ເຊົ້າ​ສ່ຳ​ທີ່​ພໍ​ກິນ. ເມື່ອ​ແສງ​ແດດ​ຮ້ອນ​ຂຶ້ນ ສ່ວນ​ທີ່​ເຫຼືອ​ຢູ່​ດິນ​ກໍ​ເປື່ອຍ​ໝົດ. 22  ໃນ​ມື້​ທີ 6 ເຂົາ​ເຈົ້າ​ຕ້ອງ​ເກັບ​ແນວກິນ​ນັ້ນ 2 ເທົ່າ+​ຄື ຄົນ​ລະ 2 ໂອເມີ.* ແລ້ວ​ພວກ​ຫົວ​ໜ້າ​ທຸກ​ຄົນ​ກໍ​ມາ​ລາຍງານ​ໃຫ້​ໂມເຊ​ຟັງ. 23  ໂມເຊ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ບອກ​ແນວ​ນີ້. ມື້​ອື່ນ​ຈະເປັນ​ມື້​ພັກຜ່ອນ ແລະ​ເປັນ​ວັນ​ຊະບາໂຕ*ຂອງ​ພະ​ເຢໂຫວາ.+ ຖ້າ​ເຈົ້າ​ຢາກ​ອົບ​ຫຍັງ​ກໍ​ອົບ​ໄວ້ ຫຼືຢາກຕົ້ມຫຍັງກໍຕົ້ມໄວ້+ ແລ້ວ​ສ່ວນ​ທີ່​ເຫຼືອ​ກໍ​ໃຫ້​ຈົ່ງ​ໄວ້​ຮອດ​ເຊົ້າ​ມື້​ຕໍ່​ໄປ.” 24  ແລ້ວ​ເຂົາ​ເຈົ້າ​ກໍ​ຈົ່ງ​ສ່ວນ​ທີ່​ເຫຼືອ​ໄວ້​ຈົນ​ຮອດ​ຕອນ​ເຊົ້າ​ມື້​ຕໍ່​ໄປ​ຕາມ​ທີ່​ໂມເຊ​ສັ່ງ. ແນວ​ກິນ​ນັ້ນ​ກໍ​ບໍ່​ເນົ່າ​ບໍ່​ເໝັນ. 25  ຕໍ່ມາ ໂມເຊ​ບອກ​ວ່າ: “ແນວ​ກິນ​ທີ່​ໃຫ້ຈົ່ງ​ໄວ້ ໃຫ້​ເອົາ​ມາ​ກິນ​ໃນ​ມື້​ນີ້ ຍ້ອນ​ມື້​ນີ້​ເປັນ​ວັນ​ຊະບາໂຕ​ຂອງ​ພະ​ເຢໂຫວາ. ມື້​ນີ້​ຢູ່​ດິນ​ຊິ​ບໍ່​ມີ​ຫຍັງ​ໃຫ້​ພວກ​ເຈົ້າ​ເກັບ. 26  ເຈົ້າ​ຊິ​ເກັບ​ແນວ​ກິນ​ໄດ້​ຮອດ​ມື້​ທີ 6 ແຕ່​ມື້​ທີ 7 ເຊິ່ງ​ເປັນ​ວັນ​ຊະບາໂຕ+​ຈະ​ບໍ່​ມີ​ຫຍັງ​ໃຫ້​ເກັບ.” 27  ໃນ​ມື້​ທີ 7 ກໍ​ຍັງ​ມີ​ບາງຄົນ​ອອກ​ໄປ ແຕ່​ກໍ​ບໍ່​ມີ​ຫຍັງ​ໃຫ້​ເຂົາ​ເຈົ້າ​ເກັບ. 28  ພະ​ເຢໂຫວາ​ກໍ​ເລີຍ​ເວົ້າ​ກັບ​ໂມເຊ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ອີກ​ດົນ​ປານ​ໃດ?+ 29  ໃຫ້ຈື່​ໄວ້​ວ່າພະ​ເຢໂຫວາ​ໃຫ້​ວັນ​ຊະບາໂຕ​ກັບ​ພວກ​ເຈົ້າ​ເພື່ອ​ພວກ​ເຈົ້າ​ຈະໄດ້​ພັກຜ່ອນ.+ ຍ້ອນ​ແນວ​ນີ້​ແຫຼະ​ໃນ​ມື້​ທີ 6 ເພິ່ນ​ຈຶ່ງ​ໃຫ້​ພວກ​ເຈົ້າ​ເກັບ​ແນວ​ກິນ​ໄວ້​ສຳລັບ 2 ມື້. ໃນ​ມື້​ທີ 7 ໃຫ້​ທຸກ​ຄົນ​ຢູ່​ໃນ​ບ່ອນ​ຂອງ​ໂຕເອງ ຫ້າມ​ບໍ່​ໃຫ້​ໃຜ​ອອກ​ໄປ​ໃສ.” 30  ດັ່ງນັ້ນ ພວກ​ອິດສະຣາເອນ​ກໍ​ເລີຍ​ພັກຜ່ອນ​ໃນ​ມື້​ທີ 7.+ 31  ພວກ​ອິດສະຣາເອນ​ເອີ້ນ​ແນວ​ກິນ​ນີ້​ວ່າ “ມານາ.”* ມັນ​ຂາວ​ແລະມັນ​ຄ້າຍ​ຄື​ເມັດ​ຫອມປ້ອມ ແລະ​ມີ​ລົດ​ຊາດ​ຄື​ເຂົ້າຈີ່​ແຜ່ນ​ບາງ​ໆ​ໃສ່​ນ້ຳ​ເຜີ້ງ.+ 32  ໂມເຊ​ບອກ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ວ່າ ‘ໃຫ້​ເກັບ​ມານາ​ໄວ້ 1 ໂອເມີ*ເພື່ອ​ໃຫ້​ລຸ້ນ​ລູກ​ລຸ້ນ​ຫຼານ​ໄດ້​ເຫັນ.+ ເຂົາ​ເຈົ້າ​ຊິ​ໄດ້​ຮູ້​ວ່າ​ຕອນ​ທີ່​ເຮົາ​ຊ່ວຍ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ ເຮົາ​ໄດ້​ໃຫ້​ຂອງກິນ​ນີ້​ກັບ​ພວກ​ເຈົ້າ​ໃນ​ບ່ອນ​ກັນ​ດານ.’” 33  ໂມເຊ​ບອກ​ອາໂຣນ​ວ່າ: “ໃຫ້​ເອົາ​ມານາ 1 ໂອເມີ*ໃສ່​ໄວ້​ໃນ​ໂຖ ແລ້ວ​ເອົາ​ໄປ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ເບິ່ງ​ແຍງ​ຕໍ່​ໆ​ໄປ.”+ 34  ອາໂຣນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ໂມເຊ ແລະ​ໄດ້​ເອົາ​ໂຖ​ວາງ​ໄວ້​ທາງ​ໜ້າ​ຫີບ*ພິເສດ+ເພື່ອ​ຈະ​ຮັກສາ​ໄວ້​ຢ່າງ​ດີ. 35  ພວກ​ອິດສະຣາເອນ​ໄດ້​ກິນ​ມານາ 40 ປີ+ ຈົນ​ເຂົາ​ເຈົ້າ​ເດີນ​ທາງ​ມາ​ຮອດ​ບ່ອນ​ທີ່​ມີ​ຄົນ​ອາໄສ​ຢູ່.+ ເຂົາ​ເຈົ້າ​ກິນ​ມານາ​ເປັນ​ອາຫານ​ຈົນ​ມາ​ຮອດ​ເຂດ​ແດນ​ແຜ່ນດິນ​ການາອານ.+ 36  10 ໂອເມີ*ເທົ່າກັບ 1 ເອຟາ.*

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.
2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
2,2 ລິດ
4,4 ລິດ
ອາດມາ​ຈາກ​ຄຳເວົ້າ​ໃນ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ນີ້​ແມ່ນ​ຫຍັງ?”
2,2 ລິດ
2,2 ລິດ
ແປ​ຕາມ​ໂຕ​ວ່າ “ພະຍານ.” ເບິ່ງ​ຄື​ວ່າ​ເປັນ​ຫີບ​ທີ່​ມ້ຽນ​ເຄື່ອງ​ທີ່​ສຳຄັນ.
22 ລິດ
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.