ອົບພະຍົບ 21:1-36

  • ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ (1-36)

    • ກ່ຽວ​ກັບ​ທາດ​ທີ່​ເປັນ​ຄົນ​ເຮັບເຣີ (2-11)

    • ກ່ຽວ​ກັບ​ການ​ເຮັດ​ຮຸນແຮງ​ຕໍ່​ຄົນ​ອື່ນ (12-27)

    • ກ່ຽວ​ກັບ​ສັດ (28-36)

21  “ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ທີ່​ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ.+  ຖ້າ​ເຈົ້າ​ຊື້​ຄົນ​ເຮັບເຣີ​ມາ​ເປັນ​ທາດ+ ລາວ​ຈະ​ເປັນ​ທາດ​ຢູ່ 6 ປີ ແຕ່​ປີ​ທີ 7 ລາວ​ຈະ​ເປັນ​ອິດ​ສະຫຼະ​ໂດຍ​ບໍ່​ຕ້ອງ​ໄຊ້​ຫຍັງ​ຄືນ.+  ຖ້າ​ລາວ​ມາ​ເປັນ​ທາດ​ຄົນ​ດຽວ ລາວ​ກໍ​ຈະ​ອອກ​ໄປ​ຄົນ​ດຽວ ແຕ່​ຖ້າ​ລາວ​ມາ​ກັບ​ເມຍ ເມຍ​ກໍ​ຈະ​ອອກ​ໄປ​ພ້ອມ​ລາວ.  ຖ້າ​ເຈົ້ານາຍ​ຫາເມຍ*ໃຫ້​ທາດ ແລ້ວ​ທາດ​ມີ​ລູກ ທັງ​ເມຍ​ກັບ​ລູກ​ຂອງ​ທາດ​ນັ້ນ​ຈະ​ເປັນ​ຂອງ​ເຈົ້າ​ນາຍ. ມີ​ແຕ່​ທາດ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ອອກ​ໄປ.+  ແຕ່​ຖ້າ​ທາດ​ຜູ້​ນັ້ນ​ບອກ​ຢ່າງ​ໜັກແໜ້ນ​ວ່າ ‘ຂ້ອຍ​ຮັກ​ເຈົ້າ​ນາຍ​ແລະ​ຮັກ​ລູກ​ຮັກ​ເມຍ. ຂ້ອຍ​ບໍ່​ຢາກ​ເປັນ​ອິດ​ສະຫຼະ.’+  ນາຍ​ກໍ​ຈະພາ​ທາດ​ໄປ​ຢືນຕິດ​ຢູ່ປະຕູຫຼື​ວົງ​ກົບ​ປະຕູ ແລ້ວ​ເອົາ​ເຫຼັກ​ຊີ​ເຈາະ​ຫູ​ລາວ. ພະເຈົ້າ​ທ່ຽງແທ້​ກໍ​ຈະ​ເປັນ​ພະຍານໃຫ້​ເຂົາ​ເຈົ້າ* ແລະ​ຜູ້​ນັ້ນ​ຈະ​ເປັນ​ທາດ​ຂອງ​ເຈົ້າ​ນາຍ​ໄປ​ຕະຫຼອດ​ຊີວິດ.  ຖ້າ​ຜູ້​ໃດ​ຂາຍ​ລູກສາວ​ໄປ​ເປັນ​ທາດ ທາດ​ຜູ້​ນັ້ນ​ຈະ​ໄດ້​ເປັນ​ອິດ​ສະຫຼະ​ໃນ​ວິທີ​ທີ່​ແຕກຕ່າງ​ຈາກ​ທາດ​ທີ່​ເປັນ​ຜູ້​ຊາຍ.  ຖ້າ​ເຈົ້າ​ນາຍ​ບໍ່​ມັກ​ລາວ​ແລະ​ບໍ່​ຢາກ​ເອົາ​ລາວ​ເປັນ​ເມຍ​ນ້ອຍ ແຕ່​ຢາກ​ຂາຍ​ລາວ​ໃຫ້​ຄົນ​ອື່ນ ເຈົ້າ​ນາຍ​ຈະ​ຂາຍ​ລາວ​ໃຫ້​ຄົນ​ຕ່າງ​ປະເທດ​ບໍ່​ໄດ້ ເພາະ​ເຈົ້າ​ນາຍ​ໄດ້​ທໍລະຍົດ​ລາວ​ແລ້ວ.  ແຕ່​ຖ້າ​ເຈົ້າ​ນາຍ​ຢາກຍົກ​ລາວ​ໃຫ້​ເປັນ​ເມຍ​ຂອງລູກ​ຊາຍ ຕ້ອງ​ໃຫ້​ສິດ​ລາວ​ຄື​ກັບ​ເປັນ​ລູກສາວ​ຄົນ​ໜຶ່ງ. 10  ຖ້າ​ລາວ*ມີ​ເມຍ​ໃໝ່​ອີກ​ຄົນ​ໜຶ່ງ ລາວ​ຕ້ອງ​ເບິ່ງ​ແຍງ ໃຫ້​ເສື້ອ​ຜ້າ ແລະ​ນອນ​ນຳ​ເມຍ+​ຄົນ​ທຳອິດ​ຄື​ເກົ່າ. 11  ຖ້າ​ລາວ​ບໍ່​ໃຫ້ 3 ຢ່າງ​ນີ້​ກັບ​ເມຍ ເມຍ​ກໍ​ຈະ​ເປັນ​ອິດ​ສະຫຼະ​ແລະ​ໄປ​ຈາກ​ລາວ​ໄດ້​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ. 12  ຖ້າ​ຜູ້​ໃດ​ຕີ​ຄົນ​ອື່ນ​ຕາຍ ຜູ້​ນັ້ນ​ກໍ​ຕ້ອງ​ຖືກ​ຂ້າ.+ 13  ແຕ່​ຖ້າ​ລາວ​ບໍ່​ໄດ້​ຕັ້ງ​ໃຈ​ຂ້າ​ຄົນ​ອື່ນ ແລະ​ພະເຈົ້າ​ທ່ຽງແທ້​ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ ເຮົາ​ກໍ​ຈະ​ເລືອກ​ບ່ອນ​ໜຶ່ງ​ໃຫ້​ລາວ​ໜີ​ໄປ​ຢູ່​ໄດ້.+ 14  ຖ້າ​ຜູ້​ໃດ​ໃຈ​ຮ້າຍແຮງ​ໃຫ້​ຄົນ​ໜຶ່ງ​ແລະ​ຕັ້ງ​ໃຈ​ຂ້າ​ຄົນ​ນັ້ນ+ ເຖິງ​ວ່າ​ລາວ​ຈະ​ໄປ​ຢູ່​ບ່ອນ​ແທ່ນ​ບູຊາ​ຂອງ​ເຮົາ ລາວ​ກໍ​ຕ້ອງ​ຖືກ​ຂ້າ​ຄື​ກັນ.+ 15  ຜູ້​ໃດ​ຕີ​ພໍ່​ຕີ​ແມ່ ຜູ້​ນັ້ນ​ກໍ​ຕ້ອງ​ຖືກ​ຂ້າ.+ 16  ຖ້າ​ຜູ້​ໃດ​ລັກ​ພາ​ໂຕ​ຄົນ​ອື່ນ+​ແລ້ວ​ເອົາ​ໄປ​ຂາຍ ຫຼື​ຖືກ​ຈັບ​ໄດ້​ຕອນ​ທີ່​ຄົນ​ນັ້ນ​ຍັງ​ຢູ່​ນຳ+ ຜູ້​ນັ້ນ​ຕ້ອງ​ຖືກ​ຂ້າ.+ 17  ຖ້າ​ຜູ້​ໃດ​ປ້ອຍ​ດ່າ*ພໍ່​ແມ່ ຜູ້​ນັ້ນ​ຕ້ອງ​ຖື​ກ​ຂ້າ.+ 18  ຖ້າ​ມີ​ຄົນ​ຜິດ​ກັນ ແລະ​ຄົນ​ໜຶ່ງ​ໃຊ້ກຳ​ປັ້ນ*ຫຼື​ກ້ອນ​ຫີນ​ຕີ​ອີກ​ຄົນ​ໜຶ່ງ ແລ້ວ​ຄົນ​ທີ່​ຖືກ​ຕີ​ນັ້ນ​ບໍ່​ຕາຍ​ແຕ່ຕ້ອງ​ໄດ້​ນອນ​ພັກ​ຢູ່ 19  ແລະ​ຖ້າ​ລາວ​ລຸກ​ຍ່າງ​ພໍ​ໄປ​ພໍ​ມາ​ໄດ້​ໂດຍ​ໃຊ້​ໄມ້​ຄ້ຳ ຜູ້​ທີ່​ຕີ​ລາວ​ຈະ​ບໍ່​ຖືກ​ລົງໂທດ ແຕ່​ຕ້ອງ​ຈ່າຍ​ຄ່າ​ຊົດເຊີຍ​ຕັ້ງ​ແຕ່​ຕອນ​ທີ່​ລາວ​ບາດເຈັບ​ຈົນ​ຮອດ​ຕອນ​ທີ່​ລາວ​ເຊົາ​ເປັນ​ປົກກະຕິ. 20  ຖ້າ​ຜູ້​ໃດ​ຕີ​ທາດ​ຈົນ​ຕາຍ ຜູ້​ນັ້ນ​ຕ້ອງ​ຖືກ​ລົງໂທດ.+ 21  ແຕ່​ຖ້າ​ທາດ​ຄົນ​ນັ້ນ​ມີ​ຊີວິດ​ຢູ່​ໄດ້​ມື້​ໜຶ່ງ​ຫຼື​ສອງ​ມື້​ຈຶ່ງ​ຕາຍ ເຈົ້າ​ນາຍ​ຈະ​ບໍ່​ໄດ້​ຮັບ​ໂທດ​ເພາະ​ລາວ​ໄດ້​ຊື້​ທາດ​ຄົນ​ນັ້ນ​ມາ. 22  ຖ້າ​ມີ​ຄົນ​ກຳລັງ​ຕີ​ກັນ ແລ້ວ​ໄປ​ຖືກ​ຜູ້​ຍິງ​ຖື​ພາ​ຈົນ​ເຮັດ​ໃຫ້​ລາວ​ເກີດ​ລູກ​ກ່ອນ​ກຳນົດ+ ແຕ່​ລູກ​ກັບ​ແມ່ບໍ່​ໄດ້​ຕາຍ* ຜູ້​ເປັນ​ຜົວ​ມີ​ສິດ​ຮຽກ​ຮ້ອງ​ຄ່າ​ເສຍຫາຍ​ຈາກ​ຄົນ​ທີ່​ເຮັດ​ຜິດ ແລະ​ຄົນ​ທີ່​ເຮັດ​ຜິດ​ຕ້ອງ​ໃຫ້​ເງິນ​ຄ່າ​ເສຍຫາຍ​ຜ່ານ​ທາງ​ຜູ້ຕັດສິນ.+ 23  ແຕ່​ຖ້າ​ມີ​ຜູ້​ໃດຕາຍ ຕ້ອງ​ໃຫ້​ຊີວິດ​ແທນ​ຊີວິດ+ 24  ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ຕີນ​ແທນ​ຕີນ+ 25  ຮອຍ​ໄໝ້​ແທນ​ຮອຍ​ໄໝ້ ບາດ​ແທນ​ບາດ ຮອຍ​ຊ້ຳ​ແທນ​ຮອຍ​ຊ້ຳ. 26  ຖ້າ​ຜູ້​ໃດ​ຕີ​ທາດ​ແລ້ວ​ເຮັດ​ໃຫ້​ທາດ​ຕາ​ບອດ​ເບື້ອງ​ໜຶ່ງ ລາວ​ຕ້ອງ​ປ່ອຍ​ທາດ​ຄົນ​ນັ້ນ​ໃຫ້​ເປັນ​ອິດ​ສະຫຼະ ຍ້ອນ​ລາວ​ເຮັດ​ໃຫ້​ທາດ​ຕາ​ບອດ.+ 27  ຖ້າ​ເຈົ້າ​ນາຍ​ຕີ​ທາດ​ຈົນ​ແຂ້ວ​ອອກ ລາວ​ກໍ​ຕ້ອງ​ປ່ອຍ​ທາດ​ໃຫ້​ເປັນ​ອິດ​ສະຫຼະ ຍ້ອນ​ລາວ​ເຮັດ​ໃຫ້​ແຂ້ວ​ຂອງ​ທາດ​ຫຼຸດ​ອອກ. 28  ຖ້າ​ງົວ​ຂອງ​ຜູ້​ໃດ​ໄປ​ຊົນຄົນ​ຈົນ​ຕາຍ ຕ້ອງດຶກ​ກ້ອນ​ຫີນໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ+ແລະ​ຫ້າມ​ກິນ​ຊີ້ນ​ຂອງ​ມັນ ແລ້ວ​ເຈົ້າ​ຂອງ​ງົວ​ຈະ​ບໍ່​ຖືກ​ລົງໂທດ. 29  ແຕ່​ຖ້າ​ງົວ​ມີ​ນິດໄສ​ມັກ​ຊົນ​ຄົນ​ຢູ່​ແລ້ວ ແລະ​ເຈົ້າ​ຂອງ​ງົວ​ກໍ​ຮູ້​ເລື່ອງ​ນີ້​ດີ​ແຕ່​ບໍ່​ໄດ້​ຂັງ​ມັນ​ໄວ້ ແລ້ວ​ມັນ​ໄປ​ຊົນ​ຄົນ​ຈົນ​ຕາຍ ຕ້ອງ​ດຶກ​ກ້ອນ​ຫີນ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ​ແລະ​ເຈົ້າ​ຂອງ​ງົວ​ຕ້ອງ​ຖືກ​ຂ້າ​ຄື​ກັນ. 30  ຖ້າ​ມີການ​ຮຽກ​ຮ້ອງໃຫ້​ເຈົ້າ​ຂອງ​ງົວ​ຈ່າຍ​ຄ່າ​ເສຍຫາຍ ລາວ​ກໍ​ຕ້ອງ​ໄດ້​ຈ່າຍ​ຕາມ​ຈຳນວນ​ທີ່​ໄດ້​ຮຽກ​ຮ້ອງ​ນັ້ນ​ເພື່ອ​ລາວ​ຈະ​ບໍ່​ຖືກ​ຂ້າ. 31  ຖ້າ​ງົວ​ໄປ​ຊົນ​ເດັກ​ນ້ອຍ​ຈົນ​ຕາຍ ເຈົ້າ​ຂອງ​ງົວ​ຕ້ອງ​ຖືກ​ລົງໂທດຕາມ​ກົດ​ໝາຍ. 32  ຖ້າ​ງົວ​ຂອງ​ຜູ້​ໃດ​ໄປ​ຊົນ​ທາດ​ຂອງ​ຄົນ​ອື່ນ​ຈົນ​ຕາຍ ເຈົ້າ​ຂອງ​ງົວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ເຈົ້າ​ນາຍ​ຂອງ​ທາດ​ຄົນ​ນັ້ນ 30 ເຊເກນ* ແລະ​ຕ້ອງ​ດຶກ​ກ້ອນ​ຫີນ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ. 33  ຖ້າ​ຜູ້​ໃດ​ຂຸດ​ຂຸມ​ແລະ​ບໍ່​ໄດ້​ປິດ​ປາກ​ຂຸມ​ໄວ້ ແລ້ວ​ມີ​ງົວ​ຫຼື​ລາ​ຕົກ​ລົງ​ໄປ​ຕາຍ 34  ເຈົ້າ​ຂອງ​ຂຸມ​ຕ້ອງ​ຈ່າຍ​ເງິນ​ຊົດ​ໄຊ້+ໃຫ້​ເຈົ້າ​ຂອງ​ສັດ ແຕ່​ເຈົ້າ​ຂອງ​ຂຸມ​ສາມາດ​ເອົາ​ສັດ​ທີ່​ຕາຍ​ໄປ​ໄດ້. 35  ຖ້າ​ງົວ​ຂອງ​ຜູ້​ໃດ​ໄປ​ຊົນ​ງົວ​ຂອງ​ຄົນ​ອື່ນ​ຕາຍ ເຂົາ​ເຈົ້າ​ຕ້ອງ​ເອົາ​ໂຕ​ທີ່​ຍັງ​ບໍ່​ຕາຍ​ໄປ​ຂາຍ ແລ້ວ​ເອົາ​ເງິນ​ມາ​ແບ່ງ​ເຄິ່ງ​ກັນ ສ່ວນ​ໂຕ​ທີ່​ຕາຍ​ກໍ​ໃຫ້​ແບ່ງ​ເຄິ່ງ​ກັນ​ຄື​ກັນ. 36  ຖ້າ​ງົວ​ຂອງ​ຜູ້​ໃດ​ມັກ​ຊົນ​ແລະ​ເຈົ້າ​ຂອງ​ງົວ​ບໍ່​ຂັງ​ມັນ​ໄວ້ ແລ້ວ​ມັນ​ໄປ​ຊົນ​ງົວ​ຂອງ​ຄົນ​ອື່ນ​ຕາຍ ລາວ​ຕ້ອງ​ເອົາ​ງົວ​ໂຕ​ໜຶ່ງ​ຂອງ​ລາວ​ມາ​ໄຊ້​ແທນ​ແລະ​ໂຕ​ທີ່​ຕາຍ​ກໍ​ຈະ​ເປັນ​ຂອງ​ລາວ.”

ຂໍຄວາມໄຂເງື່ອນ

ເບິ່ງ​ຄື​ວ່າ​ເມຍ​ຜູ້​ນີ້​ເປັນ​ຄົນ​ຕ່າງ​ຊາດ​ແລະ​ບໍ່​ມີ​ສິດ​ທີ່​ຈະ​ຖືກ​ປ່ອຍ​ໂຕ​ໃນ​ປີ​ທີ 7 ຂອງ​ການ​ເຮັດ​ວຽກ​ເປັນ​ທາດ
ຫຼື “ນາຍ​ຈະ​ພາ​ລາວ​ໄປ​ໃກ້​ພະເຈົ້າ​ທ່ຽງແທ້”
ອາດ​ໝາຍເຖິງ​ເຈົ້າ​ນາຍ​ຫຼື​ລູກ​ຊາຍ​ກໍ​ໄດ້
ຫຼື “ສາບແຊ່ງ”
ຫຼື​ອາດ​ແປ​ວ່າ “ເຄື່ອງ​ໄມ້​ເຄື່ອງມື”
ຫຼື “ບໍ່​ໄດ້​ບາດເຈັບ​ຮ້າຍແຮງ”
342 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.