ອົບພະຍົບ 22:1-31
22 “ຖ້າຜູ້ໃດລັກງົວໂຕໜຶ່ງໄປຂ້າຫຼືໄປຂາຍ ລາວຕ້ອງໄດ້ຊົດໄຊ້ງົວຄືນ 5 ໂຕ ແລະຖ້າລັກແກະໂຕໜຶ່ງ ລາວຕ້ອງຊົດໄຊ້ແກະຄືນ 4 ໂຕ.+
2 (ຖ້າຜູ້ໃດເຫັນຂີ້ລັກ+ມາລັກເຄື່ອງໃນຕອນກາງຄືນແລະຂ້າລາວ ຜູ້ນັ້ນຈະບໍ່ມີຄວາມຜິດຂໍ້ຫາຂ້າຄົນ.
3 ແຕ່ຖ້າຂີ້ລັກມາຕອນກາງເວັນ ຜູ້ທີ່ຂ້າລາວຈະມີຄວາມຜິດ.)
ຂີ້ລັກຕ້ອງຊົດໄຊ້ຄືນ. ແຕ່ຖ້າລາວບໍ່ມີຫຍັງທີ່ຈະຊົດໄຊ້ ລາວຕ້ອງຂາຍໂຕເອງເພື່ອຊົດໄຊ້ສິ່ງທີ່ລາວລັກມາ.
4 ຖ້າງົວ ລາ ຫຼືແກະທີ່ລາວລັກມາຍັງຢູ່ນຳລາວແລະມີຊີວິດຢູ່ ລາວຕ້ອງສົ່ງຄືນໂຕທີ່ລັກມາແລະຊົດໄຊ້ຄືນອີກ 1 ເທົ່າ.
5 ຖ້າຜູ້ໃດປ່ອຍສັດລ້ຽງໃຫ້ໄປກິນຫຍ້າ ແຕ່ພວກມັນໄປກິນຜົນລະປູກຫຼືໝາກລະແຊັງຢູ່ສວນຂອງຄົນອື່ນ ເຈົ້າຂອງສັດຕ້ອງຊົດໄຊ້ຄືນດ້ວຍຜົນລະປູກຫຼືໝາກລະແຊັງທີ່ດີທີ່ສຸດຂອງລາວ.
6 ຖ້າຜູ້ໃດຈູດໄຟ ແລ້ວໄຟນັ້ນລາມໄປໃສ່ຟຸ່ມໄມ້ແລະໄປໄໝ້ແນວປູກຂອງຄົນອື່ນ ຜູ້ນັ້ນກໍຕ້ອງຊົດໄຊ້ຄືນໃນສ່ວນທີ່ຖືກໄຟໄໝ້.
7 ຖ້າຜູ້ໃດຝາກເງິນຫຼືເຄື່ອງຂອງໄວ້ກັບຄົນອື່ນ ແລະມີຄົນມາລັກໄປ ແລ້ວຫຼັງຈາກນັ້ນຈັບຂີ້ລັກໄດ້ ຂີ້ລັກຄົນນັ້ນຕ້ອງເອົາເຄື່ອງຂອງມາສົ່ງຄືນ ແລະຊົດໄຊ້ຄືນອີກ 1 ເທົ່າ.+
8 ຖ້າຈັບຂີ້ລັກບໍ່ໄດ້ໃຫ້ພາຜູ້ຮັບຝາກໄປຫາພວກຜູ້ຕັດສິນ ເພື່ອພະເຈົ້າຈະຊ່ວຍໃຫ້ຮູ້ວ່າຜູ້ຮັບຝາກເປັນຄົນທີ່ລັກຫຼືບໍ່.+
9 ຖ້າຜູ້ໃດເຫັນຄົນອື່ນມີເຄື່ອງຂອງທີ່ຄິດວ່າເປັນຂອງໂຕເອງແລະທ້ວງວ່າ ‘ອັນນີ້ແມ່ນຂອງຂ້ອຍໄດ໋ນິ!’ ບໍ່ວ່າຈະເປັນງົວ ລາ ແກະ ເຄື່ອງນຸ່ງ ຫຼືສິ່ງອື່ນໆ ເຂົາເຈົ້າຕ້ອງໄປຫາພວກຜູ້ຕັດສິນ ເພື່ອພະເຈົ້າຈະຊ່ວຍໃຫ້ຮູ້ວ່າຜູ້ໃດເປັນເຈົ້າຂອງແທ້ໆ.+ ເມື່ອພະເຈົ້າຕັດສິນແລ້ວ ຄົນທີ່ເປັນຝ່າຍຜິດຕ້ອງສົ່ງເຄື່ອງຂອງນັ້ນຄືນແລະຊົດໄຊ້ຄືນອີກ 1 ເທົ່າ.+
10 ຖ້າຜູ້ໃດຝາກລາ ງົວ ແກະ ຫຼືສັດລ້ຽງອື່ນໆໃຫ້ຄົນອື່ນເບິ່ງແຍງ ແລ້ວສັດນັ້ນຕາຍ ຫຼືບາດເຈັບໜັກ ຫຼືຖືກລັກເອົາໄປໂດຍທີ່ບໍ່ມີຄົນເຫັນ
11 ຜູ້ຮັບຝາກຕ້ອງສາບານຕໍ່ໜ້າພະເຢໂຫວາວ່າລາວບໍ່ໄດ້ເຮັດຫຍັງກັບສັດທີ່ເອົາມາຝາກໄວ້ກັບລາວ ເຈົ້າຂອງສັດຕ້ອງຍອມຮັບສິ່ງທີ່ລາວເວົ້າ ແລະຜູ້ຮັບຝາກກໍບໍ່ຕ້ອງຊົດໄຊ້ຄືນ.+
12 ແຕ່ຖ້າສັດນັ້ນຖືກລັກໄປ* ຜູ້ຮັບຝາກຕ້ອງຊົດໄຊ້ຄືນໃຫ້ເຈົ້າຂອງສັດ.
13 ຖ້າມີສັດປ່າມາກັດສັດທີ່ຝາກໄວ້ຈົນຕາຍ ຜູ້ຮັບຝາກຕ້ອງເອົາຊາກສັດໄປໃຫ້ເບິ່ງເປັນຫຼັກຖານ ແລະລາວກໍບໍ່ຕ້ອງຊົດໄຊ້ຄືນ.
14 ຖ້າຜູ້ໃດຢືມສັດຂອງຄົນອື່ນມາໃຊ້ວຽກແລະສັດໂຕນັ້ນບາດເຈັບໜັກຫຼືຕາຍຕອນທີ່ເຈົ້າຂອງບໍ່ໄດ້ຢູ່ນຳ ຜູ້ທີ່ຢືມຕ້ອງຊົດໄຊ້ຄືນ.
15 ແຕ່ຖ້າເຈົ້າຂອງສັດຢູ່ນຳ ຜູ້ທີ່ຢືມກໍບໍ່ຕ້ອງຊົດໄຊ້ຄືນ. ຖ້າລາວຈ່າຍເງິນແລະເຊົ່າສັດໂຕນັ້ນແລ້ວກໍບໍ່ຕ້ອງຊົດໄຊ້ຄືນຄືກັນ.
16 ຖ້າຜູ້ຊາຍຄົນໜຶ່ງຕົວະຜູ້ສາວ*ທີ່ຍັງບໍ່ມີຄູ່ໝັ້ນໃຫ້ນອນນຳ. ລາວຕ້ອງຈ່າຍເງິນຄ່າດອງແລະຮັບເອົາຜູ້ສາວນັ້ນມາເປັນເມຍ.+
17 ຖ້າພໍ່ຂອງຜູ້ສາວບໍ່ຍອມຍົກລູກສາວໃຫ້ລາວ ລາວກໍຍັງຕ້ອງຈ່າຍຄ່າດອງຄືເກົ່າ.
18 ພວກເຈົ້າຕ້ອງຂ້າໝໍຜີ*ໃຫ້ໝົດ.+
19 ຖ້າຜູ້ໃດມີເພດສຳພັນກັບສັດ ຜູ້ນັ້ນຕ້ອງຖືກຂ້າ.+
20 ຖ້າຜູ້ໃດຂ້າສັດບູຊາໃຫ້ພະເຈົ້າອື່ນນອກຈາກພະເຢໂຫວາ ຜູ້ນັ້ນຕ້ອງຖືກຂ້າ.+
21 ຫ້າມເຮັດບໍ່ດີໃຫ້ຄົນຕ່າງຊາດ+ ຍ້ອນພວກເຈົ້າກໍເຄີຍເປັນຄົນຕ່າງຊາດໃນແຜ່ນດິນເອຢິບ.+
22 ຫ້າມເຮັດບໍ່ດີຕໍ່ແມ່ໝ້າຍຫຼືລູກກຳພ້າ.+
23 ຖ້າເຮັດບໍ່ດີໃຫ້ເຂົາເຈົ້າ ແລະເຂົາເຈົ້າຮ້ອງຂໍກັບເຮົາ ເຮົາຈະຟັງເຂົາເຈົ້າ.+
24 ເຮົາຈະໃຈຮ້າຍຫຼາຍແລະຈະເອົາດາບຂ້າເຈົ້າ. ເມຍຂອງເຈົ້າກໍຈະເປັນແມ່ໝ້າຍແລະລູກຂອງເຈົ້າກໍຈະບໍ່ມີພໍ່.
25 ຖ້າເຈົ້າເອົາເງິນໃຫ້ຄົນຂອງເຮົາທີ່ທຸກຍາກຢືມ ຢ່າເຮັດຄືເຈົ້າໜີ້ທີ່ຂູດຮີດ. ເຈົ້າຕ້ອງບໍ່ເອົາດອກເບ້ຍນຳລາວ.+
26 ຖ້າມີຜູ້ໃດເອົາເຄື່ອງນຸ່ງມາຈຳເຈົ້າໄວ້+ ເຈົ້າຕ້ອງສົ່ງເຄື່ອງນຸ່ງຄືນໃຫ້ລາວກ່ອນຕາເວັນຕົກດິນ
27 ເພາະມັນເປັນເສື້ອໂຕດຽວທີ່ລາວເອົາໄວ້ນຸ່ງເພື່ອບໍ່ໃຫ້ໂຕເອງໜາວ. ຖ້າເຈົ້າບໍ່ສົ່ງຄືນ ຕອນນອນລາວຈະເອົາຫຍັງມາຫົ່ມ?+ ຖ້າລາວຮ້ອງຫາເຮົາ ເຮົາຈະຟັງລາວຍ້ອນເຮົາມີຄວາມເມດຕາ.+
28 ຫ້າມສາບແຊ່ງພະເຈົ້າ+ ແລະຫ້າມສາບແຊ່ງພວກຫົວໜ້າຂອງພວກເຈົ້າ.+
29 ຢ່າລັງເລທີ່ຈະເອົາຜົນລະປູກ ນ້ຳມັນ ຫຼືເຫຼົ້າແວງທີ່ເຈົ້າໄດ້ຫຼາຍໆມາໃຫ້ເຮົາ+ ແລະເອົາລູກຊາຍຜູ້ທຳອິດຂອງເຈົ້າໃຫ້ເຮົາ.+
30 ສ່ວນງົວນ້ອຍຫຼືແກະນ້ອຍໂຕທຳອິດ+ ເມື່ອມັນເກີດມາແລ້ວ ໃຫ້ມັນຢູ່ກັບແມ່ 7 ມື້ກ່ອນ ແລ້ວເອົາມາໃຫ້ເຮົາໃນມື້ທີ 8.+
31 ພວກເຈົ້າຕ້ອງເຮັດໃຫ້ເຫັນວ່າພວກເຈົ້າເປັນຄົນບໍລິສຸດ.+ ຫ້າມພວກເຈົ້າກິນຊີ້ນຂອງສັດທີ່ຖືກສັດປ່າຂ້າຕາຍ+ ແຕ່ຄວນໂຍນຊີ້ນນັ້ນໃຫ້ໝາກິນ.”
ຂໍ ຄວາມ ໄຂ ເງື່ອນ
^ ອາດຖືກລັກຍ້ອນລາວບໍ່ສົນໃຈເບິ່ງແຍງ ຫຼືແທ້ໆແລ້ວເປັນສະຖານະການທີ່ປ້ອງກັນໄດ້ເພື່ອບໍ່ໃຫ້ເກີດຂຶ້ນ
^ ໃນພາສາເຮັບເຣີໝາຍເຖິງຜູ້ຍິງທີ່ຍັງບໍ່ເຄີຍນອນນຳຜູ້ຊາຍຈັກເທື່ອ
^ ພາສາເຮັບເຣີເນັ້ນໝໍຜີທີ່ເປັນຜູ້ຍິງ