ອົບພະຍົບ 32:1-35

  • ການ​ນະມັດສະການ​ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ (1-35)

    • ໂມເຊ​ໄດ້​ຍິນ​ສຽງ​ເພງ​ແປກໆ (17, 18)

    • ໂມເຊ​ຖິ້ມ​ແຜ່ນ​ຫີນ​ທີ່​ມີ​ຂໍ້​ກົດ​ໝາຍ​ລົງ​ພື້ນ (19)

    • ພວກເລວີ​ສັດຊື່​ຕໍ່​ພະເຢໂຫວາ (26-29)

32  ເມື່ອ​ປະຊາຊົນ​ເຫັນ​ວ່າ​ໂມເຊ​ຂຶ້ນ​ໄປ​ເທິງ​ພູ​ດົນ​ແລ້ວ​ແລະ​ບໍ່​ລົງ​ມາ​ຈັກ​ເທື່ອ+ ເຂົາ​ເຈົ້າ​ກໍ​ພາກັນ​ໄປ​ຫາ​ອາໂຣນ​ແລະ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ສ້າງ​ພະເຈົ້າ​ເພື່ອ​ຊີ້ນຳ​ພວກ​ເຮົາ​ແດ່+ ຍ້ອນ​ໂມເຊ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ໄປ​ໃສ​ແລ້ວ​ກໍ​ບໍ່​ຮູ້.”  ອາໂຣນ​ຈຶ່ງ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ເອົາ​ຕຸ້ມ​ຫູ​ຄຳ+ຂອງ​ເມຍ​ກັບ​ຂອງ​ລູກ​ຊາຍ​ລູກສາວ​ພວກ​ເຈົ້າ​ມາ​ໃຫ້​ຂ້ອຍ.”  ທຸກ​ຄົນ​ກໍ​ພາກັນ​ເອົາ​ຕຸ້ມ​ຫູ​ຄຳ​ຂອງ​ເຂົາ​ເຈົ້າ​ມາ​ໃຫ້​ອາໂຣນ.  ອາໂຣນເອົາ​ຄຳ​ນຳເຂົາ​ເຈົ້າ ແລະ​ໃຊ້​ເຄື່ອງ​ມື​ຫຼໍ່​ເປັນ​ຮູບ​ງົວ​ນ້ອຍ​ຂຶ້ນ​ມາ.+ ແລ້ວ​ເຂົາ​ເຈົ້າ​ກໍ​ພາກັນ​ເວົ້າ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ​ນີ້​ແມ່ນ​ພະເຈົ້າ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ເດີ້.”+  ເມື່ອ​ອາໂຣນ​ເຫັນ​ແນວ​ນັ້ນ ລາວ​ກໍ​ສ້າງ​ແທ່ນ​ບູຊາ​ຂຶ້ນ​ມາ​ຕໍ່​ໜ້າຮູບ​ງົວ​ນ້ອຍນັ້ນ. ແລ້ວ​ອາໂຣນ​ກໍ​ບອກ​ວ່າ: “ມື້​ອື່ນ​ຊິ​ມີການ​ລ້ຽງ​ສະຫຼອງໃຫ້​ພະ​ເຢໂຫວາ​ເດີ້.”  ມື້​ຕໍ່ມາ ເຂົາ​ເຈົ້າ​ພາກັນ​ລຸກ​ແຕ່​ເຊົ້າ ແລ້ວ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ. ຫຼັງ​ຈາກ​ນັ້ນ ພວກ​ປະຊາຊົນ​ກໍ​ພາກັນ​ກິນ​ກັນ​ດື່ມ​ແລະ​ຟ້ອນ​ເຕັ້ນ​ຢ່າງ​ມ່ວນ​ຊື່ນ.+  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ເຈົ້າ​ລົງ​ໄປ​ໄດ້​ແລ້ວ ຍ້ອນ​ປະຊາຊົນ​ທີ່​ເຈົ້າ​ພາ​ອອກ​ມາ​ຈາກ​ເອຢິບ​ນັ້ນໄດ້​ເຮັດ​ຊົ່ວແລ້ວ.+  ເຮົາ​ຫາ​ກໍ​ສັ່ງ​ເຂົາ​ເຈົ້າ​ໄດ້​ບໍ່​ດົນ ບຶດ​ດຽວ​ເຂົາ​ເຈົ້າ​ກໍ​ລືມ​ແລະ​ບໍ່​ເຮັດ​ຕາມ.+ ເຂົາ​ເຈົ້າ​ໄດ້​ສ້າງ​ຮູບ​ງົວ​ນ້ອຍ​ຂຶ້ນ​ມາ​ເອງ ລວມ​ທັງ​ນະມັດສະການ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ຮູບ​ງົວ​ນັ້ນ ແລ້ວ​ເວົ້າ​ວ່າ ‘ພວກ​ອິດສະຣາເອນ​ເອີ້ຍ ນີ້​ແມ່ນ​ພະເຈົ້າ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ເດີ້.’”  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ພວກ​ນີ້​ຫົວ​ແຂງ​ແທ້​ໆ​.+ 10  ຍ້ອນ​ເຮົາ​ໃຈ​ຮ້າຍແຮງ ເຮົາ​ຊິ​ທຳລາຍ​ພວກ​ເຂົາ ແລະ​ໃຫ້​ມີ​ຊົນຊາດ​ໃຫຍ່​ມາ​ຈາກ​ລູກ​ຫຼານ​ຂອງ​ເຈົ້າ​ແທນ.”+ 11  ແຕ່​ໂມເຊ​ອ້ອນວອນ​ພະ​ເຢໂຫວາ​ພະເຈົ້າ+​ວ່າ: “ພະ​ເຢໂຫວາ ເປັນ​ຫຍັງ​ພະອົງ​ໃຈ​ຮ້າຍ​ໃຫ້​ຄົນ​ຂອງ​ພະອົງ​ຫຼາຍ​ແທ້? ພະອົງ​ຫາ​ກໍ​ຊ່ວຍ​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ເອຢິບ​ດ້ວຍລິດ​ເດດ​ອັນ​ຍິ່ງໃຫຍ່​ຂອງ​ພະອົງ.+ 12  ຖ້າ​ພະອົງ​ເຮັດ​ແນວ​ນີ້ ພວກ​ເອຢິບ​ກໍ​ຊິ​ເວົ້າ​ໃຫ້​ພະອົງ​ວ່າ ‘ເພິ່ນ​ພາ​ພວກ​ນີ້​ອອກ​ມາ ແຕ່​ເພິ່ນ​ບໍ່​ໄດ້​ຫວັງ​ດີ​ຕໍ່​ພວກ​ເຂົາ​ແທ້​ໆ​. ເພິ່ນ​ຢາກ​ພາ​ພວກ​ເຂົາ​ມາ​ຂ້າ​ຢູ່​ເທິງ​ພູ​ນີ້​ແລະ​ຢາກ​ກຳຈັດ​ພວກ​ເຂົາ​ໃຫ້​ໝົດ​ໄປ​ຈາ​ກ​ໂລກ​ນີ້.’+ ຂໍ​ພະອົງ​ຢ່າ​ໃຈ​ຮ້າຍ. ຂໍ​ພະອົງ​ປ່ຽນ​ໃຈ. ຢ່າ​ທຳລາຍ​ຄົນ​ຂອງ​ພະອົງ​ເລີຍ. 13  ຂໍ​ໃຫ້​ພະອົງ​ຄິດເຖິງ​ອັບຣາຮາມ ອີຊາກ ແລະ​ອິດສະຣາເອນ​ທີ່​ພະອົງ​ໄດ້ສັນຍາ​ກັບ​ເຂົາ​ເຈົ້າດ້ວຍ​ຊື່​ຂອງ​ພະອົງ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ+ ແລະ​ເຮົາ​ຈະ​ເອົາ​ແຜ່ນດິນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນດິນ​ນັ້ນ​ຕະຫຼອດໄປ.’”+ 14  ພະ​ເຢໂຫວາ​ຈຶ່ງ​ປ່ຽນ​ໃຈ​ແລະ​ບໍ່​ທຳລາຍ​ຄົນຂອງ​ພະອົງ​ຄື​ກັບ​ທີ່​ເວົ້າ​ໄວ້.+ 15  ຈາກ​ນັ້ນ ໂມເຊ​ກໍ​ລົງ​ມາ​ຈາກ​ພູ. ລາວ​ຖື​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຂໍ້​ກົດ​ໝາຍຂອງ​ພະເຈົ້າ*+ລົງ​ມາ​ນຳ.+ ຫີນ​ທັງ​ສອງ​ແຜ່ນ​ມີ​ໜັງສື​ຂຽນ​ໄວ້​ທັງ​ສອງ​ດ້ານ ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ. 16  ພະເຈົ້າ​ເປັນ​ຜູ້​ເຮັດ​ແຜ່ນ​ຫີນ​ເຫຼົ່າ​ນັ້ນ​ຂຶ້ນ​ມາ​ແລະ​ເພິ່ນ​ເປັນ​ຜູ້​ຂຽນ​ໜັງສື​ໃສ່​ແຜ່ນ​ຫີນ​ເຫຼົ່າ​ນັ້ນ.+ 17  ເມື່ອ​ໂຢຊວຍ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ແຊວ​ໆ​ ລາວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ: “ຄື​ກັບ​ມີ​ສຽງ​ຄົນ​ສູ້ຮົບ​ກັນ​ຢູ່​ຄ້າຍ​ເນາະ.” 18  ແຕ່​ໂມເຊ​ບອກ​ວ່າ: “ຄັນ​ຊິ​ວ່າ​ສຽງ​ຮ້ອງ​ເພງ​ຂອງຄົນ​ທີ່​ໄດ້​ໄຊ​ຊະນະກະ​ບໍ່​ແມ່ນຄັນ​ວ່າ​ສຽງ​ຮ້ອງ​ໄຫ້​ຂອງ​ຄົນ​ທີ່​ເສຍ​ໄຊກະ​ບໍ່​ແມ່ນແຕ່​ແມ່ນ​ສຽງ​ຮ້ອງ​ເພງແນວ​ອື່ນ.” 19  ເມື່ອ​ໂມເຊ​ມາ​ໃກ້​ຊິ​ຮອດ​ຄ້າຍ ລາວ​ກໍ​ແນມ​ເຫັນ​ຮູບ​ງົວ​ນ້ອຍ+ ແລະ​ເຫັນ​ຄົນ​ພາກັນຟ້ອນ​ເຕັ້ນ​ຢູ່. ລາວ​ໃຈ​ຮ້າຍ​ຫຼາຍ ກໍ​ເລີຍ​ຖິ້ມ​ແຜ່ນ​ຫີນ​ລົງ​ພື້ນ. ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ກໍ​ແຕກ​ເປັນ​ປ່ຽງ​ນ້ອຍ​ໆ​ຢູ່​ຕີນ​ພູ.+ 20  ໂມເຊ​ເອົາ​ຮູບ​ງົວ​ນ້ອຍ​ໄປ​ເຜົາ​ໄຟ​ແລະບົດມັນ​ຈົນ​ມຸ່ນ+ ແລ້ວ​ລາວ​ກໍ​ເອົາ​ໄປ​ໂຮຍ​ໃສ່​ນ້ຳ​ແລະສັ່ງ​ໃຫ້​ພວກອິດສະຣາເອນ​ກິນ​ນ້ຳ​ນັ້ນ.+ 21  ໂມເຊ​ຖາມ​ອາໂຣນ​ວ່າ: “ຄົນ​ພວກ​ນີ້​ເຮັດ​ຫຍັງ​ໃຫ້​ເຈົ້າ? ເຈົ້າ​ຈຶ່ງ​ຍອມ​ໃຫ້​ພວກ​ເຂົາ​ເຮັດ​ບາບ​ຮ້າຍແຮງ​ຂະໜາດ​ນີ້?” 22  ອາໂຣນ​ຕອບ​ວ່າ: “ເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຄົນ​ພວກ​ນີ້​ມັກ​ເຮັດ​ຊົ່ວ.+ 23  ເຂົາ​ເຈົ້າ​ເວົ້າ​ກັບ​ຂ້ອຍ​ວ່າ ‘ໃຫ້​ສ້າງ​ພະເຈົ້າ​ເພື່ອ​ຊີ້ນຳ​ພວກ​ເຮົາ​ແດ່ ຍ້ອນ​ໂມເຊ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ໄປ​ໃສ​ແລ້ວ​ກໍ​ບໍ່​ຮູ້.’+ 24  ຂ້ອຍ​ກໍ​ເລີຍ​ບອກ​ເຂົາ​ເຈົ້າ​ວ່າ ‘ຜູ້​ໃດ​ທີ່​ມີ​ຄຳ​ກໍ​ເອົາ​ມາ​ໃຫ້​ຂ້ອຍ.’ ແລ້ວ​ຂ້ອຍ​ກໍ​ເອົາ​ຄຳ​ໂຍນ​ລົງ​ໃສ່​ໄຟ ແລ້ວ​ມັນ​ກໍ​ເປັນ​ຮູບ​ງົວ​ນ້ອຍ​ຄື​ກັບ​ທີ່​ເຈົ້າ​ເຫັນ​ນີ້​ແຫຼະ.” 25  ໂມເຊ​ເຫັນ​ວ່າ​ປະຊາຊົນ​ເຮັດ​ຜິດ​ຍ້ອນ​ອາໂຣນ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ ແລະ​ຍ້ອນ​ແນວ​ນີ້ເຂົາ​ເຈົ້າ​ຈະ​ຖືກ​ພວກ​ສັດຕູເຍາະເຍີ້ຍ 26  ໂມເຊ​ຈຶ່ງ​ໄປ​ຢືນ​ຢູ່​ທາງເຂົ້າ​ຄ້າຍ​ແລະ​ເວົ້າ​ວ່າ: “ຜູ້​ທີ່​ຢູ່​ຝ່າຍ​ພະ​ເຢໂຫວາ​ໃຫ້​ມາ​ຢືນ​ຢູ່​ນຳ​ຂ້ອຍ!”+ ແລ້ວ​ພວກເລວີ​ທຸກ​ຄົນ​ກໍ​ໄປ​ຢືນ​ຢູ່​ນຳ​ໂມເຊ. 27  ໂມເຊ​ເວົ້າ​ກັບ​ພວກເລວີ​ວ່າ: “ພະ​ເຢໂຫວາ ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ຈັບ​ດາບ​ຂອງ​ໂຕ​ເອງ ແລ້ວ​ຍ່າງ​ໄປ​ທົ່ວ​ຄ້າຍ ຕັ້ງ​ແຕ່​ຟາກ​ນີ້​ໄປ​ຈົນ​ຮອດ​ຟາກ​ນັ້ນ. ພວກ​ເຈົ້າ​ຕ້ອງ​ຂ້າ​ອ້າຍນ້ອງ ເພື່ອນ​ບ້ານ ແລະ​ໝູ່​ສະໜິດ.’”+ 28  ພວກເລວີ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ ແລະ​ໄດ້​ຂ້າ​ຜູ້​ຊາຍ​ຕາຍ​ປະມານ 3.000 ຄົນ​ໃນ​ມື້​ນັ້ນ. 29  ແລ້ວ​ໂມເຊ​ກໍ​ເວົ້າ​ວ່າ: “ໃຫ້​ພວກ​ເຈົ້າແຍກ​ໂຕ​ໄວ້​ຕ່າງ​ຫາກ ເພື່ອ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ພະ​ເຢໂຫວາ. ຍ້ອນ​ພວກ​ເຈົ້າ​ຕໍ່ສູ້​ລູກ​ຊາຍ​ແລະ​ອ້າຍນ້ອງ​ຂອງ​ພວກ​ເຈົ້າ​ເອງ+ ພະເຈົ້າ​ຈະ​ອວຍພອນ​ພວກ​ເຈົ້າ​ໃນ​ມື້​ນີ້.”+ 30  ມື້​ຕໍ່ມາ ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພວກ​ເຈົ້າ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ. ຂ້ອຍ​ຈະ​ຂຶ້ນໄປ​ເທິງ​ພູ​ແລະ​ອ້ອນວອນກັບ​ພະ​ເຢໂຫວາ. ບາງເທື່ອ​ເພິ່ນ​ຈະ​ຍົກ​ໂທດ​ໃຫ້​ພວກ​ເຈົ້າ.”+ 31  ໂມເຊ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູ​ແລະ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ຄົນ​ພວກ​ນີ້​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ. ເຂົາ​ເຈົ້າ​ໄດ້​ເອົາ​ຄຳ​ມາ​ເຮັດ​ເປັນ​ພະເຈົ້າ​ຂອງ​ໂຕ​ເອງ!+ 32  ຖ້າ​ພະອົງ​ຢາກ​ຈະ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ ກໍ​ຂໍ​ພະອົງ​ເຮັດ​ເລີຍ.+ ແຕ່​ຖ້າ​ພະອົງ​ບໍ່​ຍົກ​ໂທດ​ໃຫ້ ກໍ​ຂໍ​ໃຫ້​ພະອົງ​ລຶບ​ຊື່​ລູກ​ອອກ​ຈາກ​ປຶ້ມ​ທີ່​ພະອົງ​ຂຽນ​ໄວ້.”+ 33  ແຕ່​ພະ​ເຢໂຫວາ​ບອກ​ວ່າ: “ຜູ້​ໃດ​ທີ່​ເຮັດ​ຜິດ​ຕໍ່​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ປຶ້ມ​ຂອງ​ເຮົາ. 34  ໃຫ້​ເຈົ້າ​ພາ​ປະຊາຊົນ​ໄປ​ໃນ​ບ່ອນ​ທີ່​ເຮົາ​ຈະ​ບອກ​ເຈົ້າ. ເຮົາ​ຊິ​ໃຫ້​ທູດສະຫວັນ​ຂອງ​ເຮົາ​ອອກ​ໜ້າ​ໄປ​ກ່ອນ.+ ມື້​ທີ່​ເຮົາ​ຈະ​ມາ​ຕັດສິນ ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ​ສຳລັບ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ.” 35  ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ເຂົາ​ເຈົ້າ​ເຈິ​ກັບ​ໄພ​ພິບັດ​ຍ້ອນ​ຮູບ​ງົວ​ນ້ອຍ​ທີ່​ເຂົາ​ເຈົ້າບອກ​ໃຫ້​ອາໂຣນ​ເຮັດຂຶ້ນ​ມາ.

ຂໍຄວາມໄຂເງື່ອນ

ຫຼື “ແຜ່ນ​ຫີນ​ທີ່​ເປັນ​ຄື​ກັບ​ພະຍານ”