ຈົດໝາຍສະບັບທຳອິດຂອງເປໂຕ 2:1-25

  • ປູກ​ຝັງ​ຄວາມ​ຮູ້ສຶກ​ຢາກ​ໄດ້​ຖ້ອຍຄຳ​ຂອງ​ພະເຈົ້າ (1-3)

  • ຫີນ​ທີ່​ມີ​ຊີວິດ​ຖືກ​ສ້າງ​ຂຶ້ນ​ໃຫ້​ເປັນ​ວິຫານ (4-10)

  • ຢູ່​ແບບ​ຄົນ​ຕ່າງ​ຊາດ​ໃນ​ໂລກ​ນີ້ (11, 12)

  • ການ​ຍອມ​ຢູ່​ໃຕ້​ອຳນາດ​ຢ່າງ​ເໝາະສົມ (13-25)

    • ພະຄລິດ​ເປັນ​ຕົວຢ່າງ​ໃຫ້​ພວກ​ເຮົາ (21)

2  ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຊົ່ວ​ທຸກ​ແບບ+ ລວມ​ທັງ​ການ​ຫຼອກລວງ ການ​ທຳທ່າ​ເຮັດ​ດີ ການ​ອິດສາ​ກັນ ແລະ​ການ​ໃສ່​ຮ້າຍ.  ແຕ່​ໃຫ້​ປູກ​ຝັງ​ຄວາມ​ຮູ້ສຶກ​ຢາກ​ໄດ້​ຖ້ອຍຄຳ​ບໍລິສຸດ*​ຂອງ​ພະເຈົ້າ​ຄື​ກັບ​ແອນ້ອຍ​ເກີດ​ໃໝ່+​ທີ່​ຢາກ​ກິນ​ນົມ. ຖ້ອຍຄຳ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໃຫຍ່​ຂຶ້ນ​ແລະ​ໄດ້​ຮັບ​ຄວາມ​ລອດ.+  ພວກ​ເຈົ້າ​ໄດ້​ຮຽນ​ຮູ້*​ແລ້ວ​ວ່າ​ຜູ້​ເປັນ​ນາຍ​ໃຈ​ດີ​ຫຼາຍ​ສ່ຳ​ໃດ.  ເພິ່ນ​ເປັນ​ຫີນ​ທີ່​ມີ​ຊີວິດ​ຢູ່. ຄົນ​ບໍ່​ຍອມຮັບ​ຫີນ​ກ້ອນ​ນີ້+ ແຕ່​ພະເຈົ້າ​ພັດ​ເລືອກ​ໄວ້​ແລະ​ຖື​ວ່າ​ມີ​ຄ່າ​ຫຼາຍ.+ ເມື່ອ​ພວກ​ເຈົ້າ​ມາ​ຫາ​ເພິ່ນ  ພວກ​ເຈົ້າ​ທີ່​ເປັນ​ຫີນ​ທີ່​ມີ​ຊີວິດ​ຢູ່​ຄື​ກັນ​ກໍ​ກຳລັງ​ຖືກ​ສ້າງ​ຂຶ້ນ​ໃຫ້​ເປັນ​ວິຫານ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ.+ ພວກ​ເຈົ້າ​ຈະ​ຮັບ​ໃຊ້​ເປັນ​ປະໂລຫິດ​ທີ່​ບໍລິສຸດ​ເພື່ອ​ຈະ​ເອົາ​ເຄື່ອງ​ບູຊາ+​ທີ່​ພະເຈົ້າ​ຍອມຮັບ​ມາ​ໃຫ້​ຜ່ານ​ທາງ​ພະ​ເຢຊູ​ຄລິດ.+  ພະຄຳພີ​ບອກ​ວ່າ: “ເຮົາ​ເປັນ​ຜູ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ຢູ່​ຊີໂອນ ເປັນ​ຫີນ​ທີ່​ມີ​ຄ່າ​ຫຼາຍ​ເຊິ່ງ​ເຮົາ​ເລືອກ​ໄວ້​ໃຫ້​ເປັນ​ຫີນ​ຫົວແຈ*​ຂອງ​ຮາກ​ຖານ ແລະ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຫີນ​ກ້ອນ​ນີ້​ຈະ​ບໍ່​ຜິດຫວັງ​ເລີຍ.”*+  ພະຄລິດ​ຈຶ່ງ​ມີ​ຄ່າ​ຫຼາຍ​ສຳລັບ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ. ແຕ່​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ “ຫີນ​ທີ່​ຊ່າງ​ກໍ່ສ້າງ​ໄດ້​ຖິ້ມ​ໄປ​ແລ້ວ+​ໄດ້​ກາຍ​ມາ​ເປັນ​ຫີນ​ຫົວແຈ​ຫຼັກ”*+  ແລະ​ເປັນ “ຫີນ​ທີ່​ເຮັດ​ໃຫ້​ສະດຸດ​ແລະ​ລົ້ມ​ລົງ.”+ ເຂົາ​ເຈົ້າ​ສະດຸດ​ລົ້ມ​ຍ້ອນ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຈະ​ຕ້ອງ​ເຈິ​ຈຸດຈົບ​ແບບ​ນີ້.  ແຕ່​ພວກ​ເຈົ້າ​ເປັນ “ເຊື້ອຊາດ​ທີ່​ຖືກ​ເລືອກ ເປັນ​ປະໂລຫິດ​ແລະ​ເປັນ​ກະສັດ ເປັນ​ຊາດ​ທີ່​ບໍລິສຸດ+ ເປັນ​ຊົນຊາດ​ທີ່​ເປັນ​ຊັບ​ສົມບັດ​ພິເສດ​ຂອງ​ພະເຈົ້າ+ ເພື່ອ​ພວກ​ເຈົ້າ​ຈະ​ປະກາດ​ຄວາມ​ດີ”+ ຂອງ​ເພິ່ນ​ທີ່​ເອີ້ນ​ພວກ​ເຈົ້າ​ອອກ​ຈາກ​ຄວາມ​ມືດ​ມາ​ຫາ​ຄວາມ​ສະຫວ່າງ​ທີ່​ມະຫັດສະຈັນ​ຂອງ​ເພິ່ນ.+ 10  ແຕ່​ກີ້​ພວກ​ເຈົ້າ​ບໍ່​ໄດ້​ເປັນ​ຊົນຊາດ ແຕ່​ດຽວ​ນີ້​ພວກ​ເຈົ້າ​ເປັນ​ຊົນຊາດ​ຂອງ​ພະເຈົ້າ​ແລ້ວ.+ ແຕ່​ກີ້​ພະເຈົ້າ​ບໍ່​ໄດ້​ອີ່ຕົນ​ພວກ​ເຈົ້າ ແຕ່​ດຽວ​ນີ້​ເພິ່ນ​ອີ່ຕົນ​ພວກ​ເຈົ້າ​ແລ້ວ.+ 11  ພີ່​ນ້ອງ​ທີ່​ຮັກ ຂ້ອຍ​ຂໍ​ເຕືອນ​ພວກ​ເຈົ້າ​ທີ່​ເປັນ​ຄົນຕ່າງ​ຊາດແລະ​ຄົນ​ທີ່​ອາໄສ​ຢູ່​ຊົ່ວຄາວ​ໃນ​ໂລກ​ນີ້+ ໃຫ້​ຕ້ານ​ທານ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ+​ທີ່​ກຳລັງ​ຕໍ່ສູ້​ກັບ​ພວກ​ເຈົ້າ​ຢູ່.+ 12  ໃຫ້​ປະພຶດ​ໂຕ​ດີ​ຢູ່​ສະເໝີ​ເມື່ອ​ຢູ່​ກັບ​ຄົນ​ໃນ​ໂລກ+ ເພາະ​ຖ້າ​ເຂົາ​ເຈົ້າ​ເວົ້າ​ໃຫ້​ພວກ​ເຈົ້າ​ວ່າ​ເຮັດ​ຊົ່ວ ແຕ່​ເຫັນ​ການ​ກະທຳ​ທີ່​ດີ​ຂອງ​ພວກ​ເຈົ້າ+ ເຂົາ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ​ໃນ​ມື້​ທີ່​ເພິ່ນ​ມາ​ກວດເບິ່ງ. 13  ເພື່ອ​ເຫັນ​ແກ່​ຜູ້​ເປັນ​ນາຍ ໃຫ້​ພວກ​ເຈົ້າ​ເຊື່ອຟັງ​ທຸກ​ຢ່າງ​ທີ່​ມະນຸດ​ຕັ້ງ​ຂຶ້ນ+​ໃຫ້​ມີ​ອຳນາດ. ບໍ່​ວ່າ​ຈະ​ເປັນ​ກະສັດ+​ທີ່​ມີ​ອຳນາດ​ຫຼາຍ​ກວ່າ​ພວກ​ເຈົ້າ 14  ຫຼື​ເຈົ້າແຂວງ​ທີ່​ກະສັດ​ສົ່ງ​ມາ​ລົງໂທດ​ຄົນ​ເຮັດ​ຜິດ​ແລະ​ຍົກຍ້ອງ​ຄົນ​ເຮັດ​ດີ ກໍ​ໃຫ້​ພວກ​ເຈົ້າ​ເຊື່ອຟັງ​ເຂົາ​ເຈົ້າ.+ 15  ພະເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ເຮັດ​ດີ​ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ມີ​ເຫດຜົນ​ເຊົາ​ເວົ້າ​ເລື່ອງ​ທີ່​ໂຕເອງ​ບໍ່​ຮູ້.+ 16  ໃຫ້​ໃຊ້​ຊີວິດ​ແບບ​ຄົນ​ທີ່​ມີ​ອິດສະຫຼະ+ ແຕ່​ໃຊ້​ອິດສະຫຼະ​ນັ້ນ​ເພື່ອ​ຮັບ​ໃຊ້​ພະເຈົ້າ​ຄື​ກັບ​ທາດ+ ບໍ່​ແມ່ນ​ໃຊ້​ອິດສະຫຼະ​ນັ້ນ​ເປັນ​ຂໍ້ອ້າງ​ໃນ​ການ​ເຮັດ​ຊົ່ວ.+ 17  ໃຫ້​ກຽດ​ຄົນ​ທຸກ​ປະເພດ+ ໃຫ້​ຮັກ​ພີ່​ນ້ອງ​ຄລິດສະຕຽນ​ທຸກ​ຄົນ+ ໃຫ້​ຢ້ານຢຳ​ພະເຈົ້າ+ ແລະ​ນັບຖື​ກະສັດ.+ 18  ໃຫ້​ຄົນ​ຮັບ​ໃຊ້​ຍອມ​ເຊື່ອຟັງ​ເຈົ້າ​ນາຍ​ດ້ວຍ​ຄວາມ​ນັບຖື​ທີ່​ເໝາະສົມ+ ບໍ່​ແມ່ນ​ແຕ່​ນາຍ​ທີ່​ດີ​ແລະ​ມີ​ເຫດຜົນ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ນາຍ​ທີ່​ເອົາ​ໃຈ​ຍາກ​ນຳ. 19  ຖ້າ​ຜູ້​ໃດ​ຍອມ​ອົດທົນ​ກັບ​ຄວາມ​ລຳບາກ​ແລະ​ຍອມ​ທົນ​ທຸກ​ເພາະ​ຄວາມ​ບໍ່​ຍຸຕິທຳ​ຍ້ອນ​ຢາກ​ເຊື່ອຟັງ​ພະເຈົ້າ* ລາວ​ກໍ​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ 20  ຖ້າ​ພວກ​ເຈົ້າ​ຖືກ​ລົງໂທດ​ຍ້ອນ​ເຮັດ​ຜິດ ມັນ​ຈະ​ເປັນ​ຕາ​ຍົກຍ້ອງ​ຢູ່​ບ່ອນ​ໃດ?+ ແຕ່​ຖ້າ​ທົນ​ທຸກ​ຍ້ອນ​ເຮັດ​ດີ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ.+ 21  ທີ່ຈິງ ພະເຈົ້າ​ເລືອກ​ພວກ​ເຈົ້າ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ນີ້​ທີ່​ຕ້ອງ​ເຈິ​ກັບ​ຄວາມ​ທຸກ ແມ່ນ​ແຕ່​ພະຄລິດ​ກໍ​ຍັງ​ທົນ​ທຸກ​ເພື່ອ​ພວກ​ເຈົ້າ.+ ເພິ່ນ​ເຮັດ​ເປັນ​ຕົວຢ່າງ​ເພື່ອ​ໃຫ້​ພວກ​ເຈົ້າ​ຍ່າງ​ຕາມ​ຮອຍຕີນ​ເພິ່ນ​ຢ່າງ​ໃກ້ຊິດ.+ 22  ເພິ່ນ​ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ+​ແລະ​ບໍ່​ເຄີຍ​ເວົ້າ​ຕົວະ​ຜູ້​ໃດ​ເລີຍ.+ 23  ເມື່ອ​ຖືກ​ດ່າ+ ເພິ່ນ​ກໍ​ບໍ່​ໄດ້​ດ່າ​ຄືນ.+ ເມື່ອ​ທົນ​ທຸກ​ທໍລະມານ+ ເພິ່ນ​ກໍ​ບໍ່​ໄດ້​ຂູ່​ຜູ້​ໃດ ແຕ່​ຝາກ​ໂຕເອງ​ໄວ້​ກັບ​ພະເຈົ້າ​ທີ່​ຕັດສິນ+​ຢ່າງ​ຍຸຕິທຳ. 24  ເພິ່ນ​ແບກ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໄວ້+​ດ້ວຍ​ຮ່າງກາຍ​ຂອງ​ເພິ່ນ​ເມື່ອ​ຖືກ​ຄຶງ​ເທິງ​ເສົາ*+ ເພື່ອ​ພວກ​ເຮົາ​ຈະ​ພົ້ນ​ຈາກ​ບາບ​ແລະ​ໃຊ້​ຊີວິດ​ເພື່ອ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. “ເພິ່ນ​ຍອມ​ທົນ​ທຸກ​ກັບ​ບາດ​ແຜ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ.”+ 25  ແຕ່​ກີ້​ພວກ​ເຈົ້າ​ເຄີຍ​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ+ ແຕ່​ດຽວ​ນີ້​ພວກ​ເຈົ້າ​ໄດ້​ກັບ​ມາ​ຫາ​ຜູ້​ລ້ຽງ+​ແລະ​ຜູ້​ເບິ່ງແຍງ​ທີ່​ຮັກສາ​ຊີວິດ​ຂອງ​ພວກ​ເຈົ້າ​ແລ້ວ.

ຂໍຄວາມໄຂເງື່ອນ

ຫຼື “ທີ່​ບໍ່​ມີ​ແນວ​ປົນ”
ແປ​ຕາມ​ໂຕ​ວ່າ “ຊີມ”
ແປ​ຕາມ​ໂຕ​ວ່າ “ບໍ່​ຕ້ອງ​ອັບອາຍ​ຂາຍ​ໜ້າ​ເລີຍ”
ເບິ່ງ​ຄຳ​ວ່າ “ຫີນ​ຫົວ​ແຈ” ໃນ​ສ່ວນ​ອະທິບາຍ​ຄຳສັບ
ແປ​ຕາມ​ໂຕ​ວ່າ “ຍ້ອນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຕໍ່​ພະເຈົ້າ”
ຫຼື “ຕົ້ນໄມ້”