ໝວດ 22
ອັກຄະສາວົກປະກາດຢ່າງບໍ່ຢ້ານກົວ
ປະຊາຄົມຄລິດສະຕຽນເຕີບໃຫຍ່ຢ່າງໄວວາເຖິງແມ່ນວ່າມີການຂົ່ມເຫງ
ສິບມື້ຫຼັງຈາກທີ່ພະເຍຊູໄດ້ຂຶ້ນໄປສະຫວັນ ສາວົກຂອງພະອົງປະມານ 120 ຄົນໄດ້ເຕົ້າໂຮມກັນຢູ່ເຮືອນໃນເມືອງເຢຣຶຊາເລມໃນວັນເພນເຕກອດປີ 33 ສ.ສ. ເຊິ່ງເປັນເທດສະການຂອງຊາວຢິວ. ທັນໃດນັ້ນ ມີສຽງດັງຄືພາຍຸແຮງກ້າດັງກ້ອງທົ່ວເຮືອນຫຼັງນັ້ນ. ພວກສາວົກເລີ່ມຕົ້ນເວົ້າພາສາທີ່ເຂົາເຈົ້າບໍ່ຮູ້ຈັກຢ່າງມະຫັດສະຈັນ. ຈະອະທິບາຍເຫດການທີ່ແປກປະຫຼາດນີ້ແນວໃດ? ພະເຈົ້າໄດ້ປະທານພະວິນຍານບໍລິສຸດໃຫ້ກັບພວກສາວົກ.
ຢູ່ທາງນອກ ມີຝູງຊົນເພາະວ່າແຂກມາຈາກຫຼາຍດິນແດນເພື່ອເຂົ້າຮ່ວມເທດສະການ. ເຂົາເຈົ້າພາກັນຕື່ນຕົກໃຈຫຼາຍທີ່ໄດ້ຍິນພວກສາວົກຂອງພະເຍຊູເວົ້າພາສາຂອງຕົນໄດ້ລ່ຽນໄຫຼດີ. ເພື່ອອະທິບາຍສິ່ງທີ່ເກີດຂຶ້ນ ເປໂຕກ່າວເຖິງຄຳພະຍາກອນຂອງຜູ້ພະຍາກອນໂຢເອນທີ່ວ່າພະເຈົ້າຈະ “ຖອກພະວິນຍານ” ຂອງພະອົງ ເຊິ່ງເປັນຂອງປະທານອັນມະຫັດສະຈັນສຳລັບຜູ້ທີ່ໄດ້ຮັບ. (ໂຢເອນ 2:28, 29) ພະວິນຍານບໍລິສຸດເປັນຫຼັກຖານທີ່ມີພະລັງເຊິ່ງເຮັດໃຫ້ເຫັນວ່າການປ່ຽນແປງທີ່ສຳຄັນໄດ້ເກີດຂຶ້ນແລ້ວ ນັ້ນກໍຄືພະເຈົ້າໄດ້ປ່ຽນຄວາມໂປດປານຈາກຊາດອິດສະລາແອນມາສູ່ປະຊາຄົມຄລິດສະຕຽນທີ່ຫາກໍກໍ່ຕັ້ງຂຶ້ນ. ໃນຕອນນີ້ ຜູ້ທີ່ຕ້ອງການຮັບໃຊ້ພະເຈົ້າໃນແບບທີ່ພະອົງຍອມຮັບຕ້ອງເປັນຜູ້ຕິດຕາມພະຄລິດ.
ໃນເວລາດຽວກັນ ການຕໍ່ຕ້ານກໍເພີ່ມທະວີຂຶ້ນແລະພວກສັດຕູຈັບພວກສາວົກເຂົ້າຄຸກ. ແຕ່ວ່າໃນຕອນກາງຄືນ ທູດສະຫວັນຂອງພະເຢໂຫວາໄດ້ເປີດປະຕູຄຸກແລະບອກພວກສາວົກໃຫ້ປະກາດຕໍ່ໄປ. ເມື່ອຮຸ່ງແຈ້ງ ພວກເຂົາເຈົ້າກໍປະກາດຕໍ່ໄປ. ເຂົາເຈົ້າເຂົ້າໄປໃນວິຫານແລະເລີ່ມຕົ້ນສອນຂ່າວດີກ່ຽວກັບພະເຍຊູ. ຜູ້ຕໍ່ຕ້ານທາງສາສະໜາໃຈຮ້າຍຫຼາຍແລະສັ່ງເຂົາເຈົ້າໃຫ້ເຊົາປະກາດ. ໂດຍບໍ່ຢ້ານກົວ ພວກອັກຄະສາວົກຕອບວ່າ “ພວກຂ້າພະເຈົ້າຈຳຕ້ອງຟັງພະເຈົ້າຫຼາຍກວ່າຟັງມະນຸດ.”—ກິດຈະການ 5:28, 29.
ການຕໍ່ຕ້ານເພີ່ມຂຶ້ນ. ຊາວຢິວບາງຄົນກ່າວຫາສາວົກເອຕຽນວ່າໝິ່ນປະໝາດພະເຈົ້າແລະພາກັນເອົາຫີນຄວ່າງໃສ່ລາວຈົນຕາຍ. ຊາຍຫນຸ່ມຊື່ໂຊໂລຈາກເມືອງທາເຊໄດ້ຢືນເບິ່ງແລະເຫັນດີກັບການຂ້ານີ້. ຈາກນັ້ນລາວໄປເມືອງດາມາເຊເພື່ອຈະຈັບຜູ້ໃດກໍຕາມທີ່ຕິດຕາມພະຄລິດ. ໃນຂະນະທີ່ໂຊໂລເດີນທາງຢູ່ ແສງເຫຼື້ອມຈາກຟ້າແມບໃສ່ລາວແລະມີສຽງກ່າວວ່າ “ໂຊໂລ ໂຊໂລເອີຍ ເປັນສັນໃດທ່ານຂົ່ມເຫງເຮົາ?” ໂຊໂລຜູ້ທີ່ຕາບອດເພາະແສງນັ້ນໄດ້ຖາມວ່າ “ພະອົງເຈົ້າຂ້າ ພະອົງເປັນຜູ້ໃດ?” ແລະມີສຽງຕອບວ່າ “ເຮົາເປັນພະເຍຊູ.”—ກິດຈະການ 9:3-5.
ສາມມື້ຕໍ່ມາ ພະເຍຊູໄດ້ສົ່ງສາວົກທີ່ຊື່ອານາເນຍໃຫ້ໄປປົວຕາຂອງໂຊໂລ. ໂຊໂລໄດ້ຮັບບັບເຕມາແລະເລີ່ມຕົ້ນປະກາດເລື່ອງພະເຍຊູຢ່າງກ້າຫານ. ໂຊໂລຈຶ່ງເປັນທີ່ຮູ້ຈັກໃນຖານະອັກຄະສາວົກໂປໂລແລະເປັນຄລິດສະຕຽນທີ່ກະຕືລືລົ້ນໃນປະຊາຄົມ.
ສາວົກຂອງພະເຍຊູໄດ້ປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າກັບຊາວຢິວແລະຊາວສະມາລີເທົ່ານັ້ນ. ຕອນນີ້ທູດສະຫວັນອົງໜຶ່ງຂອງພະເຈົ້າໄດ້ປາກົດຕົວຕໍ່ໂຄເນເລຍທີ່ເປັນນາຍທະຫານໂລມເຊິ່ງຢ້ານຢຳພະເຈົ້າ ທູດນັ້ນບອກລາວໃຫ້ໄປເອີ້ນອັກຄະສາວົກເປໂຕ. ໂດຍມີຄົນອື່ນໄປນຳ ເປໂຕຈຶ່ງໄດ້ປະກາດຕໍ່ໂຄເນເລຍແລະໄທເຮືອນຂອງລາວ. ໃນຂະນະທີ່ເປໂຕພວມເວົ້າຢູ່ ພະວິນຍານບໍລິສຸດໄດ້ມາປາກົດຢູ່ເທິງຜູ້ເຊື່ອຖືເຫຼົ່ານັ້ນທີ່ເປັນຄົນຕ່າງຊາດ ແລະອັກຄະສາວົກສັ່ງໃຫ້ເຂົາເຈົ້າຮັບບັບເຕມາໃນນາມຊື່ຂອງພະເຍຊູ. ຕອນນີ້ເສັ້ນທາງສູ່ຊີວິດຕະຫຼອດໄປໄດ້ເປີດໃຫ້ຄົນທຸກເຊື້ອຊາດ. ປະຊາຄົມພ້ອມທີ່ຈະປະກາດຂ່າວດີໃຫ້ກວ້າງໄກອອກໄປ.
—ຂໍ້ມູນມາຈາກກິດຈະການ 1:1–11:21.