ສິ່ງທີ່ເຈົ້າເຮັດໄດ້ໃນການສຶກສາສ່ວນໂຕ
ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາເຮັດຕາມທີ່ສັນຍາໄວ້
ອ່ານພວກຜູ້ຕັດສິນ 11:30-40 ກ່ຽວກັບເລື່ອງຂອງເຢັບທາແລະລູກສາວທີ່ເຮັດຕາມຄຳສັນຍາ.
ວິເຄາະເນື້ອໃນ. ຄົນອິດສະຣາເອນຮູ້ສຶກແນວໃດຕໍ່ຄຳສັນຍາທີ່ເຮັດກັບພະເຢໂຫວາ? (ຈຊບ. 30:2) ເຢັບທາກັບລູກສາວສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເຊື່ອໃນພະເຢໂຫວາ?—ຜຕສ. 11:9-11, 19-24, 36
ຄົ້ນຄວ້າໃຫ້ເລິກເຊິ່ງກວ່າເກົ່າ. ເຢັບທາໝາຍຄວາມວ່າແນວໃດຕອນທີ່ລາວສັນຍາກັບພະເຢໂຫວາ? (ຫ16.04 ໜ້າ 6 ຂໍ້ 12) ເຢັບທາກັບລູກສາວຕ້ອງເສຍສະລະຫຍັງແດ່ເພື່ອເຮັດຕາມທີ່ສັນຍາໄວ້? (ຫ16.04 ໜ້າ 6-7 ຂໍ້ 14-16) ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາເຮັດຄຳສັນຍາຫຍັງທີ່ສຳຄັນຕໍ່ເພິ່ນ?—ຫ17.04 ໜ້າ 6-9 ຂໍ້ 10-19
ໃຫ້ເບິ່ງວ່າເຈົ້າໄດ້ບົດຮຽນຫຍັງ? ໃຫ້ຖາມໂຕເອງວ່າ:
-
‘ຂ້ອຍຄວນເຮັດແນວໃດເພື່ອຮັກສາຄຳສັນຍາຕອນອຸທິດໂຕທີ່ວ່າຈະຮັບໃຊ້ພະເຢໂຫວາຕະຫຼອດໄປ?’ (ຫ20.03 ໜ້າ 13 ຂໍ້ 20)
-
‘ຂ້ອຍເສຍສະລະຫຍັງໄດ້ແດ່ເພື່ອຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ?’
-
‘ສິ່ງໃດຈະຊ່ວຍຂ້ອຍໃຫ້ເຮັດຕາມຄຳສັນຍາຕອນແຕ່ງດອງ?’ (ມທ. 19:5, 6; ອຟຊ. 5:28-33)