ຖືກຊັກນຳດ້ວຍ ‘ຂອງປະທານຈາກພະເຈົ້າທີ່ເຫຼືອຈະພັນລະນາໄດ້’
“ຂອບພະຄຸນພະເຈົ້າສຳລັບຂອງປະທານ . . . ທີ່ເຫຼືອຈະພັນລະນາໄດ້.”—2 ໂກລິນໂທ 9:15, ທ.ປ.
ເພງ: 121, 63
1, 2. (ກ) ‘ຂອງປະທານຈາກພະເຈົ້າທີ່ເຫຼືອຈະພັນລະນາໄດ້’ ລວມມີຫຍັງແດ່? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງແດ່ໃນບົດຄວາມນີ້?
ດ້ວຍຄວາມຮັກ ພະເຢໂຫວາໄດ້ໃຫ້ຂອງປະທານຫຼືຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດແກ່ເຮົາ ໂດຍສົ່ງພະເຍຊູເຊິ່ງເປັນລູກຊາຍທີ່ພະອົງຮັກຫຼາຍໃຫ້ມາທີ່ໂລກນີ້. (ໂຢຮັນ 3:16; 1 ໂຢຮັນ 4:9, 10) ອັກຄະສາວົກໂປໂລເອີ້ນຂອງຂວັນນີ້ວ່າ “ຂອງປະທານ . . . ທີ່ເຫຼືອຈະພັນລະນາໄດ້.” (2 ໂກລິນໂທ 9:15, ທ.ປ.) ເປັນຫຍັງໂປໂລຈຶ່ງໃຊ້ສຳນວນນີ້?
2 ໂປໂລຮູ້ວ່າຄ່າໄຖ່ຂອງພະເຍຊູແມ່ນສິ່ງທີ່ຮັບປະກັນວ່າຄຳສັນຍາຕ່າງໆທີ່ດີເລີດຂອງພະເຈົ້າຈະເປັນຈິງ. (ອ່ານ 2 ໂກລິນໂທ 1:20) ນີ້ໝາຍຄວາມວ່າ ‘ຂອງປະທານຈາກພະເຈົ້າທີ່ເຫຼືອຈະພັນລະນາໄດ້’ ລວມເຖິງຄ່າໄຖ່ຂອງພະເຍຊູແລະຄວາມດີທຸກຢ່າງແລະຄວາມຮັກພັກດີທີ່ພະເຢໂຫວາສະແດງຕໍ່ເຮົາ. ເປັນໄປບໍ່ໄດ້ທີ່ຈະພັນລະນາຂອງປະທານທີ່ມີຄ່ານີ້ໃນແບບທີ່ເຮົາຈະເຂົ້າໃຈໄດ້ຢ່າງຄົບຖ້ວນ. ເຮົາຄວນຮູ້ສຶກແນວໃດຕໍ່ຂອງປະທານທີ່ພິເສດນີ້? ແລະຂອງປະທານນີ້ກະຕຸ້ນເຮົາແນວໃດໃນຂະນະທີ່ກຽມຕົວສຳລັບການປະຊຸມອະນຸສອນທີ່ຈະມາເຖິງໃນວັນພຸດທີ 23 ມີນາ 2016?
ຂອງປະທານຫຼືຂອງຂວັນທີ່ພິເສດຈາກພະເຈົ້າ
3, 4. (ກ) ເຈົ້າຮູ້ສຶກແນວໃດເມື່ອມີຄົນເອົາຂອງຂວັນໃຫ້ເຈົ້າ? (ຂ) ຂອງຂວັນທີ່ພິເສດອາດປ່ຽນແປງຊີວິດຂອງເຈົ້າໄດ້ແນວໃດ?
3 ເຮົາມັກເມື່ອມີຄົນເອົາຂອງຂວັນໃຫ້ເຮົາ. ແຕ່ຂອງຂວັນບາງຢ່າງກໍມີຄວາມໝາຍຫຼາຍຫຼືພິເສດແທ້ໆເຊິ່ງສາມາດປ່ຽນແປງຊີວິດຂອງເຮົາໄດ້. ຕົວຢ່າງເຊັ່ນ: ໃຫ້ນຶກພາບເບິ່ງວ່າເຈົ້າໄດ້ເຂົ້າໄປກ່ຽວຂ້ອງກັບອາດຊະຍາກຳ ແລະໂທດສຳລັບຄວາມຜິດນັ້ນແມ່ນຄວາມຕາຍ. ແຕ່ທັນໃດນັ້ນກໍມີຄົນຜູ້ໜຶ່ງທີ່ເຈົ້າບໍ່ຮູ້ຈັກ ໄດ້ອາສາທີ່ຈະຮັບໂທດນັ້ນແທນເຈົ້າ. ລາວເຕັມໃຈທີ່ຈະຕາຍແທນເຈົ້າ! ຂອງຂວັນທີ່ພິເສດເຊັ່ນນີ້ເຮັດໃຫ້ເຈົ້າຮູ້ສຶກແນວໃດ?
4 ຂອງຂວັນທີ່ໃຫ້ດ້ວຍຄວາມຮັກແລະພິເສດເຊັ່ນນີ້ຈະເຮັດໃຫ້ເຈົ້າປ່ຽນແປງຊີວິດຂອງເຈົ້າ. ເປັນໄປໄດ້ທີ່ເຈົ້າຍັງຈະຖືກກະຕຸ້ນໃຫ້ສະແດງຄວາມເອື້ອເຟື້ອຫຼາຍຂຶ້ນ ໃຫ້ຮັກຄົນອື່ນ ແລະໃຫ້ອະໄພຄົນທີ່ບໍ່ໄດ້ສະແດງຄວາມກະລຸນາຕໍ່ເຈົ້າ. ໃນຕະຫຼອດຊີວິດທີ່ຍັງເຫຼືອ ເຈົ້າຄົງຕ້ອງການຈະສະແດງໃຫ້ເຫັນວ່າເຈົ້າຮູ້ສຶກຂອບໃຈສຳລັບການເສຍສະລະທີ່ຄົນນັ້ນໄດ້ເຮັດສຳລັບເຈົ້າ.
5. ຄ່າໄຖ່ທີ່ເປັນຂອງຂວັນຈາກພະເຢໂຫວາມີຄ່າຫຼາຍກວ່າຂອງຂວັນອື່ນໆຄືແນວໃດ?
5 ຄ່າໄຖ່ທີ່ເປັນຂອງຂວັນຈາກພະເຢໂຫວາມີຄ່າຫຼາຍກວ່າຂອງຂວັນໃນຕົວຢ່າງຂ້າງເທິງ. (1 ເປໂຕ 3:18) ລອງຄິດກ່ຽວກັບເລື່ອງນີ້: ພວກເຮົາທຸກຄົນໄດ້ຮັບບາບເປັນມໍລະດົກຈາກອາດາມ ແລະໂທດສຳລັບບາບນັ້ນແມ່ນຄວາມຕາຍ. (ໂລມ 5:12) ຄວາມຮັກກະຕຸ້ນພະເຢໂຫວາໃຫ້ສົ່ງພະເຍຊູມາໂລກນີ້ເພື່ອຈະຕາຍແທນມະນຸດທຸກຄົນ ຫຼືເພື່ອ “ຊີມຄວາມຕາຍຕາງຄົນທຸກຄົນ.” (ເຫບເລີ 2:9) ແຕ່ຄ່າໄຖ່ຂອງພະເຍຊູຈະໃຫ້ປະໂຫຍດຫຼາຍກວ່ານັ້ນອີກ! ຄ່າໄຖ່ຈະທຳລາຍຄວາມຕາຍຕະຫຼອດໄປ. (ເອຊາອີ 25:7, 8; 1 ໂກລິນໂທ 15:22, 26) ທຸກຄົນທີ່ສະແດງຄວາມເຊື່ອໃນພະເຍຊູຈະມີສັນຕິສຸກແລະມີຄວາມສຸກຕະຫຼອດໄປ ທັງກຸ່ມຄົນທີ່ຈະເປັນກະສັດຮ່ວມກັບພະເຍຊູໃນສະຫວັນຫຼືທີ່ເປັນລາຊະດອນຢູ່ເທິງໂລກນີ້ພາຍໃຕ້ການປົກຄອງຂອງລາຊະອານາຈັກ. (ໂລມ 6:23; ຄຳປາກົດ 5:9, 10) ມີພະພອນຫຍັງແດ່ທີ່ລວມຢູ່ໃນຂອງຂວັນຈາກພະເຢໂຫວາ?
6. (ກ) ມີພະພອນຫຍັງແດ່ທີ່ເປັນຂອງຂວັນຈາກພະເຢໂຫວາທີ່ເຈົ້າຄອຍຖ້າ? (ຂ) ຂໍໃຫ້ບອກເຖິງສາມສິ່ງທີ່ຂອງຂວັນຈາກພະເຈົ້າກະຕຸ້ນເຮົາໃຫ້ເຮັດ.
6 ຂອງຂວັນສ່ວນໜຶ່ງທີ່ມາຈາກພະເຢໂຫວາກໍຄືໂລກນີ້ຈະກາຍເປັນອຸທິຍານ ຄົນເຈັບປ່ວຍຈະໄດ້ຮັບການປິ່ນປົວ ແລະຄົນຕາຍຈະໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍ. (ເອຊາອີ 33:24; 35:5, 6; ໂຢຮັນ 5:28, 29) ເຮົາຮັກທັງພະເຢໂຫວາແລະລູກຊາຍສຸດທີ່ຮັກຂອງພະອົງທີ່ໃຫ້ “ຂອງປະທານ . . . ທີ່ເຫຼືອຈະພັນລະນາໄດ້” ແກ່ເຮົາ. ຂອງຂວັນນີ້ກະຕຸ້ນເຮົາໃຫ້ເຮັດຫຍັງ? ກະຕຸ້ນເຮົາໃຫ້: (1) ຮຽນແບບພະເຍຊູຄລິດໃຫ້ໄດ້ໃກ້ຄຽງທີ່ສຸດ (2) ຮັກພີ່ນ້ອງຂອງເຮົາ ແລະ (3) ໃຫ້ອະໄພຄົນອື່ນຈາກໃຈຈິງ.
“ຄວາມຮັກຂອງພະຄລິດໄດ້ຊັກນຳເຮົາທັງຫຼາຍ”
7, 8. ເຮົາຄວນຮູ້ສຶກແນວໃດຕໍ່ກັບຄວາມຮັກຂອງພະຄລິດ ແລະຄວາມຮັກນັ້ນຄວນກະຕຸ້ນເຮົາໃຫ້ເຮັດຫຍັງ?
7 ທຳອິດ ເຮົາຄວນຮູ້ສຶກຖືກກະຕຸ້ນໃຫ້ໃຊ້ຊີວິດຂອງເຮົາເພື່ອສັນລະເສີນພະເຍຊູ. ອັກຄະສາວົກໂປໂລເວົ້າໄວ້ວ່າ: “ຄວາມຮັກຂອງພະຄລິດໄດ້ຊັກນຳເຮົາທັງຫຼາຍ.” (ອ່ານ 2 ໂກລິນໂທ 5:14, 15) ໂປໂລຮູ້ວ່າຖ້າເຮົາຍອມຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພະເຍຊູ ຄວາມຮັກນັ້ນຈະຊັກນຳຫຼືກະຕຸ້ນເຮົາໃຫ້ຮັກແລະສັນລະເສີນພະເຍຊູ. ແມ່ນແລ້ວ ເມື່ອເຮົາເຂົ້າໃຈຢ່າງເຕັມທີໃນສິ່ງທີ່ພະເຢໂຫວາໄດ້ເຮັດສຳລັບເຮົາ ຄວາມຮັກຂອງພະອົງຈະກະຕຸ້ນເຮົາໃຫ້ໃຊ້ຊີວິດໃນແບບທີ່ສະແດງໃຫ້ເຫັນວ່າເຮົາສັນລະເສີນພະເຍຊູ. ເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ?
8 ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຈະກະຕຸ້ນເຮົາໃຫ້ຮຽນແບບພະເຍຊູແລະຕິດຕາມຮອຍຕີນຂອງພະອົງຢ່າງໃກ້ຊິດ. (1 ເປໂຕ 2:21; 1 ໂຢຮັນ 2:6) ເມື່ອເຮົາເຊື່ອຟັງພະເຈົ້າແລະພະຄລິດ ເຮົາພິສູດໃຫ້ເຫັນວ່າເຮົາຮັກພວກເພິ່ນ. ພະ ເຍຊູກ່າວວ່າ: “ຜູ້ທີ່ມີຄຳສັ່ງທັງຫຼາຍຂອງເຮົາແລະຖືຮັກສາຄຳສັ່ງນັ້ນເປັນຜູ້ນັ້ນທີ່ຮັກເຮົາ. ແລະຜູ້ທີ່ຮັກເຮົາ ຜູ້ນັ້ນຈະເປັນທີ່ຮັກຂອງພະບິດາຂອງເຮົາ ແລະເຮົາຈະຮັກຜູ້ນັ້ນແລະຈະໃຫ້ເພິ່ນຮູ້ຈັກເຮົາ.”—ໂຢຮັນ 14:21; 1 ໂຢຮັນ 5:3
9. ເຮົາອາດຖືກຄວາມກົດດັນໃນເລື່ອງໃດ?
9 ໃນໄລຍະການປະຊຸມອະນຸສອນ ເປັນໂອກາດດີທີ່ຈະຄິດຕຶກຕອງເຖິງວິທີທີ່ເຮົາກຳລັງໃຊ້ຊີວິດຂອງເຮົາ. ດັ່ງນັ້ນ ໃຫ້ຖາມຕົວເອງວ່າ: ‘ຂ້ອຍໄດ້ຮຽນແບບພະເຍຊູໃນດ້ານໃດແດ່ແລ້ວ? ມີດ້ານໃດອີກທີ່ຂ້ອຍສາມາດປັບປຸງຕົວເອງ?’ ເປັນເລື່ອງສຳຄັນທີ່ຈະຖາມຕົວເອງດ້ວຍຄຳຖາມເຫຼົ່ານີ້ ເພາະຜູ້ຄົນໃນໂລກນີ້ຕ້ອງການໃຫ້ເຮົາໃຊ້ຊີວິດໃນແບບທີ່ເຂົາເຈົ້າເຮັດ. (ໂລມ 12:2) ຖ້າບໍ່ລະວັງ ເຮົາອາດຮູ້ສຶກວ່າຖືກກົດດັນໃຫ້ເລີ່ມຮຽນແບບນັກປັດຊະຍາຂອງໂລກ ດາລາ ແລະຄົນທີ່ມີຊື່ສຽງໃນວົງການກິລາ. (ໂກໂລດ 2:8; 1 ໂຢຮັນ 2:15-17) ເຮົາຈະຕ້ານທານຄວາມກົດດັນນັ້ນໄດ້ແນວໃດ?
10. ມີຄຳຖາມຫຍັງແດ່ທີ່ເຮົາສາມາດຖາມຕົວເອງໃນໄລຍະການປະຊຸມອະນຸສອນ ແລະຄຳຕອບສຳລັບຄຳຖາມເຫຼົ່ານັ້ນອາດກະຕຸ້ນເຮົາໃຫ້ເຮັດຫຍັງ? (ເບິ່ງຮູບທຳອິດ)
10 ເປັນໂອກາດທີ່ດີທີ່ເຮົາຈະໃຊ້ເວລາໃນໄລຍະການປະຊຸມອະນຸສອນເພື່ອກວດເບິ່ງເຄື່ອງນຸ່ງ ໜັງທີ່ເບິ່ງ ດົນຕີທີ່ຟັງ ແລະລວມທັງສິ່ງທີ່ຢູ່ໃນຄອມພິວເຕີ ໂທລະສັບມືຖື ຫຼືແທັບເລັດຂອງເຮົາ. ໃຫ້ຖາມຕົວເອງວ່າ: ‘ຖ້າພະເຍຊູຢູ່ນີ້ແລະເຫັນສິ່ງທີ່ຂ້ອຍກຳລັງໃສ່ ຂ້ອຍຈະອາຍບໍ? (ອ່ານ 1 ຕີໂມເຕ 2:9, 10) ‘ເຄື່ອງນຸ່ງຂອງຂ້ອຍສະແດງໃຫ້ເຫັນບໍວ່າຂ້ອຍເປັນລູກສິດຂອງພະຄລິດ? ພະເຍຊູຈະມັກເບິ່ງໜັງທີ່ຂ້ອຍເບິ່ງບໍ? ພະອົງຈະຟັງເພງທີ່ຂ້ອຍຟັງບໍ? ຖ້າພະເຍຊູຢືມໂທລະສັບມືຖືຫຼືແທັບເລັດຂອງຂ້ອຍ ຂ້ອຍຈະອາຍໃນສິ່ງທີ່ພະອົງເຫັນບໍ? ຍາກບໍທີ່ຂ້ອຍຈະອະທິບາຍໃຫ້ພະເຍຊູຟັງວ່າເປັນຫຍັງຂ້ອຍຈຶ່ງມັກວິດີໂອເກມທີ່ຂ້ອຍຫຼິ້ນ?’ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຄວນຈະກະຕຸ້ນເຮົາໃຫ້ຖິ້ມສິ່ງທີ່ບໍ່ເໝາະສົມສຳລັບຄລິດສະຕຽນ ເຖິງວ່າສິ່ງນັ້ນຈະມີລາຄາແພງຫຼາຍກໍຕາມ. (ກິດຈະການ 19:19, 20) ເມື່ອເຮົາອຸທິດຊີວິດໃຫ້ພະເຢໂຫວາ ເຮົາໄດ້ສັນຍາວ່າຈະໃຊ້ຊີວິດເພື່ອສັນລະເສີນພະຄລິດ. ດັ່ງນັ້ນ ເຮົາບໍ່ຄວນມີສິ່ງໃດກໍຕາມທີ່ອາດເຮັດໃຫ້ເຮົາຮຽນແບບພະເຍຊູໄດ້ຍາກ.—ມັດທາຍ 5:29, 30; ຟີລິບ 4:8
11. (ກ) ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະພະເຍຊູກະຕຸ້ນເຮົາໃຫ້ເຮັດຫຍັງໃນວຽກປະກາດ? (ຂ) ຄວາມຮັກກະຕຸ້ນເຮົາແນວໃດໃຫ້ຊ່ວຍເຫຼືອພີ່ນ້ອງໃນປະຊາຄົມ?
11 ຄວາມຮັກທີ່ເຮົາມີຕໍ່ພະເຍຊູກະຕຸ້ນເຮົາໃຫ້ປະກາດແລະສອນຄວາມຈິງດ້ວຍຄວາມກະຕືລືລົ້ນ. (ມັດທາຍ 28:19, 20; ລືກາ 4:43) ໃນໄລຍະການປະຊຸມອະນຸສອນ ເຈົ້າຈະຈັດຕາຕະລາງໃນຊີວິດປະຈຳວັນໄດ້ບໍ ເພື່ອຈະເປັນໄພໂອເນຍສົມທົບໄດ້ແລະໃຊ້ເວລາ 30 ຫຼື 50 ຊົ່ວໂມງຕໍ່ເດືອນໃນການປະກາດ? ພີ່ນ້ອງຊາຍຄົນໜຶ່ງທີ່ເປັນໝ້າຍເຊິ່ງອາຍຸ 84 ປີ ຄິດວ່າລາວບໍ່ສາມາດເປັນໄພໂອເນຍໄດ້ຍ້ອນອາຍຸທີ່ຫຼາຍແລະສຸຂະພາບກໍບໍ່ດີ. ແຕ່ພວກໄພໂອເນຍໃນເຂດຂອງລາວໄດ້ຊ່ວຍລາວ. ເຂົາເຈົ້າໄດ້ສະເໜີທີ່ຈະໄປຮັບ-ໄປສົ່ງລາວ ແລະໄດ້ເລືອກເຂດທີ່ເໝາະສົມເພື່ອລາວຈະສາມາດເຮັດວຽກປະກາດໄດ້. ຜົນກໍຄື ພີ່ນ້ອງຊາຍຄົນນີ້ເຮັດໄດ້ 30 ຊົ່ວໂມງຕາມເປົ້າໝາຍ. ເຈົ້າສາມາດຊ່ວຍບາງຄົນໃນປະຊາຄົມໃຫ້ເປັນໄພໂອເນຍສົມທົບໃນເດືອນມີນາແລະເມສາໄດ້ບໍ? ແມ່ນຢູ່ວ່າບໍ່ແມ່ນໝົດທຸກຄົນສາມາດເປັນໄພໂອເນຍໄດ້ ແຕ່ເຮົາສາມາດໃຊ້ເວລາແລະເຫື່ອແຮງຂອງເຮົາເພື່ອຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ. ຄືກັບໂປໂລ ຖ້າເຮົາເຮັດແບບນັ້ນ ເຮົາຈະສະແດງໃຫ້ເຫັນວ່າເຮົາຖືກກະຕຸ້ນໂດຍຄວາມຮັກຂອງພະເຍຊູ. ຄວາມຮັກຂອງພະເຈົ້າກະຕຸ້ນເຮົາໃຫ້ເຮັດຫຍັງອີກ?
ເຮົາມີພັນທະທີ່ຈະຮັກກັນແລະກັນ
12. ຄວາມຮັກຂອງພະເຈົ້າກະຕຸ້ນເຮົາໃຫ້ເຮັດຫຍັງ?
12 ທີສອງ ຄວາມຮັກຂອງພະເຈົ້າຄວນກະຕຸ້ນເຮົາໃຫ້ຮັກພີ່ນ້ອງຂອງເຮົາ. ອັກຄະສາວົກໂຢຮັນຂຽນວ່າ: “ພວກພີ່ນ້ອງທີ່ເຮົາຮັກເອີຍ ຖ້າພະເຈົ້າໄດ້ຮັກເຮົາທັງຫຼາຍ ດັ່ງນັ້ນເຮົາທັງຫຼາຍຕ້ອງຮັກກັນແລະກັນດ້ວຍ.” (1 ໂຢຮັນ 4:7-11) ດັ່ງນັ້ນ ຖ້າເຮົາຍອມຮັບເອົາຄວາມຮັກຂອງພະເຈົ້າ ເຮົາກໍຕ້ອງຮັກພີ່ ນ້ອງຂອງເຮົາ. (1 ໂຢຮັນ 3:16) ເຮົາຈະສະແດງຄວາມຮັກຕໍ່ເຂົາເຈົ້າໄດ້ແນວໃດ?
13. ພະເຍຊູໄດ້ວາງຕົວຢ່າງແນວໃດໃນການຮັກຄົນອື່ນ?
13 ຕົວຢ່າງຂອງພະເຍຊູສະແດງໃຫ້ເຮົາເຫັນວິທີທີ່ເຮົາສາມາດສະແດງຄວາມຮັກຕໍ່ຄົນອື່ນ. ເມື່ອຢູ່ໂລກນີ້ ພະອົງໄດ້ຊ່ວຍເຫຼືອຜູ້ຄົນ ໂດຍສະເພາະແມ່ນຄົນທີ່ຕໍ່າຕ້ອຍ. ພະອົງໄດ້ປິ່ນປົວຄົນເຈັບປ່ວຍ ຄົນຂາເຢກຫາຫ້ານ ຄົນຕາບອດ ຄົນຫູໜວກ ແລະຄົນປາກກືກ. (ມັດທາຍ 11:4, 5) ບໍ່ຄືກັບພວກຫົວໜ້າສາສະໜາ ພະເຍຊູມັກສອນຜູ້ຄົນທີ່ຕ້ອງການຮຽນຮູ້ກ່ຽວກັບພະເຈົ້າ. (ໂຢຮັນ 7:49) ພະອົງສະແດງຄວາມຮັກຕໍ່ຄົນທີ່ຕໍ່າຕ້ອຍແລະພະອົງໄດ້ເຮັດວຽກໜັກເພື່ອຊ່ວຍເຫຼືອຄົນເຫຼົ່ານັ້ນ.—ມັດທາຍ 20:28
14. ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອສະແດງວ່າເຈົ້າຮັກພີ່ນ້ອງ?
14 ໃນໄລຍະການປະຊຸມອະນຸສອນຍັງເປັນໂອກາດທີ່ດີທີ່ຈະຄິດກ່ຽວກັບວິທີທີ່ເຈົ້າສາມາດຊ່ວຍພີ່ນ້ອງຊາຍຍິງໃນປະຊາຄົມຂອງເຈົ້າ ໂດຍສະເພາະແລ້ວແມ່ນຜູ້ທີ່ອາຍຸຫຼາຍແລ້ວ. ເຈົ້າສາມາດໄປຢາມພີ່ນ້ອງທີ່ຮັກເຫຼົ່ານັ້ນໄດ້ບໍ? ເຈົ້າສາມາດເອົາອາຫານໄປໃຫ້ເຂົາເຈົ້າ ຊ່ວຍເຮັດວຽກເຮືອນໃຫ້ເຂົາເຈົ້າ ສະເໜີທີ່ຈະໄປຮັບ-ໄປສົ່ງຢູ່ທີ່ການປະຊຸມ ຫຼືຊວນເຂົາເຈົ້າໄປປະກາດນຳໄດ້ບໍ? (ອ່ານ ລືກາ 14:12-14) ຂໍໃຫ້ຄວາມຮັກຂອງພະເຈົ້າກະຕຸ້ນເຈົ້າໃຫ້ສະແດງຄວາມຮັກຕໍ່ພີ່ນ້ອງຂອງເຈົ້າ!
ສະແດງຄວາມກະລຸນາຕໍ່ພີ່ນ້ອງຊາຍຍິງ
15. ເຮົາຕ້ອງສຳນຶກໃນເລື່ອງໃດ?
15 ທີສາມ ຄວາມຮັກຂອງພະເຢໂຫວາກະຕຸ້ນເຮົາທີ່ຈະໃຫ້ອະໄພພີ່ນ້ອງຊາຍຍິງ. ພວກເຮົາທຸກຄົນໄດ້ຮັບບາບແລະຄວາມຕາຍເປັນມໍລະດົກຈາກອາດາມ ດັ່ງນັ້ນຈຶ່ງບໍ່ມີໃຜສາມາດເວົ້າວ່າ: “ຂ້ອຍບໍ່ຕ້ອງການຄ່າໄຖ່.” ແມ່ນແຕ່ຜູ້ຮັບໃຊ້ທີ່ສັດຊື່ທີ່ສຸດຂອງພະເຈົ້າກໍຕ້ອງການຄ່າໄຖ່ເຊິ່ງເປັນຄືກັບຂອງຂວັນ. ພວກເຮົາແຕ່ລະຄົນໄດ້ຮັບການອະໄພບາບຫຼືຍົກໜີ້ທີ່ໃຫຍ່ຫຼວງທີ່ສຸດ! ເປັນຫຍັງການສຳນຶກເຖິງເລື່ອງນີ້ຈຶ່ງສຳຄັນ? ເຮົາຈະພົບຄຳຕອບໃນຕົວຢ່າງເລື່ອງໜຶ່ງຂອງພະເຍຊູ.
16, 17. (ກ) ເຮົາຮຽນຫຍັງໄດ້ຈາກຕົວຢ່າງປຽບທຽບຂອງພະເຍຊູເລື່ອງກະສັດອົງໜຶ່ງແລະພວກຂ້າໃຊ້? (ຂ) ຫຼັງຈາກທີ່ຄິດຕຶກຕອງກ່ຽວກັບຕົວຢ່າງປຽບທຽບຂອງພະເຍຊູແລ້ວ ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ?
16 ພະເຍຊູໄດ້ຍົກຕົວຢ່າງປຽບທຽບເລື່ອງກະສັດອົງໜຶ່ງທີ່ໄດ້ຍົກໜີ້ຈຳນວນມະຫາສານໃຫ້ຂ້າໃຊ້ຄົນໜຶ່ງທີ່ເປັນໜີ້ 50.000 ຊັ່ງ (ປະມານ 264.000.000.000 ກີບ). ແຕ່ຕໍ່ມາຂ້າໃຊ້ຄົນນີ້ບໍ່ໄດ້ຍົກໜີ້ໃຫ້ກັບໝູ່ຂ້າໃຊ້ນຳກັນທີ່ເປັນໜີ້ລາວພຽງແຕ່ 30 ຫຼຽນ (ປະມານ 480.000 ກີບ). ຄວາມເມດຕາຂອງກະສັດຄວນຈະກະຕຸ້ນຂ້າໃຊ້ຜູ້ນີ້ຍົກໜີ້ໃຫ້ກັບໝູ່ຂ້າໃຊ້ນຳກັນ. ເມື່ອໄດ້ຍິນວ່າຂ້າໃຊ້ຜູ້ນີ້ບໍ່ໄດ້ຍົກໜີ້ຈຳນວນໜ້ອຍໃຫ້ໝູ່ ກະສັດຈຶ່ງໃຈຮ້າຍຫຼາຍ ແລະໄດ້ເວົ້າວ່າ: ‘ຂ້າໃຊ້ຊົ່ວຮ້າຍ ເຮົາໄດ້ຍົກໜີ້ຂອງເຈົ້າໝົດແລ້ວເພາະເຈົ້າໄດ້ຂໍຮ້ອງເຮົາ ເຈົ້າຕ້ອງຈະໄດ້ອີ່ດູຄົນເພື່ອນຜູ້ຮັບໃຊ້ດ້ວຍກັນເໝືອນດັ່ງເຮົາໄດ້ອີ່ດູເຈົ້າ.’ (ມັດທາຍ 18:23-35) ຄືກັບກະສັດ ພະເຢໂຫວາໄດ້ຍົກໜີ້ຈຳນວນມະຫາສານໃຫ້ເຮົາ. ຄວາມຮັກແລະຄວາມເມດຕາຂອງພະເຢໂຫວາຄວນກະຕຸ້ນເຮົາໃຫ້ເຮັດຫຍັງ?
17 ໃນຂະນະທີ່ກຽມຕົວສຳລັບການປະຊຸມອະນຸສອນ ເຮົາອາດຖາມຕົວເອງວ່າ: ‘ມີພີ່ນ້ອງບາງຄົນໄດ້ເຮັດໃຫ້ຂ້ອຍເຈັບໃຈບໍ? ຂ້ອຍຮູ້ສຶກວ່າເປັນເລື່ອງຍາກບໍທີ່ຈະໃຫ້ອະໄພລາວ?’ ເນເຫມີ 9:17; ຄຳເພງ 86:5) ຖ້າເຮົາຮູ້ຄຸນຄ່າຕໍ່ກັບຄວາມເມດຕາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈະສະແດງຄວາມເມດຕໍ່ກັບຄົນອື່ນແລະໃຫ້ອະໄພເຂົາເຈົ້າຈາກໃຈຈິງ. ຖ້າເຮົາບໍ່ຮັກແລະບໍ່ໃຫ້ອະໄພພີ່ນ້ອງຂອງເຮົາ ເຮົາກໍບໍ່ສາມາດຄາດໝາຍໃຫ້ພະເຢໂຫວາຮັກແລະໃຫ້ອະໄພເຮົາ. (ມັດທາຍ 6:14, 15) ເມື່ອເຮົາໃຫ້ອະໄພຄົນອື່ນ ສິ່ງນີ້ບໍ່ໄດ້ປ່ຽນແປງຄວາມຈິງທີ່ວ່າເຂົາເຈົ້າເຮັດໃຫ້ເຮົາເຈັບໃຈ ແຕ່ສິ່ງນີ້ຈະຊ່ວຍເຮົາໃຫ້ມີອະນາຄົດທີ່ມີຄວາມສຸກຫຼາຍກວ່າ.
ຖ້າເປັນເຊັ່ນນັ້ນ ນີ້ເປັນໂອກາດທີ່ດີທີ່ຈະຮຽນແບບພະເຢໂຫວາ ຜູ້ທີ່ “ມີໃຈພ້ອມຈະຍົກຜິດ.” (18. ຄວາມຮັກຂອງພະເຈົ້າຊ່ວຍພີ່ນ້ອງຍິງຄົນໜຶ່ງແນວໃດໃຫ້ອົດທົນກັບຄວາມບໍ່ສົມບູນແບບຂອງພີ່ນ້ອງຍິງອີກຄົນໜຶ່ງ?
18 ເປັນເລື່ອງຍາກທີ່ເຮົາຈະອົດທົນກັບຄວາມບໍ່ສົມບູນແບບຂອງພີ່ນ້ອງຊາຍຍິງ. (ອ່ານເອເຟດ 4:32; ໂກໂລດ 3:13, 14) ລິລີເປັນພີ່ນ້ອງຍິງຄົນໜຶ່ງທີ່ໄດ້ສະແດງຄວາມອົດທົນ. [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ພີ່ນ້ອງລິລີໄດ້ໃຫ້ຄວາມຊ່ວຍເຫຼືອແກ່ພີ່ນ້ອງຍິງຄົນໜຶ່ງທີ່ເປັນໝ້າຍທີ່ຊື່ ແຄຣໍ ເຊັ່ນ: ລາວຂັບລົດພາແຄຣໍໄປບ່ອນຕ່າງໆທີ່ແຄຣໍຕ້ອງການຈະໄປ ຊ່ວຍໄປຊື້ເຄື່ອງ ແລະເຮັດຫຼາຍສິ່ງຫຼາຍຢ່າງເພື່ອແຄຣໍ. ເຖິງວ່າລິລີເຮັດທຸກສິ່ງທັງໝົດນີ້ແລ້ວ ແຄຣໍກໍຍັງຕິຫັ້ນຕິນີ້ຕະຫຼອດ ແລະບາງຄັ້ງກໍບໍ່ແມ່ນເລື່ອງງ່າຍທີ່ຈະຊ່ວຍເຫຼືອລາວ. ແຕ່ລິລີເລັງໃສ່ຄຸນລັກສະນະທີ່ດີຂອງແຄຣໍແລະຊ່ວຍເຫຼືອລາວເປັນເວລາຫຼາຍປີຈົນຮອດຕອນທີ່ແຄຣໍເຈັບປ່ວຍໜັກແລ້ວກໍເສຍຊີວິດ. ເຖິງວ່າການຊ່ວຍເຫຼືອແຄຣໍເປັນເລື່ອງທີ່ຍາກ ລິລີເວົ້າວ່າ: “ຂ້ອຍຄອຍຖ້າທີ່ຈະເຫັນແຄຣໍໃນການຟື້ນຄືນມາຈາກຕາຍ. ຂ້ອຍຢາກຮູ້ຈັກກັບລາວຕອນທີ່ລາວເປັນຄົນສົມບູນແບບ.” ເຫັນໄດ້ແຈ້ງວ່າ ຄວາມຮັກຂອງພະເຈົ້າສາມາດກະຕຸ້ນເຮົາໃຫ້ອົດທົນກັບພີ່ນ້ອງຊາຍຍິງ ແລະກະຕຸ້ນເຮົາໃຫ້ຄອຍຖ້າເວລາທີ່ຄວາມບໍ່ສົມບູນແບບຂອງມະນຸດຈະຖືກກຳຈັດໃຫ້ໝົດໄປຕະຫຼອດການ.
19. ‘ຂອງປະທານຈາກພະເຈົ້າທີ່ເຫຼືອຈະພັນລະນາໄດ້’ ຈະກະຕຸ້ນເຮົາໃຫ້ເຮັດຫຍັງ?
19 ພະເຢໂຫວາໃຫ້ “ຂອງປະທານ . . . ທີ່ເຫຼືອຈະພັນລະນາໄດ້” ແກ່ເຮົາຢ່າງແທ້ຈິງ. ຂໍໃຫ້ເຮົາຮູ້ຄຸນຄ່າຂອງປະທານນີ້ສະເໝີ! ໄລຍະການປະຊຸມອະນຸສອນເປັນໂອກາດດີເລີດທີ່ເຮົາຈະຄິດຕຶກຕອງເຖິງທຸກສິ່ງທຸກຢ່າງທີ່ພະເຢໂຫວາແລະພະເຍຊູໄດ້ເຮັດເພື່ອເຮົາ. ຂໍໃຫ້ຄວາມຮັກຂອງພວກເພິ່ນກະຕຸ້ນເຮົາໃຫ້ຮຽນແບບພະເຍຊູໃຫ້ໄດ້ໃກ້ຄຽງທີ່ສຸດ ໃຫ້ສະແດງຄວາມຮັກຕໍ່ພີ່ນ້ອງ ແລະໃຫ້ອະໄພພີ່ນ້ອງຈາກໃຈຈິງ.
^ [1] (ຂໍ້ 18) ບາງຊື່ໃນບົດຄວາມນີ້ເປັນຊື່ສົມມຸດ.