ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ຮັກສາ​ຄວາມ​ເປັນ​ກາງ​ຂອງ​ເຈົ້າ​ໃນ​ໂລກ​ທີ່​ແຕກ​ແຍກ

ການ​ຮັກສາ​ຄວາມ​ເປັນ​ກາງ​ຂອງ​ເຈົ້າ​ໃນ​ໂລກ​ທີ່​ແຕກ​ແຍກ

“ສິ່ງ​ຂອງ​ພະເຈົ້າ ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ.”—ມັດທາຍ 22:21

ເພງ: 33, 137

1. ເຮົາ​ສາມາດ​ເຊື່ອ​ຟັງ​ທັງ​ພະເຈົ້າ​ແລະ​ລັດຖະບານ​ຂອງ​ມະນຸດ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເຊື່ອ​ຟັງ​ລັດຖະບານ​ຂອງ​ມະນຸດ ແຕ່​ຍັງ​ບອກ​ວ່າ​ເຮົາ​ຕ້ອງ​ເຊື່ອ​ຟັງ​ພະເຈົ້າ​ສະເໝີ. (ກິດຈະການ 5:29; ຕິໂຕ 3:1) ເລື່ອງ​ນີ້​ຈະ​ເປັນ​ໄປ​ໄດ້​ແນວ​ໃດ? ພະ​ເຍຊູ​ອະທິບາຍ​ຫຼັກ​ການ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຜູ້​ໃດ​ທີ່​ເຮົາ​ຄວນ​ເຊື່ອ​ຟັງ. ພະອົງ​ກ່າວ​ວ່າ ເຮົາ​ຄວນ​ສົ່ງ​ຄືນ “ສິ່ງ​ຂອງ​ກະສັດ​ເຊຊາ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ ແລະ​ສິ່ງ​ຂອງ​ພະເຈົ້າ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ.” [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) (ມັດທາຍ 22:21) ເຮົາ​ສົ່ງ​ຄືນ ‘ສິ່ງ​ຂອງ​ກະສັດ​ເຊຊາ​ໃຫ້​ແກ່​ກະສັດ​ເຊຊາ’ ເມື່ອ​ເຮົາ​ປະຕິບັດ​ຕາມ​ກົດ​ໝາຍ​ຕ່າງໆຂອງ​ລັດຖະບານ ປະຕິບັດ​ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ດ້ວຍ​ຄວາມ​ນັບຖື ແລະ​ຈ່າຍ​ພາສີ​ອາກອນ. (ໂລມ 13:7) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຖ້າ​ລັດຖະບານ​ບອກ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ບໍ່​ຕ້ອງການ​ໃຫ້​ເຮົາ​ເຮັດ ເຮົາ​ຈະ​ປະຕິເສດ​ວ່າ​ຈະ​ບໍ່​ເຮັດ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ຈະ​ປະຕິເສດ​ໃນ​ແບບ​ທີ່​ສະແດງ​ຄວາມ​ນັບຖື​ສະເໝີ.

2. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ບໍ່​ເຂົ້າ​ຂ້າງ​ເລື່ອງ​ການ​ເມືອງ​ຂອງ​ໂລກ​ນີ້?

2 ວິທີ​ໜຶ່ງ​ທີ່​ເຮົາ​ສົ່ງ​ຄືນ ‘ສິ່ງ​ຂອງ​ພະເຈົ້າ​ໃຫ້​ແກ່​ພະເຈົ້າ’ ແມ່ນ​ໂດຍ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ປະເດັນ​ເລື່ອງ​ການ​ເມືອງ​ຂອງ​ໂລກ​ນີ້. ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ເລື່ອງ​ເຫຼົ່າ​ນີ້. (ເອຊາອີ 2:4) ເນື່ອງ​ຈາກ​ພະ​ເຢໂຫວາ​ອະນຸຍາດ​ໃຫ້​ລັດຖະບານ​ຂອງ​ມະນຸດ​ປົກຄອງ​ເຮົາ ດັ່ງ​ນັ້ນ​ເຮົາ​ຈະ​ບໍ່​ຕໍ່​ຕ້ານ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ບໍ່​ກ່ຽວ​ຂ້ອງ​ໃນ​ຂະບວນ​ການ​ໃດໆກໍ​ຕາມ​ທີ່​ສະແດງ​ນໍ້າໃຈ​ຮັກ​ຊາດ​ຫຼື​ນໍ້າໃຈ​ຊາດ​ນິຍົມ. (ໂລມ 13:1, 2) ເຮົາ​ບໍ່​ພະຍາຍາມ​ທີ່​ຈະ​ປ່ຽນ​ແປງ​ລັດຖະບານ​ຕ່າງໆ ຫຼື​ບໍ່​ພະຍາຍາມ​ທີ່​ຈະ​ມີ​ອິດ​ພົນ​ຕໍ່​ນັກ​ການ​ເມືອງ ແລະ​ເຮົາ​ບໍ່​ລົງ​ຄະແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ທາງ​ການ​ເມືອງ ຫຼື​ສະໝັກ​ເປັນ​ນັກ​ການ​ເມືອງ.

3. ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ?

3 ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ພະເຈົ້າ​ບອກ​ເຮົາ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ. ເຫດຜົນ​ຢ່າງ​ໜຶ່ງ​ກໍ​ຄື​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ຜູ້​ທີ່ “ບໍ່​ເປັນ​ຝ່າຍ​ໂລກ​ນີ້.” ພະອົງ​ບໍ່​ເຄີຍ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ການ​ເມືອງ​ຫຼື​ໃນ​ເລື່ອງ​ສົງຄາມ. (ໂຢຮັນ 6:15; 17:16) ອີກ​ເຫດຜົນ​ໜຶ່ງ​ກໍ​ຄື​ເຮົາ​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ. ເນື່ອງ​ຈາກ​ເຮົາ​ບໍ່​ໄດ້​ສະໜັບສະໜູນ​ລັດຖະບານ​ຂອງ​ມະນຸດ ເຮົາ​ກໍ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ​ເມື່ອ​ເຮົາ​ປະກາດ​ວ່າ ມີ​ພຽງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ຂອງ​ມະນຸດ. ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ​ໄດ້​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ການ​ເມືອງ ແລະ​ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ແຕກ​ແຍກ​ກັນ. ແຕ່​ເນື່ອງ​ຈາກ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ ເຮົາ​ຈຶ່ງ​ມີ​ຄວາມ​ກົມ​ກຽວ​ກັນ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ຢູ່​ທົ່ວ​ໂລກ.—1 ເປໂຕ 2:17

4. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຈະ​ຍາກ​ຫຼາຍ​ຂຶ້ນ​ໃນ​ການ​ຮັກສາ​ຄວາມ​ເປັນ​ກາງ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ກຽມ​ຕົວ​ຕັ້ງ​ແຕ່​ຕອນ​ນີ້​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ?

4 ເຮົາ​ອາດ​ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ທີ່​ຜູ້​ຄົນ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ການ​ເມືອງ. ແຕ່​ແຮ່ງ​ອະວະສານ​ຂອງ​ລະບົບ​ຂອງ​ຊາຕານ​ໃກ້​ເຂົ້າ​ມາ​ຫຼາຍ​ເທົ່າ​ໃດ ກໍ​ແຮ່ງ​ຍາກ​ຫຼາຍ​ຂຶ້ນ​ສຳລັບ​ເຮົາ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ. ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ເປັນ​ຄົນ “ບໍ່​ຍອມ​ໃຜ” ແລະ​ເປັນ​ຄົນ “ຫົວ​ດື້” ແລະ​ເຂົາ​ເຈົ້າ​ຈະ​ແຕກ​ແຍກ​ກັນ​ຫຼາຍ​ຕື່ມ​ອີກ. (2 ຕີໂມເຕ 3:3, 4, ລ.ມ.) ພີ່​ນ້ອງ​ຂອງ​ເຮົາ​ບາງ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ມາ​ຈາກ​ການ​ປ່ຽນ​ແປງ​ຢ່າງ​ກະທັນຫັນ​ທາງ​ດ້ານ​ການ​ເມືອງ​ໃນ​ປະເທດ​ຂອງ​ເຂົາ​ເຈົ້າ. ດ້ວຍ​ເຫດຜົນ​ນີ້​ເຮົາ​ຈຶ່ງ​ຕ້ອງ​ກຽມ​ຕົວ​ໃຫ້​ພ້ອມ​ຕັ້ງ​ແຕ່​ຕອນ​ນີ້​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແມ່ນ​ແຕ່​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ. ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ສີ່​ຢ່າງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ກຽມ​ຕົວ​ໃຫ້​ພ້ອມ.

ມີ​ທັດສະນະ​ຕໍ່​ລັດຖະບານ​ຂອງ​ມະນຸດ​ຄື​ກັບ​ທີ່​ພະ​ເຢໂຫວາ​ມີ

5. ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ລັດຖະບານ​ຂອງ​ມະນຸດ?

5 ສິ່ງ​ທຳອິດ​ທີ່​ເຮົາ​ສາມາດ​ກຽມ​ຕົວ​ໃຫ້​ພ້ອມ​ຕັ້ງ​ແຕ່​ຕອນ​ນີ້​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແມ່ນ​ການ​ທີ່​ເຮົາ​ມີ​ທັດສະນະ​ຕໍ່​ລັດຖະບານ​ຂອງ​ມະນຸດ​ຄື​ກັບ​ທີ່​ພະ​ເຢໂຫວາ​ມີ. ເມື່ອ​ພະ​ເຢໂຫວາ​ສ້າງ​ມະນຸດ ພະອົງ​ບໍ່​ໄດ້​ໃຫ້​ມະນຸດ​ມີ​ສິດ​ທີ່​ຈະ​ປົກຄອງ​ເໜືອ​ມະນຸດ​ຄົນ​ອື່ນ. (ເຢເຣມີ 10:23) ພະອົງ​ຖື​ວ່າ​ມະນຸດ​ທຸກ​ຄົນ​ເປັນ​ຄອບຄົວ​ດຽວ​ກັນ. ແຕ່​ລັດຖະບານ​ຂອງ​ມະນຸດ​ເຮັດ​ໃຫ້​ຜູ້​ຄົນ​ແຕກ​ແຍກ​ກັນ​ໂດຍ​ອ້າງ​ວ່າ​ຊາດ​ຂອງ​ຕົນ​ເອງ​ດີ​ທີ່​ສຸດ. ແມ່ນ​ແຕ່​ເມື່ອ​ລັດຖະບານ​ຕ່າງໆທີ່​ເບິ່ງ​ຄື​ວ່າ​ເປັນ​ລັດຖະບານ​ທີ່​ດີ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ໄດ້. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ກາຍ​ເປັນ​ສັດຕູ​ຂອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເຊິ່ງ​ໄດ້​ເລີ່ມ​ຕົ້ນ​ປົກຄອງ​ໃນ​ປີ 1914. ອີກ​ບໍ່​ດົນ​ລາຊະອານາຈັກ​ນີ້​ຈະ​ທຳລາຍ​ລັດຖະບານ​ຂອງ​ມະນຸດ​ທັງ​ໝົດ.—ອ່ານ​ຄຳເພງ 2:2, 7-9

ກຽມ​ຕົວ​ຕັ້ງ​ແຕ່​ຕອນ​ນີ້​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ເຖິງ​ວ່າ​ຈະ​ມີ​ສະຖານະການ​ທີ່​ຫຍຸ້ງຍາກ

6. ເຮົາ​ຄວນ​ປະຕິບັດ​ແນວ​ໃດ​ຕໍ່​ຜູ້​ທີ່​ມີ​ສິດ​ອຳນາດ​ໃນ​ລັດຖະບານ?

6 ພະ​ເຢໂຫວາ​ອະນຸຍາດ​ໃຫ້​ລັດຖະບານ​ຂອງ​ມະນຸດ​ດຳເນີນ​ຢູ່​ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ສາມາດ​ຮັກ​ສາ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ເປັນ​ລະບຽບ​ໃນ​ລະດັບ​ໃດ​ໜຶ່ງ. ສະພາບການ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. (ໂລມ 13:3, 4) ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ອະທິດຖານ​ສຳລັບ​ຜູ້​ທີ່​ມີ​ສິດ​ອຳນາດ​ເພື່ອ​ເຮົາ​ຈະ​ສາມາດ​ນະມັດສະການ​ພະອົງ​ດ້ວຍ​ຄວາມ​ສະຫງົບ​ສຸກ. (1 ຕີໂມເຕ 2:1, 2) ເມື່ອ​ເຮົາ​ຖືກ​ປະຕິບັດ​ຢ່າງ​ບໍ່​ຍຸຕິທຳ ເຮົາ​ອາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ມີ​ສິດ​ອຳນາດ​ໃນ​ລັດຖະບານ ເຊິ່ງ​ໂປໂລ​ກໍ​ໄດ້​ເຮັດ​ແບບ​ນັ້ນ. (ກິດຈະການ 25:11) ເຖິງ​ແມ່ນ​ຄຳພີ​ໄບເບິນ​ບອກ​ວ່າ​ຊາຕານ​ຄວບຄຸມ​ລັດຖະບານ​ຕ່າງໆຂອງ​ມະນຸດ ແຕ່​ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ມັນ​ຄວບຄຸມ​ມະນຸດ​ແຕ່​ລະ​ຄົນ​ທີ່​ມີ​ສິດ​ອຳນາດ​ໃນ​ລັດຖະບານ​ໃດ​ໜຶ່ງ. (ລືກາ 4:5, 6) ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ໃຫ້​ຄວາມ​ຄິດ​ເຫັນ​ແກ່​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ພະຍາມານ​ຄວບຄຸມ. ຄຳພີ​ໄບເບິນ​ໃຫ້​ເຫດຜົນ​ວ່າ​ເຮົາ​ບໍ່​ຄວນ​ໝິ່ນ​ປະໝາດ​ຄົນ​ອື່ນ.—ຕິໂຕ 3:1, 2

7. ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໃດ?

7 ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ໂດຍ​ບໍ່​ເຂົ້າ​ຂ້າງ​ນັກ​ການ​ເມືອງ​ຄົນ​ໃດ​ຄົນ​ໜຶ່ງ​ຫຼື​ກຸ່ມ​ທາງ​ດ້ານ​ການ​ເມືອງ​ກຸ່ມ​ໃດ​ກຸ່ມ​ໜຶ່ງ ແມ່ນ​ແຕ່​ເມື່ອ​ແນວ​ຄິດ​ແລະ​ທັດສະນະ​ຂອງ​ເຂົາ​ເຈົ້າ​ອາດ​ເປັນ​ປະໂຫຍດ​ຕໍ່​ເຮົາ​ກໍ​ຕາມ. ບາງ​ຄັ້ງ ນີ້​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ​ເຮົາ. ຕົວຢ່າງ​ເຊັ່ນ: ໃຫ້​ນຶກ​ພາບ​ເຫດການ​ທີ່​ປະຊາຊົນ​ໄດ້​ຂັດຂືນ​ຕໍ່​ຕ້ານ​ລັດຖະບານ​ໜຶ່ງ​ເຊິ່ງ​ກໍ່​ໃຫ້​ເກີດ​ຄວາມ​ຍາກ​ລຳບາກ​ຢ່າງ​ຫຼວງ​ຫຼາຍ ແລະ​ແມ່ນ​ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເລື່ອງ​ນີ້. ແນ່ນອນ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ຮ່ວມ​ກັບ​ຜູ້​ທີ່​ກຳລັງ​ເຮັດ​ການ​ຕໍ່​ຕ້ານ ແຕ່​ເຈົ້າ​ຈະ​ຄິດ​ບໍ​ວ່າ​ຜູ້​ທີ່​ຕໍ່​ຕ້ານ​ເປັນ​ຝ່າຍ​ຖືກ​ແລະ​ເຈົ້າ​ກໍ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ເລື່ອງ​ນີ້? (ເອເຟດ 2:2) ຖ້າ​ເຮົາ​ຕ້ອງການ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ ເຮົາ​ຄວນ​ຫຼີກ​ລ່ຽງ​ຄວາມ​ຮູ້ສຶກ​ທີ່​ວ່າ​ຝ່າຍ​ໜຶ່ງ​ຖືກ​ຫຼື​ດີ​ກວ່າ​ອີກ​ຝ່າຍ​ໜຶ່ງ. ຄວາມ​ຮູ້ສຶກ​ແບບ​ນີ້​ຈະ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ.

“ເປັນ​ຄົນ​ສະຫຼາດ” ແຕ່ ‘ບໍ່​ເປັນ​ພິດ​ເປັນ​ໄພ’

8. ເມື່ອ​ໃດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ ເຮົາ​ຈະ “ເປັນ​ຄົນ​ສະຫຼາດ” ແຕ່ ‘ບໍ່​ເປັນ​ພິດ​ເປັນ​ໄພ’ ໄດ້​ແນວ​ໃດ?

8 ສິ່ງ​ທີ​ສອງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ແມ່ນ​ການ​ທີ່​ເຮົາ​ເປັນ “ຄົນ​ສະຫຼາດ​ເໝືອນ​ດັ່ງ​ງູ ແລະ​ຄົນ​ຊື່​ດີ [ບໍ່​ເປັນ​ພິດ​ເປັນ​ໄພ, ລ.ມ.] ເໝືອນ​ດັ່ງ​ນົກ​ເຂົາ.” (ອ່ານ​ມັດທາຍ 10:16, 17) ເຮົາ​ເປັນ​ຄົນ “ສະຫຼາດ” ເມື່ອ​ເຮົາ​ຄິດ​ລ່ວງ​ໜ້າ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆ ແລະ​ເຮົາ​ເປັນ​ຄົນ ‘ບໍ່​ເປັນ​ພິດ​ເປັນ​ໄພ’ ເມື່ອ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ເຫຼົ່າ​ນັ້ນ. ຂໍ​ໃຫ້​ເຮົາ​ພິຈາລະນາ​ສະພາບການ​ບາງ​ຢ່າງ​ແລະ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຮັກສາ​ຄວາມ​ເປັນ​ກາງ.

9. ເມື່ອ​ເວົ້າ​ກັບ​ຄົນ​ອື່ນ ເຮົາ​ຕ້ອງ​ລະວັງ​ໃນ​ເລື່ອງ​ໃດ?

9 ການ​ສົນທະນາ. ເຮົາ​ຕ້ອງ​ລະວັງ​ເປັນ​ພິເສດ​ເມື່ອ​ຜູ້​ຄົນ​ເລີ່ມ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ. ຕົວຢ່າງ​ເຊັ່ນ: ເມື່ອ​ກຳລັງ​ລົມ​ກັບ​ບາງ​ຄົນ​ໃນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຮົາ​ບໍ່​ຄວນ​ເວົ້າ​ວ່າ​ເຮົາ​ເຫັນ​ດີ​ຫຼື​ບໍ່​ເຫັນ​ດີ​ກັບ​ທັດສະນະ​ຫຼື​ແນວ​ຄິດ​ຂອງ​ພັກ​ການ​ເມືອງ​ກຸ່ມ​ໃດ​ໜຶ່ງ​ຫຼື​ຜູ້​ນຳ​ທາງ​ການ​ເມືອງ​ຄົນ​ໃດ​ຄົນ​ໜຶ່ງ. ແທນ​ທີ່​ຈະ​ລົມ​ກັນ​ໃນ​ສິ່ງ​ທີ່​ມະນຸດ​ຕ້ອງການ​ຈະ​ເຮັດ​ເພື່ອ​ແກ້ໄຂ​ບັນຫາ​ຕ່າງໆຂອງ​ມະນຸດ ໃຫ້​ເຂົາ​ເຈົ້າ​ເບິ່ງ​ໃນ​ຄຳພີ​ໄບເບິນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ແກ້ໄຂ​ບັນຫາ​ເຫຼົ່າ​ນີ້​ຢ່າງ​ຖາວອນ. ຖ້າ​ບາງ​ຄົນ​ຕ້ອງການ​ທີ່​ຈະ​ໂຕ້​ຖຽງ​ກ່ຽວ​ກັບ​ເລື່ອງ​ການ​ແຕ່ງ​ດອງ​ລະຫວ່າງ​ຄົນ​ເພດ​ດຽວ​ກັນ​ຫຼື​ເລື່ອງ​ການ​ເອົາ​ລູກ​ອອກ ໃຫ້​ບອກ​ເຂົາ​ເຈົ້າ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແລະ​ວິທີ​ທີ່​ເຈົ້າ​ພະຍາຍາມ​ທີ່​ຈະ​ໃຊ້​ຄວາມ​ຮູ້​ນັ້ນ​ໃນ​ຊີວິດ​ຂອງ​ເຈົ້າ. ຖ້າ​ບາງ​ຄົນ​ເວົ້າ​ວ່າ​ຄວນ​ມີ​ການ​ຍົກ​ເລີກ​ຫຼື​ປ່ຽນ​ແປງ​ກົດ​ໝາຍ​ບາງ​ຂໍ້ ເຮົາ​ບໍ່​ຄວນ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ແລະ​ເຮົາ​ກໍ​ບໍ່​ຄວນ​ຢືນຢັນ​ໃຫ້​ຄົນ​ນັ້ນ​ປ່ຽນ​ທັດສະນະ​ຂອງ​ລາວ.

ສົມ​ທຽບ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ກັບ “ຖ້ອຍຄຳ​ອັນ​ແທ້” ເຊິ່ງ​ພົບ​ໃນ​ຄຳພີ​ໄບເບິນ

10. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ເມື່ອ​ເຮົາ​ເບິ່ງ​ຫຼື​ອ່ານ​ສິ່ງ​ໃດ​ກໍ​ຕາມ​ໃນ​ສື່​ມວນ​ຊົນ?

10 ສື່​ມວນ​ຊົນ. ບາງ​ເທື່ອ​ມີ​ການ​ລາຍງານ​ຂ່າວ​ໃນ​ແບບ​ທີ່​ສະໜັບສະໜູນ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຢ່າງ​ຮຸນແຮງ​ກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ. ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ໂດຍ​ສະເພາະ​ໃນ​ປະເທດ​ຕ່າງໆທີ່​ລັດຖະບານ​ເປັນ​ຜູ້​ຄວບຄຸມ​ເລື່ອງ​ຂ່າວ​ສານ. ຖ້າ​ສຳນັກ​ຂ່າວ​ຫຼື​ນັກ​ຂ່າວ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເລີ່ມ​ຄິດ​ໃນ​ແບບ​ທີ່​ເຂົາ​ເຈົ້າ​ຄິດ. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມັກ​ຟັງ​ນັກ​ຂ່າວ​ຄົນ​ໜຶ່ງ​ສະເພາະ​ບໍ ຍ້ອນ​ວ່າ​ຂ້ອຍ​ເຫັນ​ດີ​ກັບ​ສິ່ງ​ທີ່​ລາວ​ເວົ້າ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ?’ ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ ໃຫ້​ຫຼີກ​ລ່ຽງ​ການ​ເບິ່ງ​ຫຼື​ອ່ານ​ຂ່າວ​ຕ່າງໆທີ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ປະເດັນ​ເລື່ອງ​ການ​ເມືອງ. ໃຫ້​ຊອກ​ເບິ່ງ​ຂ່າວ​ທີ່​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ. ທຸກ​ຄັ້ງ​ໃຫ້​ສົມ​ທຽບ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ກັບ “ຖ້ອຍຄຳ​ອັນ​ແທ້” ເຊິ່ງ​ມີ​ຢູ່​ໃນ​ຄຳພີ​ໄບເບິນ.—2 ຕີໂມເຕ 1:13, ທ.ປ.

11. ອາດ​ເປັນ​ເລື່ອງ​ຍາກ​ແນວ​ໃດ​ທີ່​ເຮົາ​ຈະ​ຮັກສາ​ຄວາມ​ເປັນ​ກາງ ເມື່ອ​ວັດຖຸ​ສິ່ງ​ຂອງ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ເຮົາ?

11 ການ​ນິຍົມ​ວັດຖຸ. ເມື່ອ​ເງິນ​ຫຼື​ວັດຖຸ​ສິ່ງ​ຂອງ​ທີ່​ເຮົາ​ມີ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ຕໍ່​ເຮົາ ເຮົາ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ໄວ້​ໄດ້. ຫຼັງ​ຈາກ​ປີ 1970 ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ປະເທດ​ມາລາ​ວີ​ຈຳເປັນ​ຕ້ອງ​ປະ​ຖິ້ມ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ມີ ເນື່ອງ​ຈາກ​ວ່າ​ເຂົາ​ເຈົ້າ​ປະຕິເສດ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ພັກ​ການ​ເມືອງ. ໜ້າ​ເສຍດາຍ ບາງ​ຄົນ​ບໍ່​ໄດ້​ປະ​ຖິ້ມ​ຊີວິດ​ທີ່​ສະດວກ​ສະບາຍ​ຂອງ​ເຂົາ​ເຈົ້າ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ລຶດ ລາວ​ຈື່​ໄດ້​ວ່າ: “ບາງ​ຄົນ​ຖືກ​ເນລະເທດ​ໄປ​ພ້ອມ​ກັບ​ພວກ​ເຮົາ ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ກັບ​ພັກ​ການ​ເມືອງ​ແລະ​ໄດ້​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ ເປັນ​ເຊັ່ນ​ນັ້ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ຕ້ອງການ​ທີ່​ຈະ​ທົນ​ຢູ່​ກັບ​ຊີວິດ​ທີ່​ບໍ່​ສະດວກ​ສະບາຍ​ໃນ​ຄ້າຍ​ອົບພະຍົບ.” ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ສ່ວນ​ຫຼາຍ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເຂົາ​ເຈົ້າ​ໄດ້​ຮັກສາ​ຄວາມ​ເປັນ​ກາງ ເຖິງ​ແມ່ນ​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ເງິນ​ໜ້ອຍ​ຫຼື​ສູນ​ເສຍ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ມີ.—ເຫບເລີ 10:34

12, 13. (ກ) ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ມະນຸດ? (ຂ) ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ພູມ​ໃຈ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ປະເທດ​ຂອງ​ເຮົາ?

12 ຄວາມ​ຍິ່ງ. ເປັນ​ເລື່ອງ​ປົກກະຕິ​ທີ່​ຄົນ​ເຮົາ​ຈະ​ພູມ​ໃຈ​ແລະ​ໂອ້​ອວດ​ກ່ຽວ​ກັບ​ເຊື້ອ​ຊາດ ຊົນ​ເຜົ່າ ວັດທະນະທຳ ເມືອງ ຫຼື​ປະເທດ​ຂອງ​ຕົນ​ເອງ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ​ຄົນ​ຜູ້​ໜຶ່ງ​ຫຼື​ກຸ່ມ​ຄົນ​ໜຶ່ງ​ດີ​ກວ່າ​ຄົນ​ອື່ນ. ສຳລັບ​ພະ​ເຢໂຫວາ ພວກ​ເຮົາ​ທຸກ​ຄົນ​ເທົ່າ​ທຽມ​ກັນ. ແນ່ນອນ​ວ່າ​ພະ​ເຢໂຫວາ​ສ້າງ​ເຮົາ​ແຕ່​ລະ​ຄົນ​ໃຫ້​ແຕກຕ່າງ​ກັນ ແລະ​ເຮົາ​ກໍ​ສາມາດ​ມ່ວນ​ຊື່ນ​ແລະ​ຊື່ນຊົມ​ກັບ​ຄວາມ​ຫຼາກ​ຫຼາຍ​ນີ້​ໄດ້. ພະອົງ​ບໍ່​ຕ້ອງການ​ໃຫ້​ເຮົາ​ປະ​ຖິ້ມ​ວັດທະນະທຳ​ຂອງ​ເຮົາ ແຕ່​ພະອົງ​ກໍ​ບໍ່​ຕ້ອງການ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ.—ໂລມ 10:12

13 ເຮົາ​ບໍ່​ຄວນ​ພູມ​ໃຈ​ໃນ​ປະເທດ​ຫຼື​ໃນ​ຊາດ​ຂອງ​ເຮົາ​ຫຼາຍ​ເກີນ​ໄປ​ຈົນ​ຄິດ​ວ່າ​ປະເທດ​ຫຼື​ຊາດ​ຂອງ​ເຮົາ​ດີ​ກວ່າ​ຂອງ​ຄົນ​ອື່ນ. ຖ້າ​ເຮົາ​ຮູ້ສຶກ​ແບບ​ນັ້ນ ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແລ້ວ​ໃນ​ສະຕະວັດ​ທຳອິດ. ພີ່​ນ້ອງ​ຊາວ​ເຫບເລີ​ບາງ​ຄົນ​ບໍ່​ໄດ້​ປະຕິບັດ​ຢ່າງ​ຍຸຕິທຳ​ຕໍ່​ແມ່​ໝ້າຍ​ຊາວ​ເກັຣກ. (ກິດຈະການ 6:1) ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ກຳລັງ​ເລີ່ມ​ພັດທະນາ​ຄວາມ​ຍິ່ງ​ແບບ​ນັ້ນ? ຖ້າ​ພີ່​ນ້ອງ​ຊາຍ​ຫຼື​ພີ່​ນ້ອງ​ຍິງ​ທີ່​ມາ​ຈາກ​ບ່ອນ​ອື່ນ​ໃຫ້​ຄຳ​ແນະນຳ​ແກ່​ເຈົ້າ ເຈົ້າ​ຈະ​ຄິດ​ທັນທີ​ໂລດ​ບໍ​ວ່າ ‘ຢູ່​ນີ້​ເຮົາ​ເຮັດ​ສິ່ງ​ຕ່າງໆດີ​ກວ່າ​ນັ້ນ​ອີກ’ ແລ້ວ​ຈາກ​ນັ້ນ​ກໍ​ປະຕິເສດ​ຄຳ​ແນະນຳ​ນັ້ນ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ຈົດ​ຈຳ​ຄຳ​ແນະນຳ​ທີ່​ສຳຄັນ​ທີ່​ວ່າ: “ດ້ວຍ​ໃຈ​ຖ່ອມ​ຕົວ​ລົງ ໃຫ້​ຜູ້​ນີ້​ຖື​ຜູ້​ນັ້ນ​ດີ​ກວ່າ​ຕົວ​ເອງ.”—ຟີລິບ 2:3

ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ

14. ການ​ອະທິດຖານ​ສາມາດ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ ແລະ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ອັນ​ໃດ​ທີ່​ພິສູດ​ໃນ​ເລື່ອງ​ນີ້?

14 ສິ່ງ​ທີ​ສາມ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ແມ່ນ​ການ​ທີ່​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ. ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະອົງ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ອົດ​ທົນ​ແລະ​ຄວບຄຸມ​ຕົວ​ເອງ​ໄດ້. ຄຸນ​ລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້​ຖ້າ​ລັດຖະບານ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ສັດ​ຊື່​ຫຼື​ບໍ່​ຍຸຕິທຳ. ໃຫ້​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ເບິ່ງ​ສະຖານະການ​ໃດ​ໜຶ່ງ​ໃຫ້​ອອກ​ເຊິ່ງ​ອາດ​ເປັນ​ສິ່ງ​ທີ່​ຍາກ​ສຳລັບ​ເຈົ້າ​ທີ່​ຈະ​ຮັກສາ​ຄວາມ​ເປັນ​ກາງ. ໃຫ້​ຂໍ​ພະອົງ​ຊ່ວຍ​ເຫຼືອ​ເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສະຖານະການ​ນັ້ນ. (ຢາໂກໂບ 1:5) ເຈົ້າ​ອາດ​ຕິດ​ຄຸກ​ຫຼື​ຖືກ​ລົງໂທດ​ໃນ​ແບບ​ອື່ນ​ຍ້ອນ​ວ່າ​ກຳລັງ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ. ຖ້າ​ເປັນ​ເຊັ່ນ​ນັ້ນ ໃຫ້​ອະທິດຖານ​ຂໍ​ຄວາມ​ກ້າຫານ​ເພື່ອ​ເຈົ້າ​ຈະ​ສາມາດ​ອະທິບາຍ​ໄດ້​ຢ່າງ​ຈະ​ແຈ້ງ​ໃຫ້​ຄົນ​ອື່ນ​ຟັງ​ກ່ຽວ​ກັບ​ເຫດຜົນ​ໃນ​ເລື່ອງ​ຄວາມ​ເປັນ​ກາງ​ຂອງ​ເຈົ້າ. ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ໄດ້.—ອ່ານ​ກິດຈະການ 4:27-31

ຮຽນ​ຮູ້​ຂໍ້​ພະ​ຄຳພີ​ຕ່າງໆ ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ແລະ​ທີ່​ເວົ້າ​ເຖິງ​ເລື່ອງ​ໂລກ​ໃໝ່

15. ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ? (ເບິ່ງ​ຂອບ “ ພະ​ຄຳ​ຂອງ​ພະເຈົ້າ​ເສີມ​ສ້າງ​ຄວາມ​ໝັ້ນ​ໃຈ​ຂອງ​ເຂົາ​ເຈົ້າ”)

15 ພະ​ເຢໂຫວາ​ໄດ້​ໃຫ້​ຄຳພີ​ໄບເບິນ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ຂຶ້ນ. ການ​ຄິດ​ຕຶກຕອງ​ເຖິງ​ຂໍ້​ພະ​ຄຳພີ​ຕ່າງໆຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ. ໃຫ້​ພະຍາຍາມ​ຮຽນ​ຮູ້​ແລະ​ຈື່​ຈຳ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້ ເພາະ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໄດ້​ຖ້າ​ເຈົ້າ​ບໍ່​ມີ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ສາມາດ​ເສີມ​ສ້າງ​ຄວາມ​ຫວັງ​ຂອງ​ເຈົ້າ​ໃນ​ສິ່ງ​ທີ່​ພະເຈົ້າ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ອະນາຄົດ. ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມ​ຫວັງ​ນີ້​ເພື່ອ​ຈະ​ອົດ​ທົນ​ກັບ​ການ​ຂົ່ມເຫງ. (ໂລມ 8:25) ໃຫ້​ເລືອກ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ເວົ້າ​ເຖິງ​ສິ່ງ​ທີ່​ເຈົ້າ​ຕ້ອງການ​ເປັນ​ພິເສດ​ທີ່​ຈະ​ເພີດເພີນ​ໃນ​ໂລກ​ໃໝ່ ແລະ​ໃຫ້​ນຶກ​ພາບ​ຕົວ​ເອງ​ຢູ່​ທີ່​ນັ້ນ.

ໄດ້​ຮັບ​ປະໂຫຍດ​ຈາກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ

16, 17. ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ເຊິ່ງ​ຮັກສາ​ຄວາມ​ເປັນ​ກາງ? (ເບິ່ງ​ຮູບ​ທຳອິດ)

16 ສິ່ງ​ທີ​ສີ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ແມ່ນ​ການ​ທີ່​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຕ່າງໆຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ. ຫຼາຍ​ຄົນ​ເຊິ່ງ​ມີ​ຊີວິດ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເຂົາ​ເຈົ້າ​ມີ​ຄວາມ​ກ້າຫານ ແລະ​ເຂົາ​ເຈົ້າ​ເຮັດ​ການ​ຕັດສິນ​ໃຈ​ທີ່​ສຸຂຸມ​ເຊິ່ງ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ໄວ້​ໄດ້. ຂໍ​ໃຫ້​ຄິດ​ເຖິງ​ຊາດຣາກ ເມຊາກ ແລະ​ອາເບດເນໂຄ ເຊິ່ງ​ໄດ້​ປະຕິເສດ​ການ​ຂາບ​ໄຫວ້​ຮູບ​ປັ້ນ​ທີ່​ເປັນ​ຕົວ​ແທນ​ຂອງ​ລັດຖະບານ​ຂອງ​ປະເທດ​ບາບີໂລນ. (ອ່ານ​ດານຽນ 3:16-18) ບັນທຶກ​ເລື່ອງ​ນີ້​ໃນ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໃຫ້​ເປັນ​ຄົນ​ກ້າຫານ​ແລະ​ບໍ່​ຍອມ​ເຄົາລົບ​ທຸງ​ຂອງ​ປະເທດ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່. ພະ​ເຍຊູ​ເອງ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ການ​ເມືອງ​ຫຼື​ປະເດັນ​ອື່ນໆທີ່​ແບ່ງ​ແຍກ​ຜູ້​ຄົນ. ພະອົງ​ຮູ້​ວ່າ​ຕົວຢ່າງ​ທີ່​ດີ​ຂອງ​ພະອົງ​ຈະ​ຊ່ວຍ​ພວກ​ລູກ​ສິດ​ໄດ້ ດັ່ງ​ນັ້ນ ພະອົງ​ໄດ້​ກ່າວ​ວ່າ: “ຈົ່ງ​ມີ​ໃຈ​ກ້າ. ເຮົາ​ໄດ້​ແພ້ [ຊະນະ] ໂລກ​ແລ້ວ.”—ໂຢຮັນ 16:33

17 ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ສະໄໝ​ຂອງ​ເຮົາ​ໄດ້​ຮັກສາ​ຄວາມ​ເປັນ​ກາງ. ເຂົາ​ເຈົ້າ​ບາງ​ຄົນ​ຍັງ​ຖືກ​ທໍລະມານ ຖືກ​ຄຸກ ແລະ​ແມ່ນ​ແຕ່​ຖືກ​ຂ້າ ເນື່ອງ​ຈາກ​ວ່າ​ເຂົາ​ເຈົ້າ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກ້າຫານ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຈາກ​ປະເທດ​ຕວກກີ​ເວົ້າ​ວ່າ: “ຟານ​ສ ໄຣເທີ​ເປັນ​ພີ່​ນ້ອງ​ຊາຍ​ໜຸ່ມ​ທີ່​ຖືກ​ປະຫານ​ຊີວິດ​ຍ້ອນ​ວ່າ​ລາວ​ປະຕິເສດ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ກັບ​ກອງທັບ​ຂອງ​ຮິດເລີ. ຈົດ​ໝາຍ​ທີ່​ລາວ​ຂຽນ​ເຖິງ​ແມ່​ໃນ​ຄືນ​ກ່ອນ​ທີ່​ລາວ​ຈະ​ເສຍ​ຊີວິດ​ສະແດງ​ເຖິງ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່​ແລະ​ຄວາມ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ ແລະ​ຂ້ອຍ​ຕ້ອງການ​ທີ່​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ລາວ​ຖ້າ​ຂ້ອຍ​ປະເຊີນ​ກັບ​ການ​ທົດລອງ​ແບບ​ນັ້ນ.” [2]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ.

18, 19. (ກ) ພີ່​ນ້ອງ​ໃນ​ປະຊາຄົມ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ​ໄດ້​ແນວ​ໃດ? (ຂ) ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

18 ພີ່​ນ້ອງ​ຊາຍ​ຍິງ​ທີ່​ຢູ່​ໃນ​ປະຊາຄົມ​ຂອງ​ເຈົ້າ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ເປັນ​ກາງ. ໃຫ້​ບອກ​ຜູ້​ເຖົ້າ​ແກ່​ຖ້າ​ເຈົ້າ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ ເພາະ​ເຂົາ​ເຈົ້າ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ແກ່​ເຈົ້າ​ຈາກ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ຖ້າ​ພີ່​ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ​ຮູ້​ກ່ຽວ​ກັບ​ສະພາບການ​ຂອງ​ເຈົ້າ ເຂົາ​ເຈົ້າ​ກໍ​ສາມາດ​ໜູນ​ກຳລັງ​ໃຈ​ເຈົ້າ​ໄດ້. ຂໍ​ໃຫ້​ເຂົາ​ເຈົ້າ​ອະທິດຖານ​ເພື່ອ​ເຈົ້າ. ແຕ່​ເຮົາ​ເອງ​ກໍ​ຄວນ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຂອງ​ເຮົາ​ແລະ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ເຊັ່ນ​ກັນ. (ມັດທາຍ 7:12) ເພື່ອ​ຈະ​ເຫັນ​ລາຍ​ຊື່​ຂອງ​ພີ່​ນ້ອງ​ທີ່​ຖືກ​ຄຸກ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ມີ​ໃນ​ເວັບໄຊ jw.org ເຊິ່ງ​ຢູ່​ໃນ​ຫົວ​ຂໍ້ NEWSROOM > LEGAL DEVELOPMENTS ໃນ​ຫົວ​ເລື່ອງ​ທີ່​ຊື່​ວ່າ “Jehovah’s Witnesses Imprisoned for Their Faith—By Location.” ໃຫ້​ເລືອກ​ເອົາ​ສອງ​ສາມ​ຊື່ ແລ້ວ​ຈາກ​ນັ້ນ​ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ເຫຼົ່າ​ນີ້​ໃຫ້​ມີ​ຄວາມ​ກ້າຫານ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ.—ເອເຟດ 6:19, 20

19 ເມື່ອ​ອະວະສານ​ໃກ້​ເຂົ້າ​ມາ ເຮົາ​ສາມາດ​ຄາດ​ໝາຍ​ໄດ້​ວ່າ​ລັດຖະບານ​ຕ່າງໆຈະ​ກົດ​ດັນ​ເຮົາ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ໃຫ້​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໃດ. ດ້ວຍ​ເຫດ​ນີ້​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ສຳລັບ​ເຮົາ​ທີ່​ຈະ​ກຽມ​ຕົວ​ໃຫ້​ພ້ອມ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ໂລກ​ທີ່​ແບ່ງ​ແຍກ​ນີ້!

^ [1] (ຂໍ້ 1) ພະ​ເຍຊູ​ກຳລັງ​ເວົ້າ​ເຖິງ​ລັດຖະບານ​ເມື່ອ​ພະອົງ​ກ່າວ​ເຖິງ​ເຊຊາ. ໃນ​ສະໄໝ​ນັ້ນ ເຊຊາ​ເປັນ​ຜູ້​ປົກຄອງ​ແລະ​ເປັນ​ມະນຸດ​ທີ່​ມີ​ສິດ​ອຳນາດ​ສູງ​ສຸດ.

^ [2] (ຂໍ້ 17) ໃຫ້​ເບິ່ງ​ປຶ້ມ Jehovah’s Witnesses—Proclaimers of God’s Kingdom ໜ້າ 662 ແລະ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ໃນ​ຂອບ “ລາວ​ຕາຍ​ເພື່ອ​ເປັນ​ກຽດ​ແກ່​ພະເຈົ້າ” ໜ້າ 150 (ພາສາ​ໄທ).