ເປັນຫຍັງເຮົາຄວນປະຊຸມຮ່ວມກັນເພື່ອການນະມັດສະການ?
‘ເຂົາເຈົ້າໄດ້ຕັ້ງໝັ້ນຄົງລວມກຸ່ມກັນສະເໝີ.’—ກິດຈະການ 2:42
ເພງ: 20, 119
1-3. (ກ) ຄລິດສະຕຽນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຕ້ອງການມາປະຊຸມຮ່ວມກັນ? (ເບິ່ງຮູບທຳອິດ) (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ຕອນທີ່ໂຄຣິນນາອາຍຸໄດ້ 17 ປີ ແມ່ຂອງລາວຖືກຈັບແລະຖືກສົ່ງໄປຢູ່ຄ້າຍແຮງງານທີ່ຢູ່ໄກໆ. ຕໍ່ມາ ໂຄຣິນນາກໍເຊັ່ນກັນຖືກສົ່ງໄປຢູ່ໃນເຂດໄຊບີເຣຍເຊິ່ງຢູ່ຫ່າງໄກຈາກເຮືອນຂອງລາວຫຼາຍພັນກິໂລແມັດ. ຢູ່ທີ່ນັ້ນລາວເຮັດວຽກຢູ່ໃນຟາມແລະຖືກປະຕິບັດຄືກັບເປັນຂ້າທາດ. ບາງຄັ້ງໂຄຣິນນາຖືກບັງຄັບໃຫ້ເຮັດວຽກຕາກອາກາດທີ່ໜາວເຢັນຢູ່ທາງນອກຈົນໂຕແຂງໂດຍທີ່ບໍ່ມີເຄື່ອງນຸ່ງພຽງພໍທີ່ຈະເຮັດໃຫ້ລາວຮູ້ສຶກອົບອຸ່ນ. ເຖິງຢ່າງນັ້ນກໍຕາມ ໂຄຣິນນາແລະພີ່ນ້ອງຍິງອີກຄົນໜຶ່ງໄດ້ຕັດສິນໃຈວ່າເຂົາເຈົ້າຈະເຮັດທຸກສິ່ງທີ່ເຮັດໄດ້ເພື່ອອອກໄປຈາກຟາມນີ້ແລະໄປເຂົ້າຮ່ວມການປະຊຸມປະຈຳປະຊາຄົມ.
2 ໂຄຣິນນາເວົ້າວ່າ: “ພວກເຮົາອອກຈາກເຂດທີ່ເຮັດວຽກໃນຕອນແລງແລະພາກັນຍ່າງໄປທີ່ສະຖານີລົດໄຟເຊິ່ງຢູ່ໄກເຖິງ 25 ກິໂລແມັດ. ລົດໄຟອອກຕອນສອງໂມງເຊົ້າ ແລະພວກເຮົານັ່ງລົດໄຟຫົກຊົ່ວໂມງແລ້ວກໍລົງຈາກລົດໄຟ ແລະຍ່າງອີກ 10 ກິໂລແມັດເພື່ອໄປເຖິງສະຖານທີ່ປະຊຸມ.” ໂຄຣິນນາດີໃຈຫຼາຍທີ່ໄດ້ເດີນທາງໄປ
ການປະຊຸມໃນຄັ້ງນັ້ນ. ລາວເວົ້າວ່າ: “ຢູ່ທີ່ການປະຊຸມ ພວກເຮົາສຶກສາຫໍສັງເກດການແລະຮ້ອງເພງລາຊະອານາຈັກ. ການເຮັດແນວນັ້ນເປັນສິ່ງທີ່ເສີມສ້າງພວກເຮົາຫຼາຍແລະເຮັດໃຫ້ຄວາມເຊື່ອຂອງພວກເຮົາເຂັ້ມແຂງຂຶ້ນ.” ສາມມື້ຕໍ່ມາພີ່ນ້ອງຍິງທັງສອງຄົນນີ້ໄດ້ກັບຄືນມາທີ່ຟາມ ແຕ່ຄົນງານທີ່ຢູ່ຟາມບໍ່ໄດ້ສັງເກດຊໍ້າວ່າເຂົາເຈົ້າໄດ້ພາກັນອອກໄປຈາກຟາມ.3 ປະຊາຊົນຂອງພະເຢໂຫວາຄອຍຖ້າສະເໝີທີ່ຈະຢູ່ຮ່ວມກັນ. ຕົວຢ່າງເຊັ່ນ: ຄລິດສະຕຽນໃນສະຕະວັດທຳອິດກະຕືລືລົ້ນທີ່ຈະເຕົ້າໂຮມກັນເພື່ອນະມັດສະການພະເຢໂຫວາແລະຮຽນຮູ້ກ່ຽວກັບພະອົງ. (ກິດຈະການ 2:42) ແນ່ນອນວ່າເຈົ້າເອງກໍຄືກັນໄດ້ຄອຍຖ້າທີ່ຈະໄປການປະຊຸມຕ່າງໆ. ຄືກັບພີ່ນ້ອງຊາຍຍິງທຸກຄົນ ເຈົ້າອາດຮູ້ສຶກວ່າເປັນເລື່ອງຍາກທີ່ຈະເຂົ້າຮ່ວມການປະຊຸມເປັນປະຈຳ. ບາງເທື່ອເຈົ້າຕ້ອງເຮັດວຽກຫຼາຍຊົ່ວໂມງ ຫຼືມີວຽກຫຍຸ້ງຫຼາຍ ຫຼືຮູ້ສຶກເມື່ອຍຕະຫຼອດ. ດັ່ງນັ້ນ ສິ່ງໃດຈະຊ່ວຍເຮົາໃຫ້ເຮັດສຸດຄວາມສາມາດຂອງເຮົາເພື່ອຈະເຂົ້າຮ່ວມການປະຊຸມໄດ້? [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ເຮົາຈະສະໜັບສະໜູນນັກສຶກສາຂອງເຮົາແລະຄົນອື່ນໆແນວໃດໃຫ້ເຂົ້າຮ່ວມການປະຊຸມເປັນປະຈຳ? ບົດຄວາມນີ້ຈະອະທິບາຍເຫດຜົນທີ່ເຮົາເຂົ້າຮ່ວມການປະຊຸມຄື: (1) ເປັນສິ່ງທີ່ດີສຳລັບເຮົາ (2) ເປັນການຊ່ວຍຄົນອື່ນ ແລະ (3) ເປັນສິ່ງທີ່ເຮັດໃຫ້ພະເຢໂຫວາພໍໃຈ. [2]—ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ.
ການປະຊຸມເປັນສິ່ງທີ່ດີສຳລັບເຮົາ
4. ການປະຊຸມຮ່ວມກັນຊ່ວຍເຮົາແນວໃດໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ?
4 ການປະຊຸມໃຫ້ຄວາມຮູ້ແກ່ເຮົາ. ການປະຊຸມທຸກລາຍການຊ່ວຍເຮົາໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ເມື່ອບໍ່ດົນມານີ້ເກືອບທຸກປະຊາຄົມໄດ້ສຶກສາປຶ້ມຫຍັບເຂົ້າໃກ້ພະເຢໂຫວາຢູ່ທີ່ການສຶກສາພະຄຳພີປະຈຳປະຊາຄົມ. ເຈົ້າຮູ້ສຶກແນວໃດເມື່ອເຮົາພິຈາລະນາກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາແລະເມື່ອເຈົ້າໄດ້ຍິນກ່ຽວກັບຄວາມຮູ້ສຶກທີ່ພີ່ນ້ອງມີຕໍ່ພະອົງ? ແນ່ນອນວ່າສິ່ງນີ້ເຮັດໃຫ້ເຈົ້າຮັກພະເຢໂຫວາຫຼາຍຂຶ້ນຕື່ມອີກ. ຢູ່ທີ່ການປະຊຸມ ເຮົາຍັງໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຄຳພີໄບເບິນເມື່ອເຮົາຕັ້ງໃຈຟັງຄຳບັນລະຍາຍ ເບິ່ງການສາທິດ ແລະຟັງຢ່າງລະອຽດມີການອ່ານຄຳພີໄບເບິນ. (ເນເຫມີ 8:8) ນອກຈາກນັ້ນ ໃຫ້ຄິດເຖິງອີກຫຼາຍສິ່ງທີ່ເຮົາຄົ້ນພົບໃນແຕ່ລະອາທິດເມື່ອກຽມສຳລັບການອ່ານພະຄຳພີ ແລ້ວຈາກນັ້ນກໍໄດ້ຍິນສິ່ງທີ່ຄົນອື່ນຮຽນຮູ້ຈາກເລື່ອງນັ້ນ.
5. ການປະຊຸມຕ່າງໆຊ່ວຍເຈົ້າແນວໃດໃຫ້ນຳໃຊ້ສິ່ງທີ່ໄດ້ຮຽນຮູ້ຈາກຄຳພີໄບເບິນແລະປັບປຸງວິທີການປະກາດຂອງເຈົ້າ?
5 ການປະຊຸມຕ່າງໆ ສອນເຮົາໃຫ້ເອົາສິ່ງທີ່ຮຽນຮູ້ຈາກຄຳພີໄບເບິນໄປໃຊ້ໃນຊີວິດຂອງເຮົາ. (1 ເທຊະໂລນີກ 4:9, 10) ຕົວຢ່າງເຊັ່ນ: ເຈົ້າເຂົ້າຮ່ວມໃນການສຶກສາຫໍສັງເກດການບໍ ທີ່ເຮັດໃຫ້ເຈົ້າຕ້ອງການທີ່ຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ຕ້ອງການທີ່ຈະປັບປຸງຄຳອະທິດຖານຂອງເຈົ້າ ຫຼືຕ້ອງການທີ່ຈະໃຫ້ອະໄພພີ່ນ້ອງຊາຍຍິງ? ການປະຊຸມທີ່ເຮົາມີໃນກາງອາທິດສາມາດສອນເຮົາກ່ຽວກັບວິທີປະກາດຂ່າວດີແລະວິທີຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງຈາກຄຳພີໄບເບິນ.—ມັດທາຍ 28:19, 20
6. ໂດຍວິທີໃດທີ່ການປະຊຸມຕ່າງໆໜູນກຳລັງໃຈເຮົາແລະຊ່ວຍເຮົາເຂັ້ມແຂງຂຶ້ນ?
6 ການປະຊຸມໜູນກຳລັງໃຈເຮົາ. ໂລກທີ່ຊາຕານປົກຄອງພະຍາຍາມທີ່ຈະເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງ ແລະຍັງເຮັດໃຫ້ເຮົາຮູ້ສຶກເຄັ່ງຕຶງແລະທໍ້ໃຈ. ແຕ່ການປະຊຸມກິດຈະການ 15:30-32) ຫຼາຍຄັ້ງເຮົາໄດ້ພິຈາລະນາວ່າຄຳທຳນວາຍຕ່າງໆໃນຄຳພີໄບເບິນໄດ້ກາຍເປັນຈິງ. ເລື່ອງນີ້ສາມາດຊ່ວຍເຮົາໃຫ້ໝັ້ນໃຈຫຼາຍຂຶ້ນວ່າຄຳສັນຍາຕ່າງໆຂອງພະເຢໂຫວາກ່ຽວກັບອະນາຄົດກໍຈະກາຍເປັນຈິງເຊັ່ນກັນ. ພີ່ນ້ອງຊາຍຍິງໃຫ້ກຳລັງໃຈເຮົາບໍ່ສະເພາະແຕ່ເມື່ອເຂົາເຈົ້າໃຫ້ຄຳບັນລະຍາຍເທົ່ານັ້ນ ແຕ່ເມື່ອເຂົາເຈົ້າອອກຄຳຄິດເຫັນແລະສັນລະເສີນພະເຢໂຫວາໂດຍການຮ້ອງເພງຈາກຫົວໃຈ. (1 ໂກລິນໂທ 14:26) ເມື່ອເຮົາລົມກັບເຂົາເຈົ້າກ່ອນຫຼືຫຼັງຈາກການປະຊຸມ ເຮົາຈະຮູ້ສຶກສົດຊື່ນເພາະເຮົາມີໝູ່ຫຼາຍຄົນທີ່ສົນໃຈເຮົາຢ່າງແທ້ຈິງ.—1 ໂກລິນໂທ 16:17, 18
ໜູນກຳລັງໃຈເຮົາແລະໃຫ້ເຮົາມີຄວາມເຂັ້ມແຂງທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປ. (ອ່ານການປະຊຸມໜູນກຳລັງໃຈເຮົາແລະໃຫ້ເຮົາມີຄວາມເຂັ້ມແຂງທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປ
7. ເປັນຫຍັງຈຶ່ງສຳຄັນຫຼາຍທີ່ຈະເຕົ້າໂຮມກັບປະຊາຄົມ?
7 ຢູ່ທີ່ການປະຊຸມ ເຮົາໄດ້ຮັບການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຈົ້າ. ພະເຍຊູໃຊ້ພະລັງບໍລິສຸດນີ້ເພື່ອຊີ້ນຳປະຊາຄົມຕ່າງໆ. ທີ່ຈິງ ພະອົງບອກວ່າເຮົາຄວນ “ຟັງຄຳທີ່ພະວິນຍານ [ພະລັງຂອງພະເຈົ້າ] ກ່າວແກ່ພວກຊຸມນຸມທັງຫຼາຍ.” (ຄຳປາກົດ 2:7) ພະລັງບໍລິສຸດສາມາດຊ່ວຍເຮົາໃຫ້ຕ້ານທານການລໍ້ໃຈແລະປະກາດຢ່າງກ້າຫານ. ພະລັງບໍລິສຸດຍັງສາມາດຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງ. ຍ້ອນເຫດຜົນນີ້ເຮົາຈຶ່ງຕ້ອງເຮັດສຸດຄວາມສາມາດເພື່ອເຂົ້າຮ່ວມການປະຊຸມຕ່າງໆແລະຮັບເອົາການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຈົ້າ.
ເຮົາຊ່ວຍຄົນອື່ນຢູ່ທີ່ການປະຊຸມ
8. ເມື່ອພີ່ນ້ອງເຫັນເຮົາຢູ່ທີ່ການປະຊຸມ ແລະໄດ້ຍິນເຮົາອອກຄວາມຄິດເຫັນແລະຮ້ອງເພງ ສິ່ງເຫຼົ່ານີ້ຊ່ວຍເຂົາເຈົ້າຄືແນວໃດ? (ເບິ່ງຂອບ “ ລາວອອກໄປພ້ອມກັບຄວາມຮູ້ສຶກດີຂຶ້ນສະເໝີ”)
8 ຢູ່ທີ່ການປະຊຸມ ເຮົາມີໂອກາດທີ່ຈະສະແດງໃຫ້ພີ່ນ້ອງຊາຍຍິງເຫັນວ່າເຮົາຮັກເຂົາເຈົ້າ. ຫຼາຍຄົນໃນປະຊາຄົມຂອງເຮົາກຳລັງອົດທົນກັບຄວາມຍາກລຳບາກທີ່ໜັກໜ່ວງ. ອັກຄະສາວົກໂປໂລຂຽນວ່າ: ໃຫ້ເຮົາ “ຄຶດເຖິງກັນແລະກັນ.” (ເຫບເລີ 10:24, 25) ເຮົາສະແດງໃຫ້ເຫັນວ່າເຮົາຫ່ວງໃຍພີ່ນ້ອງໂດຍການປະຊຸມຮ່ວມກັນເພື່ອໜູນກຳລັງໃຈກັນແລະກັນ. ເມື່ອໄປການປະຊຸມ ເຮົາສະແດງໃຫ້ພີ່ນ້ອງເຫັນວ່າເຮົາຕ້ອງການຢູ່ກັບເຂົາເຈົ້າ ຕ້ອງການລົມກັບເຂົາເຈົ້າ ແລະເຮົາສົນໃຈວ່າເຂົາເຈົ້າກຳລັງຮູ້ສຶກແນວໃດ. ເຮົາຍັງໜູນກຳລັງໃຈພີ່ນ້ອງເມື່ອເຮົາອອກຄວາມຄິດເຫັນແລະຮ້ອງເພງຈາກຫົວໃຈຂອງເຮົາ.—ໂກໂລດ 3:16
9, 10. (ກ) ໃຫ້ອະທິບາຍວ່າຄຳເວົ້າຂອງພະເຍຊູຢູ່ໃນໂຢຮັນ 10:16 ຊ່ວຍເຮົາແນວໃດໃຫ້ເຂົ້າໃຈເຫດຜົນທີ່ວ່າການປະຊຸມຮ່ວມກັບພີ່ນ້ອງຂອງເຮົາເປັນເລື່ອງທີ່ສຳຄັນ. (ຂ) ຖ້າເຮົາເຂົ້າຮ່ວມການປະຊຸມເປັນປະຈຳ ເຮົາສາມາດຊ່ວຍຄົນແນວໃດເຊິ່ງຖືກຄອບຄົວປະຕິເສດ?
ໂຢຮັນ 10:16) ພະເຍຊູສົມທຽບຕົວເອງວ່າເປັນຜູ້ລ້ຽງແກະ ແລະສົມທຽບພວກລູກສິດຂອງພະອົງວ່າເປັນຝູງແກະ. ຂໍໃຫ້ຄິດກ່ຽວກັບເລື່ອງນີ້: ຖ້າມີແກະສອງຕົວຢູ່ເທິງພູ ແລ້ວກໍມີແກະອີກສອງຕົວຢູ່ຮ່ອມພູ ແລະແກະອີກຕົວໜຶ່ງຢູ່ບ່ອນອື່ນ ແກະທັງຫ້າຕົວນີ້ເປັນຝູງດຽວກັນບໍ? ບໍ່ເປັນ ເພາະຝູງແກະຈະຢູ່ນຳກັນແລະຕິດຕາມຜູ້ລ້ຽງ. ຄ້າຍຄືກັນ ເຮົາບໍ່ຄວນຢູ່ຫ່າງຈາກພີ່ນ້ອງໂດຍບໍ່ມາການປະຊຸມ. ເຮົາຕ້ອງປະຊຸມຮ່ວມກັນເພື່ອຈະເປັນສ່ວນໜຶ່ງຂອງ “ຝູງອັນດຽວ” ແລະຕິດຕາມ “ຜູ້ລ້ຽງອົງດຽວ.”
9 ເມື່ອເຮົາໄປການປະຊຸມ ເຮົາຊ່ວຍປະຊາຄົມໃຫ້ໃກ້ຊິດກັນ. (ອ່ານ10 ການປະຊຸມຕ່າງໆຊ່ວຍເຮົາໃຫ້ມີຄວາມກົມກຽວກັນຄືກັບຄອບຄົວທີ່ມີຄວາມຮັກ. (ຄຳເພງ 133:1) ບາງຄົນໃນປະຊາຄົມຖືກຄົນທີ່ໃກ້ຊິດໃນຄອບຄົວປະຕິເສດເຂົາເຈົ້າ ເຊັ່ນ: ພໍ່ແມ່ ຫຼືອ້າຍເອື້ອຍນ້ອງຂອງເຂົາເຈົ້າ. ແຕ່ພະເຍຊູໄດ້ສັນຍາວ່າຈະໃຫ້ເຂົາເຈົ້າມີຄອບຄົວທີ່ຈະຮັກແລະເບິ່ງແຍງເຂົາເຈົ້າ. (ມາລະໂກ 10:29, 30) ຖ້າເຈົ້າເຂົ້າຮ່ວມການປະຊຸມເປັນປະຈຳ ເຈົ້າອາດຈະກາຍເປັນພໍ່ ແມ່ ອ້າຍເອື້ອຍນ້ອງຂອງບາງຄົນທີ່ຢູ່ໃນປະຊາຄົມ. ເມື່ອຄິດເຖິງເລື່ອງນີ້ ເຮົາຕ້ອງການທີ່ຈະເຮັດສຸດຄວາມສາມາດເພື່ອຈະເຂົ້າຮ່ວມທຸກໆການປະຊຸມ.
ເຮົາຈະເຮັດໃຫ້ພະເຢໂຫວາພໍໃຈ
11. ການເຂົ້າຮ່ວມການປະຊຸມຊ່ວຍເຮົາແນວໃດເພື່ອເປັນການໃຫ້ພະເຢໂຫວາໃນສິ່ງທີ່ພະອົງສົມຄວນໄດ້ຮັບ?
11 ຢູ່ທີ່ການປະຊຸມ ເຮົາໃຫ້ພະເຢໂຫວາໃນສິ່ງທີ່ພະອົງສົມຄວນໄດ້ຮັບ. ເນື່ອງຈາກພະເຢໂຫວາເປັນຜູ້ສ້າງ ດັ່ງນັ້ນເຮົາຄວນຂອບໃຈ ໃຫ້ກຽດ ແລະສັນລະເສີນພະອົງ. (ອ່ານຄຳປາກົດ 7:12) ເຮົາສາມາດເຮັດສິ່ງເຫຼົ່ານີ້ຢູ່ທີ່ການ ປະຊຸມເມື່ອເຮົາອະທິດຖານເຖິງພະເຢໂຫວາ ຮ້ອງເພງສັນລະເສີນພະອົງ ແລະເວົ້າກ່ຽວກັບເລື່ອງຂອງພະອົງ. ຖືວ່າເປັນໂອກາດອັນດີເລີດແທ້ໆທີ່ເຮົາມີໃນແຕ່ລະອາທິດທີ່ຈະນະມັດສະການພະເຢໂຫວາ!
ພະເຢໂຫວາສັງເກດເຫັນວ່າເຮົາຕ້ອງການແທ້ໆທີ່ຈະເຂົ້າຮ່ວມການປະຊຸມ ແລະພະອົງຮູ້ຄຸນຄ່າທີ່ເຮົາພະຍາຍາມເຮັດທຸກສິ່ງເພື່ອຈະມາການປະຊຸມໃຫ້ໄດ້
12. ພະເຢໂຫວາຮູ້ສຶກແນວໃດເມື່ອເຮົາເຊື່ອຟັງຄຳສັ່ງຂອງພະອົງທີ່ໃຫ້ເຂົ້າຮ່ວມການປະຊຸມ?
12 ພະເຢໂຫວາເປັນຜູ້ສ້າງເຮົາ ດັ່ງນັ້ນເຮົາຄວນເຊື່ອຟັງພະອົງ. ພະອົງມີຄຳສັ່ງໃຫ້ເຮົາປະຊຸມຮ່ວມກັນສະເໝີ ໂດຍສະເພາະເມື່ອອະວະສານຫຍັບໃກ້ເຂົ້າມາ. ພະເຢໂຫວາຈະພໍໃຈເມື່ອເຮົາເຊື່ອຟັງຄຳສັ່ງຂໍ້ນັ້ນ. (1 ໂຢຮັນ 3:22) ພະອົງສັງເກດເຫັນວ່າເຮົາຕ້ອງການແທ້ໆທີ່ຈະເຂົ້າຮ່ວມການປະຊຸມ ແລະພະອົງຮູ້ຄຸນຄ່າທີ່ເຮົາພະຍາຍາມເຮັດທຸກສິ່ງເພື່ອຈະມາການປະຊຸມໃຫ້ໄດ້.—ເຫບເລີ 6:10
13, 14. ຢູ່ທີ່ການປະຊຸມ ເຮົາໃກ້ຊິດກັບພະເຢໂຫວາແລະພະເຍຊູໄດ້ແນວໃດ?
13 ເມື່ອເຮົາໄປການປະຊຸມ ເຮົາສະແດງໃຫ້ພະເຢໂຫວາເຫັນວ່າເຮົາຕ້ອງການໃກ້ຊິດກັບພະອົງແລະລູກຊາຍຂອງພະອົງ. ຢູ່ທີ່ການປະຊຸມ ເຮົາໄດ້ຮຽນຄຳພີໄບເບິນແລະຮຽນຮູ້ຈາກພະເຢໂຫວາກ່ຽວກັບສິ່ງທີ່ເຮົາຄວນປະຕິບັດແລະວິທີທີ່ເຮົາຄວນໃຊ້ຊີວິດ. (ເອຊາອີ 30:20, 21) ແມ່ນແຕ່ເມື່ອບາງຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ ໄດ້ເຂົ້າມາທີ່ການປະຊຸມ ເຂົາເຈົ້າສຳນຶກໄດ້ວ່າພະອົງກຳລັງຊີ້ນຳພວກເຮົາ. (1 ໂກລິນໂທ 14:23-25) ພະເຢໂຫວາກຳລັງຊີ້ນຳການປະຊຸມຕ່າງໆໂດຍທາງພະລັງບໍລິສຸດຂອງພະອົງ ແລະສິ່ງທີ່ເຮົາຮຽນຮູ້ຢູ່ທີ່ນັ້ນລ້ວນແຕ່ມາຈາກພະອົງ. ດັ່ງນັ້ນ ເມື່ອໄປການປະຊຸມ ເຮົາຟັງສິ່ງທີ່ພະເຢໂຫວາເວົ້າ ເຮົາຮູ້ສຶກໄດ້ວ່າພະອົງຮັກເຮົາຫຼາຍແທ້ໆ ແລະເຮົາຮູ້ສຶກໃກ້ຊິດກັບພະອົງຫຼາຍຂຶ້ນ.
14 ພະເຍຊູເຊິ່ງເປັນຫົວໜ້າຂອງປະຊາຄົມໄດ້ເວົ້າວ່າ: “ບ່ອນໃດມີຄົນ 2 ຄົນ ຫຼື 3 ຄົນມາຊຸມນຸມກັນໃນນາມຊື່ຂອງເຮົາ ເຮົາຢູ່ທີ່ນັ້ນໃນທ່າມກາງເຂົາ.” (ມັດທາຍ 18:20) ຄຳພີໄບເບິນຍັງບອກວ່າ ພະເຍຊູ “ທຽວໄປ . . . ທ່າມກາງ” ປະຊາຄົມຕ່າງໆ. (ຄຳປາກົດ 1:20–2:1) ເຫັນໄດ້ແຈ້ງວ່າ ຢູ່ທີ່ການປະຊຸມ ພະເຢໂຫວາແລະພະເຍຊູຢູ່ກັບເຮົາແລະເສີມສ້າງເຮົາໃຫ້ເຂັ້ມແຂງຂຶ້ນ. ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດເມື່ອເຫັນເຈົ້າກຳລັງເຮັດສຸດຄວາມສາມາດເພື່ອໃກ້ຊິດກັບພະອົງແລະລູກຊາຍຂອງພະອົງ?
15. ການໄປປະຊຸມສະແດງໃຫ້ພະເຈົ້າເຫັນແນວໃດວ່າເຮົາຕ້ອງການທີ່ຈະເຊື່ອຟັງພະອົງ?
15 ເມື່ອເຮົາໄປການປະຊຸມ ເຮົາສະແດງໃຫ້ພະເຢໂຫວາເຫັນວ່າເຮົາຕ້ອງການທີ່ຈະເຊື່ອຟັງພະອົງ. ພະເຢໂຫວາບໍ່ໄດ້ບັງຄັບເຮົາໃຫ້ເຮັດໃນສິ່ງທີ່ພະອົງບອກເຮົາ. (ເອຊາອີ 43:23) ດັ່ງນັ້ນ ເມື່ອເຮົາເລືອກທີ່ຈະເຊື່ອຟັງຄຳສັ່ງຂອງພະອົງທີ່ໃຫ້ເຂົ້າຮ່ວມການປະຊຸມ ເຮົາສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງ ແລະເຮົາເຊື່ອວ່າພະອົງມີສິດບອກເຮົາໃນສິ່ງທີ່ເຮົາຄວນເຮັດ. (ໂລມ 6:17) ຕົວຢ່າງເຊັ່ນ: ເຮົາຈະເຮັດແນວໃດຖ້າຫົວໜ້າຂອງເຮົາຄາດໝາຍໃຫ້ເຮົາເຮັດວຽກຫຼາຍໆຈົນເຮົາບໍ່ສາມາດເຂົ້າຮ່ວມການປະຊຸມໄດ້ເປັນປະຈຳ? ຫຼືລັດຖະບານອາດເວົ້າວ່າ ຖ້າຜູ້ໃດຜູ້ໜຶ່ງປະຊຸມກັນເພື່ອນະມັດສະການພະເຢໂຫວາ ລາວຈະຖືກປັບໄໝ ຖືກຄຸກ ຫຼືຖືກລົງໂທດໃນແບບທີ່ຮ້າຍແຮງ? ບາງທີເຮົາອາດຕ້ອງການເຮັດສິ່ງອື່ນຫຼາຍກວ່າການໄປປະຊຸມ. ໃນແຕ່ລະສະຖານະການ ເຮົາຕ້ອງຕັດສິນໃຈເອງວ່າຈະເຮັດແນວໃດ. (ກິດຈະການ 5:29) ແຕ່ທຸກຄັ້ງທີ່ເຮົາເລືອກທີ່ຈະເຊື່ອຟັງພະເຢໂຫວາ ເຮົາເຮັດໃຫ້ພະອົງມີຄວາມຍິນດີ.—ສຸພາສິດ 27:11
ປະຊຸມຮ່ວມກັບພີ່ນ້ອງສະເໝີ
16, 17. (ກ) ເຮົາຮູ້ໄດ້ແນວໃດວ່າການປະຊຸມເປັນສິ່ງທີ່ສຳຄັນຫຼາຍສຳລັບຄລິດສະຕຽນໃນສະຕະວັດທຳອິດ? (ຂ) ພີ່ນ້ອງຈອດສ ແກນກັດສ ຮູ້ສຶກແນວໃດຕໍ່ການປະຊຸມຕ່າງໆຂອງຄລິດສະຕຽນ?
16 ຫຼັງຈາກທີ່ປະຊຸມຮ່ວມກັນໃນວັນເພນເຕກອດປີ ຄ.ສ. 33 ຄລິດສະຕຽນກໍພົບກັນເປັນປະຈຳເພື່ອນະມັດສະການພະເຢໂຫວາ. ເຂົາເຈົ້າ ‘ໄດ້ຕັ້ງໝັ້ນຄົງລວມກຸ່ມກັນສະເໝີ.’ (ກິດຈະການ 2:42) ເຂົາເຈົ້າບໍ່ໄດ້ເຊົາປະຊຸມຮ່ວມກັນແມ່ນແຕ່ເມື່ອປະສົບກັບການຂົ່ມເຫງໂດຍລັດຖະບານໂລມແລະພວກຫົວໜ້າສາສະໜາຄົນຢິວ. ເຖິງວ່າເປັນເລື່ອງທີ່ຍາກຫຼາຍ ແຕ່ເຂົາເຈົ້າກໍເຮັດສຸດຄວາມສາມາດທີ່ຈະປະຊຸມຮ່ວມກັນສະເໝີ.
17 ໃນທຸກມື້ນີ້ກໍເຊັ່ນດຽວກັນ ຜູ້ຮັບໃຊ້ຂອງພະເຢໂຫວາຮູ້ສຶກຂອບໃຈຫຼາຍສຳລັບການປະຊຸມຕ່າງໆແລະເຂົາເຈົ້າມີຄວາມຍິນດີທີ່ໄດ້ຢູ່ທີ່ການປະຊຸມ. ພີ່ນ້ອງຈອດສ ແກນກັດສ ເຊິ່ງເປັນສະມາຊິກໃນຄະນະກຳມະການປົກຄອງເປັນເວລາຫຼາຍກວ່າ 22 ປີ ເພິ່ນເວົ້າວ່າ: “ສຳລັບຂ້ອຍ ການປະຊຸມກັບພີ່ນ້ອງເປັນຄວາມຍິນດີທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງໃນຊີວິດແລະເປັນແຫຼ່ງຂອງການໜູນກຳລັງໃຈ. ຂ້ອຍມັກໄປຮອດຫໍປະຊຸມກ່ອນໝູ່ ແລະຖ້າເປັນໄປໄດ້ຂ້ອຍກໍຈະເມືອເປັນຄົນສຸດທ້າຍໝູ່. ຂ້ອຍມີຄວາມຍິນດີພາຍໃນໃຈເມື່ອລົມກັບປະຊາຊົນຂອງພະເຈົ້າ. ເມື່ອຢູ່ທ່າມກາງຄົນເຫຼົ່ານີ້ຂ້ອຍຮູ້ສຶກຄືກັບຢູ່ນຳຄອບຄົວຂອງຂ້ອຍເອງໃນອຸທິຍານໂດຍໄນ.” ເພິ່ນເວົ້າຕື່ມອີກວ່າ: “ຄວາມຮູ້ສຶກແລະຄວາມປາຖະໜາໃນສ່ວນເລິກໆຂອງຂ້ອຍແມ່ນການເຂົ້າຮ່ວມການປະຊຸມຕ່າງໆ.”
18. ເຈົ້າຮູ້ສຶກແນວໃດຕໍ່ກັບການປະຊຸມຕ່າງໆຂອງເຮົາ ແລະເຈົ້າຕັ້ງໃຈແນ່ວແນ່ທີ່ຈະເຮັດຫຍັງ?
18 ເຈົ້າເອງຮູ້ສຶກແບບດຽວກັນນັ້ນບໍຕໍ່ການນະມັດສະການພະເຢໂຫວາ? ຖ້າເປັນແບບນັ້ນ ໃຫ້ພະຍາຍາມຢ່າງສຸດຄວາມສາມາດຕໍ່ໆໄປເພື່ອຈະຢູ່ກັບພີ່ນ້ອງທີ່ການປະຊຸມຕ່າງໆ ແມ່ນແຕ່ເມື່ອມີສະພາບການທີ່ຫຍຸ້ງຍາກ. ສະແດງໃຫ້ພະເຢໂຫວາເຫັນວ່າເຈົ້າຮູ້ສຶກແທ້ໆຄືກັບກະສັດດາວິດ ເຊິ່ງລາວເວົ້າວ່າ: ‘ຂ້ານ້ອຍຮັກວິຫານທີ່ພະອົງຢູ່.’—ຄຳເພງ 26:8
^ [1] (ຂໍ້ 3) ພີ່ນ້ອງຊາຍຍິງຂອງເຮົາບາງຄົນບໍ່ສາມາດໄປປະຊຸມເປັນປະຈຳຍ້ອນສະພາບການຕ່າງໆທີ່ເຂົາເຈົ້າບໍ່ສາມາດຄວບຄຸມໄດ້. ຕົວຢ່າງເຊັ່ນ: ເຂົາເຈົ້າອາດບໍ່ສະບາຍຫຼາຍແທ້ໆ. ແຕ່ເຂົາເຈົ້າສາມາດໝັ້ນໃຈໄດ້ວ່າພະເຢໂຫວາເຂົ້າໃຈສະຖານະການຂອງເຂົາເຈົ້າແລະພະອົງຮູ້ຄຸນຄ່າຢ່າງຍິ່ງໃນທຸກສິ່ງທີ່ເຂົາເຈົ້າເຮັດເພື່ອນະມັດສະການພະອົງ. ຜູ້ເຖົ້າແກ່ສາມາດຊ່ວຍພີ່ນ້ອງເຫຼົ່ານີ້ໃຫ້ໄດ້ຟັງການປະຊຸມ ບາງທີອາດຊ່ວຍເຂົາເຈົ້າຕັ້ງລະບົບເຊື່ອມຕໍ່ໃນໂທລະສັບ ຫຼືອັດສຽງການປະຊຸມສຳລັບເຂົາເຈົ້າ.
^ [2] (ຂໍ້ 3) ໃຫ້ເບິ່ງຂອບ “ ເຫດຜົນທີ່ຄວນເຂົ້າຮ່ວມການປະຊຸມ.”