ຫໍສັງເກດການສະບັບສຶກສາ ມັງກອນ 2017

ຫໍສັງເກດການສະບັບນີ້ມີບົດຄວາມສຶກສາສຳລັບວັນທີ 27 ກຸມພາ ເຖິງ 2 ເມສາ 2017.

‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’

ພະເຢໂຫວາຍິນດີທີ່ຈະເຮັດເພື່ອເຮົາໃນສິ່ງທີ່ເຮົາບໍ່ສາມາດເຮັດໄດ້ດ້ວຍຕົວເອງ. ແຕ່ພະອົງກໍຄາດໝາຍໃຫ້ເຮົາເຮັດໃນສິ່ງທີ່ເຮົາເຮັດໄດ້. ຂໍ້ພະຄຳພີປະຈຳປີ 2017 ຈະຊ່ວຍເຮົາແນວໃດໃຫ້ມີຄວາມສົມດຸນທີ່ຖືກຕ້ອງ?

ຮູ້ຄຸນຄ່າສິດໃນການເລືອກຂອງເຈົ້າ

ສິດໃນການເລືອກແມ່ນຫຍັງແລະຄຳພີໄບເບິນສອນແນວໃດໃນເລື່ອງນີ້? ເຮົາຈະສະແດງຄວາມນັບຖືຕໍ່ກັບສິດໃນການເລືອກຂອງຄົນອື່ນແນວໃດ?

ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ

ຄວາມຖ່ອມໝາຍເຖິງຫຍັງ ຄວາມຖ່ອມແລະຄວາມຈຽມຕົວກ່ຽວຂ້ອງກັນແນວໃດ? ເປັນຫຍັງຄວາມຖ່ອມຈຶ່ງເປັນຄຸນລັກສະນະສຳຄັນທີ່ຄວນປູກຝັງ?

ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ

ເຮົາຈະເປັນຄົນຖ່ອມຢູ່ສະເໝີໄດ້ແນວໃດເມື່ອສະພາບການຂອງເຮົາປ່ຽນແປງ ເມື່ອເຮົາໄດ້ຮັບຄຳຕຳໜິຫຼືຄຳຍ້ອງຍໍ ແລະເມື່ອຮັບມືກັບຄວາມບໍ່ແນ່ນອນ?

“ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່”

ຄົນສູງອາຍຸຈະຊ່ວຍຄົນໜຸ່ມແນວໃດໃຫ້ຮັບເອົາໜ້າທີ່ຮັບຜິດຊອບທີ່ເພີ່ມຂຶ້ນ? ຄົນໜຸ່ມຈະສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຮູ້ຄຸນຄ່າຄົນທີ່ເຮັດວຽກນຳໜ້າເປັນເວລາຫຼາຍປີ?

ເຈົ້າຮູ້ບໍ?

ໃນສະໄໝທີ່ຂຽນຄຳພີໄບເບິນມີການເຄື່ອນຍ້າຍໄຟແນວໃດຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ?