ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໜຶ່ງຮ້ອຍປີພາຍໃຕ້ການປົກຄອງຂອງລາຊະອານາຈັກ

ໜຶ່ງຮ້ອຍປີພາຍໃຕ້ການປົກຄອງຂອງລາຊະອານາຈັກ

“ຂໍພະເຈົ້າແຫ່ງສັນຕິສຸກ ຈົ່ງຈັດຫາສິ່ງດີທຸກປະການແກ່ພວກທ່ານຕາມທີ່ຕ້ອງການ ເພື່ອພວກທ່ານຈະໄດ້ປະຕິບັດຕາມຄວາມປະສົງຂອງພະອົງ.”—ເຫບເລີ 13:20, 21, ທ.ປ.

ເພງ: 136, 14

1. ການປະກາດເລື່ອງລາຊະອານາຈັກສຳຄັນຫຼາຍສໍ່າໃດຕໍ່ພະເຍຊູ? ຂໍໃຫ້ອະທິບາຍ.

ພະເຍຊູມັກເວົ້າເລື່ອງລາຊະອານາຈັກຂອງພະເຈົ້າ. ດັ່ງນັ້ນ ໃນຂະນະທີ່ຢູ່ໂລກນີ້ ພະອົງຈຶ່ງເວົ້າເຖິງເລື່ອງລາຊະອານາຈັກຫຼາຍກວ່າເລື່ອງອື່ນໆ. ພະອົງກ່າວເຖິງເລື່ອງລາຊະອານາຈັກຫຼາຍກວ່າ 100 ຄັ້ງໃນລະຫວ່າງທີ່ຮັບໃຊ້ຢູ່ໂລກນີ້. ດ້ວຍເຫດນັ້ນເລື່ອງລາຊະອານາຈັກຈຶ່ງສຳຄັນແທ້ໆຕໍ່ພະເຍຊູ.—ອ່ານມັດທາຍ 12:34

2. ມີຈັກຄົນທີ່ໄດ້ຍິນຄຳສັ່ງຂອງພະເຍຊູເຊິ່ງບັນທຶກໄວ້ໃນມັດທາຍ 28:19, 20 ແລະເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ?

2 ບໍ່ດົນຫຼັງຈາກທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍ ພະເຍຊູໄດ້ພົບກັບກຸ່ມຄົນທີ່ມີຫຼາຍກວ່າ 500 ຄົນ ເຊິ່ງຄົນເຫຼົ່ານີ້ອາດຈະກາຍເປັນລູກສິດຂອງພະອົງໃນເວລາຕໍ່ມາ. (1 ໂກລິນໂທ 15:6) ບາງທີເຫດການນີ້ແມ່ນຕອນທີ່ພະອົງໄດ້ໃຫ້ຄຳສັ່ງທີ່ໃຫ້ປະກາດກັບ “ຄົນທຸກຊາດ.” ວຽກນີ້ຈະບໍ່ງ່າຍເລີຍ. * ພະອົງບອກເຂົາເຈົ້າວ່າຈະມີເຮັດການວຽກນີ້ຕໍ່ໄປເປັນເວລາດົນຈົນເຖິງ “ສິ້ນຍຸກນີ້.” ເມື່ອປະກາດຂ່າວດີໃນທຸກມື້ນີ້ ເຈົ້າກຳລັງເຮັດໃຫ້ຄຳພະຍາກອນນີ້ເປັນຈິງ.—ມັດທາຍ 28:19, 20, ທ.ປ.

3. ມີສາມສິ່ງທີ່ຊ່ວຍເຮົາໃນການປະກາດຂ່າວດີ ສິ່ງເຫຼົ່ານັ້ນມີຫຍັງແດ່?

3 ຫຼັງຈາກທີ່ພະເຍຊູໃຫ້ຄຳສັ່ງເລື່ອງການປະກາດ ພະອົງກ່າວວ່າ: “ເຮົາສະຖິດຢູ່ກັບທ່ານທັງຫຼາຍ.” (ມັດທາຍ 28:20) ດັ່ງນັ້ນ ພະເຍຊູຈຶ່ງສັນຍາກັບພວກລູກສິດວ່າ ພະອົງຈະຊີ້ນຳການປະກາດແລະຈະຊ່ວຍເຂົາເຈົ້າໃຫ້ປະກາດໄປທົ່ວໂລກ. ພະເຢໂຫວາກໍຢູ່ກັບເຮົາຄືກັນ. ພະອົງຈັດໃຫ້ເຮົາມີ “ສິ່ງດີທຸກປະການ” ເພື່ອຊ່ວຍເຮົາໃນການປະກາດ. (ເຫບເລີ 13:20, 21) ໃນບົດຄວາມນີ້ ເຮົາຈະພິຈາລະນາ 3 ສິ່ງທີ່ເປັນສິ່ງທີ່ດີ ນັ້ນຄື: (1) ເຄື່ອງມືທີ່ເຮົາໄດ້ຮັບ (2) ວິທີການຕ່າງໆທີ່ເຮົາໃຊ້ ແລະ (3) ການຝຶກອົບຮົມທີ່ເຮົາໄດ້ຮັບ. ທຳອິດ ໃຫ້ເຮົາມາເບິ່ງເຄື່ອງມືຈຳນວນໜຶ່ງທີ່ເຮົາໃຊ້ໃນລະຫວ່າງ 100 ປີທີ່ຜ່ານມາ.

ເຄື່ອງມືຕ່າງໆທີ່ຊ່ວຍຜູ້ຮັບໃຊ້ຂອງພະເຈົ້າໃນການປະກາດ

4. ເຄື່ອງມືປະເພດຕ່າງໆຊ່ວຍເຮົາແນວໃດໃນການປະກາດ?

4 ພະເຍຊູສົມທຽບຂ່າວສານເລື່ອງລາຊະອານາຈັກວ່າເປັນຄືກັບເມັດພືດທີ່ປູກລົງໃນດິນປະເພດຕ່າງໆ. (ມັດທາຍ 13:18, 19) ເພື່ອກຽມດິນ ຊາວສວນໄດ້ໃຊ້ເຄື່ອງມືຫຼາຍປະເພດ. ຄ້າຍຄືກັນ ກະສັດຂອງເຮົາໄດ້ຈັດໃຫ້ເຮົາມີເຄື່ອງມືຫຼາຍຢ່າງທີ່ເຮົາສາມາດໃຊ້ເພື່ອຊ່ວຍຜູ້ຄົນໃຫ້ຮັບເອົາຂ່າວສານຂອງເຮົາ. ເຄື່ອງມືບາງຢ່າງໃຊ້ໄດ້ຜົນໃນໄລຍະເວລາສັ້ນໆ ແຕ່ກໍມີເຄື່ອງມືບາງຢ່າງທີ່ຍັງໃຊ້ໄດ້ຈົນເຖິງທຸກມື້ນີ້. ເຖິງຢ່າງນັ້ນກໍຕາມ ເຄື່ອງມືທັງໝົດນັ້ນໄດ້ຊ່ວຍເຮົາໃຫ້ຊຳນານຫຼາຍຂຶ້ນໃນການປະກາດ.

ບັດໃຫ້ຄຳພະຍານຊ່ວຍຫຼາຍຄົນໃຫ້ເລີ່ມຕົ້ນປະກາດໄດ້

5. ບັດໃຫ້ຄຳພະຍານແມ່ນຫຍັງ ແລະມີການໃຊ້ບັດນັ້ນແນວໃດ?

5 ໃນປີ 1933 ຜູ້ປະກາດເລີ່ມໃຊ້ບັດໃຫ້ຄຳພະຍານ ເຊິ່ງເປັນເຄື່ອງມືທີ່ຊ່ວຍຫຼາຍຄົນໃຫ້ເລີ່ມຕົ້ນປະກາດໄດ້. ບັດນີ້ເປັນເຈ້ຍແຜ່ນນ້ອຍໆທີ່ມີຂ່າວສານສັ້ນໆແລະງ່າຍໆຈາກຄຳພີໄບເບິນ. ບາງຄັ້ງມີການພິມບັດໃໝ່ພ້ອມກັບຂ່າວສານໃໝ່ໆ. ພີ່ນ້ອງເອີແລນມີເຢີເຊິ່ງມີອາຍຸປະມານສິບປີຕອນທີ່ລາວໃຊ້ບັດໃຫ້ຄຳພະຍານເປັນຄັ້ງທຳອິດ. ລາວເລົ່າວ່າ: “ຕາມປົກກະຕິແລ້ວມີການສະເໜີບັດນີ້ໂດຍເວົ້າວ່າ: ‘ຂໍໃຫ້ເຈົ້າອ່ານບັດນີ້ໄດ້ບໍ?’ ຫຼັງຈາກທີ່ເຈົ້າຂອງເຮືອນອ່ານແລ້ວ ພວກເຮົາຈະສະເໜີໜັງສືແລ້ວກໍໄປເຮືອນຫຼັງຕໍ່ໄປ.”

6. ບັດໃຫ້ຄຳພະຍານເປັນປະໂຫຍດແນວໃດ?

6 ບັດໃຫ້ຄຳພະຍານໄດ້ຊ່ວຍຜູ້ປະກາດໃນຫຼາຍໆທາງ. ຕົວຢ່າງເຊັ່ນ: ຜູ້ປະກາດບາງຄົນຂີ້ອາຍ ແລະເຖິງວ່າຢາກປະກາດແທ້ໆ ແຕ່ເຂົາເຈົ້າກໍບໍ່ຮູ້ວ່າຈະເວົ້າແນວໃດ. ສ່ວນຜູ້ປະກາດຄົນອື່ນໆພັດກ້າຫານຫຼາຍ. ພາຍໃນບໍ່ເທົ່າໃດນາທີ ເຂົາເຈົ້າຈະບອກກັບເຈົ້າຂອງເຮືອນທຸກໆສິ່ງທີ່ເຂົາເຈົ້າຮູ້ ແຕ່ສິ່ງທີ່ເຂົາເຈົ້າເວົ້າບໍ່ມີຄວາມຜ່ອນສັ້ນຜ່ອນຍາວເລີຍ. ບັດໃຫ້ຄຳພະຍານໄດ້ຊ່ວຍຜູ້ປະກາດທຸກຄົນໃຫ້ບອກຂ່າວສານທີ່ຈະແຈ້ງແລະເຂົ້າໃຈງ່າຍກັບເຈົ້າຂອງເຮືອນ.

7. ການໃຊ້ບັດໃຫ້ຄຳພະຍານມີອຸປະສັກຫຍັງແດ່?

7 ການໃຊ້ບັດໃຫ້ຄຳພະຍານກໍມີອຸປະສັກຄືກັນ. ພີ່ນ້ອງເກດສ ເອັດສະເຕັບ ເວົ້າວ່າ: “ບາງຄັ້ງມີຄົນຖາມວ່າ ‘ບັດນີ້ເວົ້າເລື່ອງຫຍັງ? ເຈົ້າບອກຂ້ອຍເລີຍໄດ້ບໍ?’” ນອກຈາກນັ້ນ ເຈົ້າຂອງເຮືອນບາງຄົນກໍບໍ່ສາມາດອ່ານສິ່ງທີ່ຂຽນຢູ່ໃນບັດນັ້ນ. ບາງຄົນກໍພຽງແຕ່ຮັບບັດນັ້ນໄວ້ແລ້ວກໍອັດປະຕູ. ບາງຄົນກໍບໍ່ມັກຂ່າວສານຂອງເຮົາ ດັ່ງນັ້ນເຂົາເຈົ້າຈຶ່ງຈີກບັດນັ້ນຈົນມຸ່ນ. ເຖິງວ່າມີອຸປະສັກເຊັ່ນນັ້ນ ແຕ່ບັດໃຫ້ຄຳພະຍານໄດ້ຊ່ວຍຜູ້ປະກາດໃຫ້ປະກາດກັບເພື່ອນບ້ານ ແລະເຮັດໃຫ້ຄົນຮັບຮູ້ວ່າເຂົາເຈົ້າເປັນຜູ້ປະກາດເລື່ອງລາຊະອານາຈັກ.

8. ມີການໃຊ້ຫີບສຽງແບບກະເປົ໋າຫິ້ວແນວໃດ? (ເບິ່ງຮູບທຳອິດ)

8 ເຄື່ອງມືອີກຊະນິດໜຶ່ງທີ່ໃຊ້ຫຼັງຈາກປີ 1930 ແມ່ນຫີບສຽງແບບກະເປົ໋າຫິ້ວ. ພະຍານພະເຢໂຫວາບາງຄົນເອີ້ນຫີບສຽງນີ້ວ່າ ອາໂລນ ເພາະເຄື່ອງສຽງນີ້ເວົ້າແທນເຂົາເຈົ້າ. (ອ່ານອົບພະຍົບ 4:14-16) ຖ້າເຈົ້າຂອງເຮືອນຕົກລົງທີ່ຈະຟັງ ຜູ້ປະກາດກໍຈະເປີດຄຳບັນລະຍາຍກ່ຽວກັບຄຳພີໄບເບິນທີ່ມີຄວາມຍາວ 4 ນາທີເຄິ່ງ ຈາກນັ້ນກໍຈະສະເໜີໜັງສືໃຫ້ເຈົ້າຂອງເຮືອນ. ບາງຄັ້ງ ທຸກຄົນໃນຄອບຄົວຈະມາເຕົ້າໂຮມກັນເພື່ອຟັງຄຳບັນບັນລະຍາຍ! ໃນປີ 1934 ສະມາຄົມວັອດທາວເວີກໍເລີ່ມສ້າງຫີບສຽງແບບກະເປົ໋າຫິ້ວເຊິ່ງອອກແບບສຳລັບການປະກາດ. ໃນທີ່ສຸດ ພີ່ນ້ອງໄດ້ອັດສຽງຂອງຄຳບັນລະຍາຍ 92 ເລື່ອງໃສ່ໃນເຄື່ອງສຽງນັ້ນ.

9. ຫີບສຽງແບບກະເປົ໋າຫິ້ວເກີດຜົນດີສໍ່າໃດ?

9 ເມື່ອຮິວລາຣີ ໂກສະລິນໄດ້ຍິນຄຳບັນລະຍາຍເລື່ອງໜຶ່ງໃນຈຳນວນຄຳບັນລະຍາຍເຫຼົ່ານັ້ນ ລາວໄດ້ຢືມຫີບເຄື່ອງສຽງນັ້ນໜຶ່ງອາທິດ ເພື່ອເປີດຂ່າວສານຈາກຄຳພີໄບເບິນໃຫ້ເພື່ອນບ້ານຟັງ. ຜົນກໍຄື ມີຫຼາຍຄົນສົນໃຈຄວາມຈິງ ຈາກນັ້ນເຂົາເຈົ້າກໍໄດ້ຮັບບັບເຕມາ. ໃນທີ່ສຸດ ລູກສາວສອງຄົນຂອງພີ່ນ້ອງຮິວລາຣີໄດ້ເຂົ້າໂຮງຮຽນກິລຽດແລະໄດ້ເປັນມິດຊັນນາລີ. ຄືກັບບັດໃຫ້ຄຳພະຍານ ຫີບສຽງແບບກະເປົ໋າຫິ້ວໄດ້ຊ່ວຍຜູ້ປະກາດຫຼາຍຄົນໃຫ້ເລີ່ມຕົ້ນປະກາດ. ຕໍ່ມາ ໂດຍທາງໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ ຜູ້ເປັນກະສັດຈະຝຶກສອນປະຊາຊົນຂອງພະອົງໃຫ້ເປັນຄູສອນທີ່ເກີດຜົນດີ.

ໃຊ້ທຸກວິທີການທີ່ເປັນໄປໄດ້ເພື່ອເຂົ້າເຖິງຜູ້ຄົນ

10, 11. ມີການໃຊ້ໜັງສືພິມແລະວິທະຍຸແນວໃດເພື່ອປະກາດຂ່າວດີ ແລະເປັນຫຍັງວິທີການເຫຼົ່ານັ້ນຈຶ່ງເກີດຜົນດີ?

10 ພາຍໃຕ້ການຊີ້ນຳຈາກກະສັດຂອງເຮົາ ປະຊາຊົນຂອງພະເຈົ້າໄດ້ໃຊ້ວິທີການຕ່າງໆເພື່ອເຂົ້າເຖິງຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ໃນວຽກປະກາດ. ວິທີການຕ່າງໆນີ້ສຳຄັນໂດຍສະເພາະເມື່ອມີຜູ້ປະກາດຈຳນວນໜ້ອຍ. (ອ່ານມັດທາຍ 9:37) ຕົວຢ່າງເຊັ່ນ: ຫຼາຍປີກ່ອນໜ້ານີ້ໄດ້ມີການໃຊ້ໜັງສືພິມໃນການປະກາດຂ່າວດີ. ໃນແຕ່ລະອາທິດ ພີ່ນ້ອງຣັດເຊວໄດ້ສົ່ງຄຳບັນລະຍາຍທີ່ມີເລື່ອງຈາກຄຳພີໄບເບິນໄປໃຫ້ສຳນັກຂ່າວ. ຈາກນັ້ນເຂົາເຈົ້າຈຶ່ງສົ່ງຄຳບັນລະຍາຍນັ້ນໄປໃຫ້ໜັງສືພິມທີ່ຢູ່ການາດາ ເອີຣົບ ແລະອາເມລິກາ. ເມື່ອຮອດປີ 1913 ມີການພິມຄຳບັນລະຍາຍຂອງພີ່ນ້ອງຣັດເຊວລົງໃນໜັງສືພິມ 2.000 ສະບັບແລະມີຄົນອ່ານປະມານ 15.000.000 ຄົນ!

ໜັງສືພິມແລະວິທະຍຸໄດ້ຊ່ວຍເຮົາໃຫ້ເຂົ້າເຖິງຫຼາຍຄົນໃນເຂດຕ່າງໆທີ່ມີຜູ້ປະກາດພຽງບໍ່ເທົ່າໃດຄົນ

11 ນອກຈາກນັ້ນຍັງມີການໃຊ້ວິທະຍຸຢ່າງເກີດຜົນໃນການປະກາດຂ່າວດີ. ໃນວັນທີ 16 ເມສາ ປີ 1922 ພີ່ນ້ອງຣັດເທີຝອດໄດ້ບັນລະຍາຍເລື່ອງໜຶ່ງທີ່ເປັນຄຳບັນລະຍາຍທຳອິດທາງວິທະຍຸ ແລະມີປະມານ 50.000 ຄົນໄດ້ຟັງ. ບໍ່ດົນ ເຮົາກໍເລີ່ມໃຊ້ສະຖານີວິທະຍຸຂອງເຮົາເອງທີ່ຊື່ວ່າ WBBR ແລະລາຍການທຳອິດໄດ້ອອກອາກາດໃນວັນທີ 24 ກຸມພາ ປີ 1924. ຫໍສັງເກດການ ສະບັບວັນທີ 1 ທັນວາ 1924 ກ່າວວ່າ: “ພວກເຮົາເຊື່ອວ່າການກະຈາຍຂ່າວສານເລື່ອງຄວາມຈິງໂດຍທາງວິທະຍຸເປັນວິທີປະຢັດທີ່ສຸດແລະເກີດຜົນດີທີ່ສຸດ ເຊິ່ງເປັນວິທີທີ່ບໍ່ເຄີຍນຳໃຊ້ມາກ່ອນ.” ຄືກັບໜັງສືພິມ ວິທະຍຸໄດ້ຊ່ວຍເຮົາໃຫ້ເຂົ້າເຖິງຫຼາຍຄົນໃນເຂດຕ່າງໆທີ່ມີຜູ້ປະກາດພຽງບໍ່ເທົ່າໃດຄົນ.

ຜູ້ປະກາດລາຊະອານາຈັກຫຼາຍຄົນມ່ວນກັບການປະກາດໃນບ່ອນສາທາລະນະແລະບອກຜູ້ຄົນກ່ຽວກັບເວັບໄຊຂອງເຮົາ (ເບິ່ງຂໍ້ 12, 13)

12. (ກ) ການປະກາດໃນບ່ອນສາທາລະນະໃນຮູບແບບໃດທີ່ເຈົ້າມັກຫຼາຍທີ່ສຸດ? (ຂ) ສິ່ງໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານເມື່ອປະກາດໃນບ່ອນສາທາລະນະ?

12 ການປະກາດໃນບ່ອນສາທາລະນະເປັນວິທີໜຶ່ງທີ່ເກີດຜົນດີເຊິ່ງກຳລັງຖືກນຳໃຊ້ໃນການເຂົ້າເຖິງຜູ້ຄົນ. ກຳລັງມີການພະຍາຍາມຫຼາຍຂຶ້ນທີ່ຈະປະກາດກັບຜູ້ຄົນໃນບ່ອນຖ້າລົດເມ ສະຖານີລົດໄຟ ບ່ອນຈອດລົດ ລວມທັງຢູ່ຕາມຈຸດທີ່ຜູ້ຄົນມັກມາໂຮມກັນໃນບ່ອນສາທາລະນະ ແລະຕາມຕະຫຼາດ. ການປະກາດໃນບ່ອນສາທາລະນະເຮັດໃຫ້ເຈົ້າຢ້ານບໍ? ຖ້າຢ້ານກໍໃຫ້ອະທິດຖານຂໍການຊ່ວຍເຫຼືອຈາກພະເຢໂຫວາແລະຄິດເຖິງຄຳເວົ້າຂອງພີ່ນ້ອງມາເນຣາທີ່ເປັນຜູ້ດູແລເດີນທາງເຊິ່ງລາວເວົ້າວ່າ: “ເຮົາຖືວ່າການຮັບໃຊ້ໃນຮູບແບບໃໝ່ໆເປັນອີກວິທີໜຶ່ງໃນການຮັບໃຊ້ພະເຢໂຫວາ ເປັນອີກວິທີໜຶ່ງທີ່ຈະພິສູດຄວາມພັກດີທີ່ເຮົາມີຕໍ່ພະອົງ ເປັນການທົດສອບຢ່າງໜຶ່ງກ່ຽວກັບຄວາມສັດຊື່ໝັ້ນຄົງຂອງເຮົາ ແລະເຮົາກະຕືລືລົ້ນທີ່ຈະພິສູດຕົວເອງວ່າເຕັມໃຈທີ່ຈະຮັບໃຊ້ພະເຢໂຫວາຕາມທີ່ພະອົງຕ້ອງການໃຫ້ເຮົາເຮັດ.” ເມື່ອເຮົາເອົາຊະນະຄວາມຢ້ານແລະໃຊ້ວິທີການໃໝ່ໆໃນການປະກາດ ເຮົາກໍຈະເສີມສ້າງຄວາມໄວ້ວາງໃຈໃນພະເຢໂຫວາແລະເຮົາຈະເປັນຜູ້ປະກາດທີ່ເກັ່ງຂຶ້ນ.—ອ່ານ 2 ໂກລິນໂທ 12:9, 10

13. ເປັນຫຍັງການໃຊ້ເວັບໄຊຂອງເຮົາໃນການປະກາດຈຶ່ງເປັນວິທີທີ່ເກີດຜົນດີ ແລະເຈົ້າມີປະສົບການຫຍັງຈາກການໃຊ້ເວັບໄຊນີ້?

13 ຜູ້ປະກາດຫຼາຍຄົນມ່ວນກັບການບອກຄົນອື່ນກ່ຽວກັບເວັບໄຊຂອງເຮົາ jw.org. ເຊິ່ງເຂົາເຈົ້າສາມາດອ່ານແລະດາວໂຫຼດໜັງສືກ່ຽວກັບຄຳພີໄບເບິນໃນຫຼາຍກວ່າ 700 ພາສາ. ໃນແຕ່ລະມື້ມີຫຼາຍກວ່າ 1,6 ລ້ານຄົນເຂົ້າໄປຊົມເວັບໄຊຂອງເຮົາ. ຜ່ານມາ ການປະກາດຂ່າວດີທາງວິທະຍຸໄດ້ເຂົ້າເຖິງຜູ້ຄົນໃນເຂດທີ່ຫ່າງໄກສອກຫຼີກ. ໃນທຸກມື້ນີ້ ເວັບໄຊຂອງເຮົາກໍໄດ້ເຮັດແບບນັ້ນໃນການຊ່ວຍຜູ້ຄົນໃຫ້ໄດ້ຍິນຂ່າວດີ.

ການຝຶກອົບຮົມຜູ້ປະກາດຂ່າວດີ

14. ຜູ້ປະກາດຈຳເປັນຕ້ອງໄດ້ຮັບການຝຶກອົບຮົມແນວໃດ ແລະໂຮງຮຽນໃດທີ່ຊ່ວຍເຂົ້າເຈົ້າໃຫ້ເປັນຜູ້ສອນທີ່ເກີດຜົນດີ?

14 ເຄື່ອງມືແລະວິທີການຕ່າງໆທີ່ເຮົາໄດ້ພິຈາລະນາໄປແລ້ວເປັນສິ່ງທີ່ເກີດຜົນດີຫຼາຍ. ຢ່າງໃດກໍຕາມ ຜູ້ປະກາດໃນສະໄໝກ່ອນຍັງຈຳເປັນຕ້ອງໄດ້ຮັບການຝຶກອົບຮົມເພື່ອຈະເປັນຜູ້ຮັບໃຊ້ທີ່ຊຳນານຂຶ້ນ. ຕົວຢ່າງເຊັ່ນ: ບາງເທື່ອເຈົ້າຂອງເຮືອນກໍບໍ່ເຫັນດີກັບສິ່ງທີ່ໄດ້ຍິນຈາກຫີບສຽງ ແຕ່ບາງເທື່ອກໍມີຄົນສົນໃຈແລະຢາກຮຽນຮູ້ຫຼາຍຂຶ້ນ. ຜູ້ປະກາດຈຳເປັນຕ້ອງຮູ້ວິທີເອົາຊະນະການຄັດຄ້ານຢ່າງຜ່ອນສັ້ນຜ່ອນຍາວແລະຮູ້ວິທີເປັນຜູ້ສອນທີ່ເກັ່ງຂຶ້ນ. ແນ່ນອນ ໂດຍການຊ່ວຍເຫຼືອຈາກພະລັງບໍລິສຸດ ພີ່ນ້ອງນໍຣຈຶ່ງເຫັນວ່າເປັນເລື່ອງສຳຄັນທີ່ຜູ້ປະກາດຈະຕ້ອງຮຽນຮູ້ວິທີເວົ້າໃນການປະກາດ. ດັ່ງນັ້ນ ນັບຕັ້ງແຕ່ປີ 1943 ປະຊາຄົມຕ່າງໆໄດ້ເລີ່ມຕົ້ນຈັດໃຫ້ມີໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ. ໂຮງຮຽນນີ້ໄດ້ຊ່ວຍທຸກຄົນໃຫ້ເປັນຜູ້ສອນທີ່ເກີດຜົນດີ.

15. (ກ) ບາງຄົນມີປະສົບການແນວໃດເມື່ອເຂົາເຈົ້າບັນລະຍາຍເປັນຄັ້ງທຳອິດໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ? (ຂ) ຄຳສັນຍາຂອງພະເຢໂຫວາທີ່ບັນທຶກໄວ້ໃນຄຳເພງ 32:8 ເປັນຈິງແນວໃດໃນກໍລະນີຂອງເຈົ້າ?

15 ພີ່ນ້ອງຫຼາຍຄົນບໍ່ລຶ້ງກັບການເວົ້າຕໍ່ໜ້າຜູ້ຟັງ. ພີ່ນ້ອງຣາມູຈື່ຄຳບັນລະຍາຍທຳອິດທີ່ລາວເຮັດໃນປີ 1944 ລາວບັນລະຍາຍເລື່ອງຂອງໂດເອກເຊິ່ງເປັນບຸກຄົນທີ່ກ່າວເຖິງໃນຄຳພີໄບເບິນ. ພີ່ນ້ອງຣາມູເວົ້າວ່າ: “ຫົວເຂົ່າຂອງຂ້ອຍສັ່ນ ມືກໍສັ່ນ ແລະແຂ້ວກໍສັ່ນຈົນຕຳກັນ.” ລາວເວົ້າຕື່ມອີກວ່າ: “ນັ້ນເປັນປະສົບການທຳອິດທີ່ຂ້ອຍເວົ້າຢູ່ເທິງເວທີ ແຕ່ຂ້ອຍກໍບໍ່ຍອມແພ້.” ເຖິງວ່າການບັນລະຍາຍໃນໂຮງຮຽນບໍ່ແມ່ນເລື່ອງງ່າຍ ແຕ່ເດັກນ້ອຍກໍຕ້ອງໄດ້ເຮັດຄືກັນ. ພີ່ນ້ອງມາເນຣາຈື່ສິ່ງທີ່ເກີດຂຶ້ນເມື່ອເດັກນ້ອຍຜູ້ຊາຍຄົນໜຶ່ງໄດ້ໃຫ້ຄຳບັນລະຍາຍເປັນເທື່ອທຳອິດ. ລາວເວົ້າວ່າ: “ເດັກນ້ອຍຄົນນັ້ນຮູ້ສຶກຢ້ານເມື່ອເລີ່ມຕົ້ນບັນລະຍາຍ ດັ່ງນັ້ນ ລາວຈຶ່ງເລີ່ມໄຫ້ສະອື້ນ. ແຕ່ກໍຍັງຕັ້ງໃຈທີ່ຈະບັນລະຍາຍຕໍ່ໄປ ລາວໄຫ້ສະອື້ນຈົນຈົບຄຳບັນລະຍາຍ.” ບາງທີເຈົ້າບໍ່ໄດ້ອອກຄວາມຄິດເຫັນຢູ່ການປະຊຸມ ຫຼືບໍ່ໄດ້ເຂົ້າຮ່ວມການປະຊຸມເນື່ອງຈາກອາຍຫຼືຮູ້ສຶກວ່າບໍ່ມີຄວາມສາມາດທີ່ຈະເຮັດແບບນັ້ນໄດ້. ຖ້າເປັນເຊັ່ນນັ້ນ ໃຫ້ອະທິດຖານຂໍກັບພະເຢໂຫວາເພື່ອຊ່ວຍເຈົ້າໃຫ້ເອົາຊະນະຄວາມຢ້ານ. ພະອົງຈະຊ່ວຍເຈົ້າຄືກັບທີ່ໄດ້ຊ່ວຍຄົນເຫຼົ່ານັ້ນໃນຕອນເລີ່ມເປັນນັກຮຽນໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ.—ອ່ານຄຳເພງ 32:8

ນັບຕັ້ງແຕ່ປີ 1943 ມິດຊັນນາລີທີ່ຈົບຈາກໂຮງຮຽນກິລຽດມີຫຼາຍກວ່າ 8.500 ຄົນທີ່ຖືກສົ່ງໄປ 170 ປະເທດ

16. ໂຮງຮຽນກິລຽດມີເປົ້າໝາຍຫຍັງ (ກ) ໃນອະດີດ ແລະ (ຂ) ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ?

16 ອົງການຂອງພະເຈົ້າຍັງໄດ້ຈັດໃຫ້ມີການຝຶກອົບຮົມຜ່ານທາງໂຮງຮຽນກິລຽດ. ເປົ້າໝາຍຢ່າງໜຶ່ງຂອງໂຮງຮຽນນີ້ແມ່ນເພື່ອຊ່ວຍນັກຮຽນໃຫ້ພັດທະນາຄວາມປາຖະໜາທີ່ຈະປະກາດຂ່າວດີ. ໂຮງຮຽນກິລຽດເລີ່ມຕົ້ນໃນປີ 1943 ແລະຕັ້ງແຕ່ນັ້ນເປັນຕົ້ນມາມີການຝຶກອົບຮົມນັກຮຽນ 8.500 ຄົນແລ້ວ ແລະເຂົາເຈົ້າຖືກສົ່ງໄປ 170 ປະເທດ. ນັບຕັ້ງແຕ່ປີ 2011 ຜູ້ທີ່ຖືກເຊີນໃຫ້ເຂົ້າໂຮງຮຽນນີ້ມີທັງໄພໂອເນຍພິເສດ ຜູ້ດູແລເດີນທາງ ສະມາຊິກຄອບຄົວເບເທນ ຫຼືມິດຊັນນາລີທີ່ຍັງບໍ່ເຄີຍເຂົ້າໂຮງຮຽນກິລຽດ.

17. ການຝຶກອົບຮົມໃນໂຮງຮຽນກິລຽດເກີດຜົນດີແນວໃດ?

17 ໂຮງຮຽນກິລຽດເກີດຜົນດີບໍ? ເກີດຜົນດີແທ້. ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນໃນປະເທດຍີ່ປຸ່ນ. ໃນເດືອນສິງຫາ ປີ 1949 ໃນປະເທດນີ້ມີຜູ້ປະກາດບໍ່ເຖິງສິບຄົນ. ແຕ່ໃນທ້າຍປີນັ້ນມີມິດຊັນນາລີ 13 ຄົນຖືກສົ່ງໄປປະກາດຮ່ວມກັບພີ່ນ້ອງໃນທ້ອງຖິ່ນ. ໃນທຸກມື້ນີ້ ປະເທດຍີ່ປຸ່ນມີຜູ້ປະກາດປະມານ 216.000 ຄົນ ແລະເກືອບເຄິ່ງໜຶ່ງເປັນໄພໂອເນຍປະຈຳແລະໄພໂອເນຍສົມທົບ!

18. ເຮົາຍັງມີໂຮງຮຽນຫຍັງອີກ?

18 ພວກເຮົາຍັງມີໂຮງຮຽນອື່ນໆອີກຫຼາຍໂຮງຮຽນ ເຊັ່ນ: ໂຮງຮຽນເພື່ອການຮັບໃຊ້ ໂຮງຮຽນໄພໂອເນຍ ໂຮງຮຽນຜູ້ປະກາດລາຊະອານາຈັກ ໂຮງຮຽນສຳລັບຜູ້ດູແລໝວດແລະເມຍ ແລະໂຮງຮຽນສຳລັບສະມາຊິກຄະນະກຳມະການສາຂາແລະເມຍ. ໂຮງຮຽນເຫຼົ່ານີ້ປະສົບຜົນສຳເລັດໃນການຝຶກອົບຮົມພີ່ນ້ອງຊາຍຍິງແລະເສີມສ້າງຄວາມເຊື່ອຂອງເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ. ດັ່ງນັ້ນຈຶ່ງເຫັນໄດ້ແຈ້ງວ່າພະເຍຊູຍັງຝຶກອົບຮົມປະຊາຊົນຂອງພະອົງຫຼາຍຄົນຕໍ່ໆໄປ.

19. ພີ່ນ້ອງຣັດເຊວເວົ້າແນວໃດກ່ຽວກັບວຽກປະກາດ ແລະເລື່ອງນີ້ເປັນຈິງແນວໃດ?

19 ລາຊະອານາຈັກຂອງພະເຈົ້າປົກຄອງໄດ້ຫຼາຍກວ່າ 100 ປີແລ້ວ. ໃນລະຫວ່າງນັ້ນພະເຍຊູຄລິດກະສັດຂອງເຮົາກຳລັງຊີ້ນຳວຽກງານການປະກາດ. ເມື່ອຫວນກັບຄືນໄປໃນປີ 1916 ພີ່ນ້ອງຣັດເຊວເຊື່ອວ່າ ການປະກາດຂ່າວດີຈະແຜ່ຂະຫຍາຍໄປທົ່ວໂລກ. ລາວເວົ້າວ່າ: “ວຽກປະກາດກຳລັງເຕີບໂຕຢ່າງໄວວາ ແລະວຽກນີ້ຈະເຕີບໂຕຕໍ່ໆໄປ ເພາະວ່າຍັງມີວຽກຢູ່ທົ່ວໂລກທີ່ຕ້ອງໄດ້ເຮັດໃຫ້ສຳເລັດໃນການປະກາດ ‘ກິດຕິຄຸນເລື່ອງລາຊະອານາຈັກ.’” (Faith on the March ໂດຍ A. H. Macmillan ໜ້າ 69) ວຽກນີ້ກຳລັງສຳເລັດໃນທຸກມື້ນີ້! ເຮົາຂອບໃຈພະເຢໂຫວາພະເຈົ້າແຫ່ງສັນຕິສຸກທີ່ໄດ້ຈັດໃຫ້ມີທຸກສິ່ງທີ່ເຮົາຈຳເປັນຕ້ອງມີເພື່ອຈະເຮັດຕາມຈຸດປະສົງຂອງພະອົງ!

^ ຂໍ້ 2 ເບິ່ງຄືວ່າໃນກຸ່ມນັ້ນເກືອບໝົດທຸກຄົນໄດ້ເຂົ້າມາເປັນຄລິດສະຕຽນ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ເພາະອັກຄະສາວົກໂປໂລເອີ້ນ ‘500 ຄົນ’ ນັ້ນວ່າເປັນ ‘ພີ່ນ້ອງ.’ ລາວຍັງເວົ້າວ່າ: “ຄົນເຫຼົ່ານັ້ນສ່ວນຫຼາຍຍັງມີຊີວິດຢູ່ ເຖິງແມ່ນວ່າບາງຄົນໄດ້ຕາຍໄປແລ້ວກໍຕາມ, ທ.ປ.” ດັ່ງນັ້ນ ເບິ່ງຄືວ່າໂປໂລແລະຄລິດສະຕຽນຄົນອື່ນໆຮູ້ຈັກຫຼາຍຄົນໃນຈຳນວນຄົນເຫຼົ່ານັ້ນທີ່ໄດ້ຍິນດ້ວຍຕົວເອງເມື່ອພະເຍຊູໃຫ້ຄຳສັ່ງເລື່ອງການປະກາດ.